ທຫລ ປະກາດສ້າງຕັ້ງກົມຄຸ້ມຄອງເງິນຕາຕ່າງປະເທດ ເພື່ອຄຸ້ມຄອງ ແລະ ລົດຜ່ອນການນຳໃຊ້ເງິນຕາຕ່າງປະເທດແບບຊະຊາຍໃນສັງຄົມ


ໃນວັນທີ 1 ມິຖຸນາ ທະນາຄານແຫ່ງ ສປປ ລາວ (ທຫລ) ປະກາດສ້າງຕັ້ງ ກົມຄຸ້ມຄອງເງິນຕາຕ່າງປະເທດ ຢ່າງເປັນທາງການ ແລະ ເປັນການຫວນກັບຄືນມາເປີດກົມຄຸ້ມຄອງເງິນຕາຕ່າງປະເທດ ຄືນໃໝ່ໃນຮອບ 18 ປີ ເພື່ອກຳນົດ ຄຸ້ມຄອງເງິນຕາຕ່າງປະເທດເປັນລະບົບຢ່າງຄົບຊຸດ ແລະ ຊຸກຍູ້ສົ່ງເສີມການນໍາໃຊ້ເງິນກີບ, ລົດຜ່ອນການນຳໃຊ້ເງິນຕາຕ່າງປະເທດແບບຊະຊາຍໃນສັງຄົມ.

ທ່ານ ນາງ ວິນຄຳ ລຸນທອນ ຮອງຫົວໜ້າຄະນະຜູ້ປະຈໍາການ ຄະນະຮັບຜິດຊອບຄົ້ນຄວ້າການສ້າງຕັ້ງກົມຄຸ້ມຄ້ອງເງິນຕາຕ່າງປະເທດ ກ່າວວ່າ: ກົມເງິນຕາຕ່າງປະເທດເຄີຍຖືກສ້າງຕັ້ງຂຶ້ນໃນປີ 2001 ເພື່ອເປັນເສນາທິການໃນການຮັບຜິດຊອບວຽກງານຄຸ້ມຄອງເງິນຕາຕ່າງປະເທດໃນຂອບເຂດທົ່ວປະເທດ ແຕ່ມາຮອດປີ 2005 ເນື່ອງຈາກສະພາບເສດຖະກິດມີການຫັນປ່ຽນ ຮຽກຮ້ອງໃຫ້ມີການປັບປຸງ ສັບຊ້ອນກົງຈັກຂອງບາງກົມກອງພາຍໃນ ທຫລ ຄືນໃໝ່ ໃຫ້ສອດຄ່ອງກັບສະພາບການຄຸ້ມຄອງ ແລະ ວາງນະໂຍບາຍໃນໄລຍະນັ້ນ ທຫລ ຈຶ່ງໄດ້ໂຮມເອົາ “ກົມເງິນຕາຕ່າງປະເທດ ແລະ ກົມຄົ້ນຄວ້າເສດຖະກິດ” ເຂົ້າກັນ ແລ້ວປ່ຽນຊື່ມາເປັນ “ກົມນະໂຍບາຍເງິນຕາ” ໂດຍຮັກສາວຽກຄຸ້ມຄອງເງິນຕາຕ່າງປະເທດເປັນກົງຈັກຂັ້ນພະແນກໃນກົມດັ່ງກ່າວ ເພື່ອຄຸ້ມຄອງເງິນຕາຕ່າງປະເທດໃນໄລຍະນັ້ນຈົນເຖິງປັດຈຸບັນ.

ແຕ່ອີງໃສ່ສະພາບປັດຈຸບັນຂອງ ສປປ ລາວ ທີ່ມີການເຊື່ອມໂຍງ ແລະ ເປີດກວ້າງດ້ານການຄ້າ-ການລົງທຶນຈາກຕ່າງປະເທດ ໃນຂະນະທີ່ຄວາມຕ້ອງການເງິນຕາຕ່າງປະເທດ ເພື່ອນຳເຂົ້າສິນຄ້າຈາກຕ່າງປະເທດມີທ່າອ່ຽງສູງຂຶ້ນ.

ສະນັ້ນ, ເຫັນໄດ້ເຖິງສະພາບຄວາມຈໍາເປັນຕົວຈິງຂອງວຽກງານດັ່ງກ່າວ ພັກ ແລະ ລັດຖະບານ ຈຶ່ງເຫັນດີໃຫ້ ທຫລ ຈັດຕັ້ງກົມຄຸ້ມຄອງເງິນຕາຕ່າງປະເທດ ຄືນໃໝ່ເພື່ອເຮັດໜ້າທີ່ຄົ້ນຄວ້າ, ສ້າງ ແລະ ປັບປຸງນິຕິກຳກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ ພ້ອມທັງຈັດຕັ້ງປະຕິບັດວຽກງານການຄຸ້ມຄອງລາຍຮັບຈາກການຄ້າ, ການບໍລິການ, ການລົງທຶນ, ໜີ້ສິນ ແລະ ສິນເຊື່ອການຄ້າລະຫວ່າງປະເທດ, ຕິດຕາມ, ກວດກາ ກະແສເງິນໄຫຼເຂົ້າ-ອອກ ສປປ ລາວ ໃຫ້ທັນສະພາບ, ຄົບຖ້ວນ, ທັນສະໄໝ ແລະ ສາມາດເຊື່ອມຈອດກັບພາກສ່ວນກ່ຽວຂ້ອງ ເຮັດໃຫ້ການຄຸ້ມຄອງເງິນຕາຕ່າງປະເທດເປັນລະບົບຄົບຊຸດ; ຊຸກຍູ້ສົ່ງເສີມການນໍາໃຊ້ເງິນກີບ, ລົດຜ່ອນການນຳໃຊ້ເງິນຕາຕ່າງປະເທດແບບຊະຊາຍໃນສັງຄົມ.

ດ້ານກົງຈັກການຈັດຕັ້ງຂອງກົມດັ່ງກ່າວ ແມ່ນໄດ້ແຕ່ງຕັ້ງທ່ານ ເພັດສະຖາພອນ ແກ້ວວົງວິຈິດ ເປັນຫົວໜ້າກົມ ແລະ ທ່ານ ວັດທະນາ ຊານຸບານ ເປັນຮອງຫົວໜ້າກົມ ພ້ອມທັງໄດ້ມີການຍົກຍ້າຍພະນັກງານຈຳນວນໜຶ່ງຈາກກົມຕ່າງໆພາຍໃນ ທຫລ ເພື່ອປະກອບເຂົ້າໃນໂຄງປະກອບການຈັດຕັ້ງຂອງກົມດັ່ງກ່າວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/