ຄາດວ່າເປີດນຳໃຊ້ປີໜ້າ! ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ສຳເລັດແລ້ວ 72%


ການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ຂ້າມແມ່ນ້ຳຂອງ ສຳເລັດແລ້ວ 72% ແລະ ຄາດວ່າຈະສຳເລັດທັງໝົດພາຍໃນທ້າຍປີ 2024.

ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ນີ້, ໄດ້ຮັບການເຫັນດີ ໃຫ້ມີການລິເລີ່ມປຶກສາຫາລືຮ່ວມກັນ ເພື່ອສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ໃນປີ 2012, ເຊິ່ງຕໍ່ມາໃນປີ 2014 ມີການສໍາຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ ພາຍໃຕ້ການໃຫ້ການສະໜັບສະໜູນຂອງ ສໍານັກງານຄວາມຮ່ວມມືເພື່ອພັດທະນາເສດຖະກິດກັບປະເທດເພື່ອນບ້ານ (ອົງການ NEDA ຫຼື Neighbouring Countries Economic Development Cooperation Agency). ໃນປີ 2019 ໄດ້ມີການເຊັນຂໍ້ຕົກລົງ ວ່າດ້ວຍການກໍ່ສ້າງຂົວມິດຕະພາບດັ່ງກ່າວ ແລະ ໄດ້ມີການເລີ່ມການກໍ່ສ້າງໃນຕົ້ນປີ 2021, ເຊິ່ງຂົວມິດຕະພາບດັ່ງກ່າວ ມີລວງຍາວ 1.350 ແມັດ ໂດຍບໍ່ລວມທາງເຂົ້າ-ອອກຂົວ ທັງສອງຟາກແມ່ນໍ້າຂອງ ແລະ ໄດ້ມີກໍານົດທີ່ຈະກໍ່ສ້າງຂົວ, ອາຄານດ່ານເຂົ້າ-ອອກ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ໃຫ້ສໍາເລັດໃນທ້າຍປີ 2023 ແລະ ເປີດນໍາໃຊ້ໃນຕົ້ນປີ 2024.

ໂຄງການກໍ່ສ້າງຂົວມິດຕະພາບ ແຫ່ງນີ້ ຍັງເປັນໂຄງການໜຶ່ງທີ່ນອນຢູ່ໃນແຜນປະຕິບັດງານ ວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໄລຍະ 5 ປີ (2022-2026) ທີ່ທັງສອງປະເທດພວກເຮົາໄດ້ເຊັນຮ່ວມກັນ ໃນເດືອນມິຖຸນາ 2022 ທີ່ຜ່ານມາ ເພື່ອປະຕິບັດຕາມເຈຕະນາລົມຂອງປະຊາຊົນສອງຊາດ ທີ່ເປັນບ້ານໃກ້ເຮືອນຄຽງທີ່ດີ ແລະ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ຍາວນານ ຫຼາຍກວ່າ 7 ທົດສະວັດ.

ພ້ອມກັນນີ້, ຂົວມິດຕະພາບ ແຫ່ງທີ 5 ນີ້ ຍັງຈະເປັນໂຄງການທີ່ຕອບສະໜອງໃຫ້ແກ່ການຈັດ ຕັ້ງປະຕິບັດ ເປົ້າໝາຍ ທີ 5 ໃນການຮ່ວມມື, ເຊື່ອມໂຍງ ແລະ ເຊື່ອມຈອດພາຍໃນ, ພາກພື້ນ ແລະ ສາກົນ ໃຫ້ມີຄວາມທັນສະໄໝ ແລະ ເຂັ້ມແຂງ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ກໍຄື ການຈັດຕັ້ງປະຕິບັດວິໄສທັດຮອດປີ 2030 ແລະ ຍຸດທະສາດການພັດທະນາເສດຖະກິດສັງຄົມ ໄລຍະ 10 ປີ (2016-2025), ຍຸດທະສາດການເຊື່ອມໂຍງ-ເຊື່ອມຈອດ ກັບພາກພື້ນ ແລະ ສາກົນ ຂອງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືການຫັນເອົາ ສປປ ລາວ ຈາກປະເທດທີບໍ່ມີຊາຍແດນຕິດກັບທະເລ ເປັນສູນກາງການເຊື່ອມຈອດ. ໂຄງການຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ເປັນໂຄງການທີ່ມີຄວາມສໍາຄັນໃນການເຊື່ອມໂຍງ-ເຊື່ອມຈອດ ລະຫວ່າງ ສອງປະເທດ ກໍຄືອະນຸພາກພື້ນ ກໍຄືໂຄງການເຊື່ອມໂຍງທາງດ້ານເສດຖະກິດ ຕາເວັນອອກ-ຕາເວັນຕົກ ໂດຍສະເພາະແມ່ນການເຊື່ອມໂຍງດ້ານຂົນສົ່ງຂອງ ສປປ ລາວ ກັບ ໄທ ຜ່ານທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ແລະ ເສັ້ນທາງ ເລກ 8 ເພື່ອອອກສູ່ ຫວຽດນາມ ໂດຍມີໄລຍະທາງພຽງແຕ່ 150 ກິໂລແມັດ, ເຊິ່ງລັດຖະບານລາວ ມີແຜນໃນການປັບປຸງເສັ້ນທາງດັ່ງກ່າວ ໃຫ້ໄດ້ມາດຕະຖານເພື່ອຮອງຮັບໃຫ້ແກ່ການຄົມມະນາຄົມ ແລະ ຂົນສົ່ງ. ສະນັ້ນ, ໂຄງການນີ້ຈຶ່ງເປັນສ່ວນໜຶ່ງທີ່ສໍາຄັນ ໃນການຍູ້ໜູນ ແລະ ສົ່ງເສີມການຄ້າ-ການລົງທຶນ, ການບໍລິການທາງຜ່ານ ແລະ ການທ່ອງທ່ຽວໃນອະນາຄົດ.

ຂໍ້ມູນຈາກ:

https://cutt.ly/ewwdaAfY

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/