Microsoft ກຽມນຳເອົາ AI ແນວ Chatbot ຄວາມສາມາດຄ້າຍຄືກັບ ChatGPT ເຂົ້າມາໃຊ້ໃນ Microsoft Bing

Microsoft ກຽມນຳເອົາ AI

ພາຍຫຼັງ ChatGPT ເທັກໂນໂລຢີ AI Chatbot ໄດ້ສ້າງແຮງສັ່ນສະເທືອນໃຫ້ກັບຫຼາຍໆວົງການ ໃນໄລຍະທີ່ຜ່ານມາ. ຫຼ້າສຸດ Microsoft ບໍລິສັດຍັກໃຫຍ່ດ້ານເທັກໂນໂລຢີ ກໍໄດ້ໂດດເຂົ້າມາຮ່ວມວົງການນີ້ເຊັ່ນດຽວກັນ ຫຼັງປະກາດເປີດຕົວ Sreach Engine ຮູບແບບໃໝ່ຂອງຕົນເອງ ທີ່ຈະມີ AI ເຂົ້າມາປະສົມປະສານໃນການໃຊ້ງານ Bing ແລະ Microsoft Edge.

ໂດຍ Bing ຂອງ Microsoft ໃນທີ່ນີ້ກໍຄື Sreach Engine ທີ່ເຮັດວຽກຄ້າຍຄືກັບ Google ທີ່ເຮົາມັກໃຊ້ ຫຼື Baidu Search Engine ຂອງທາງຝັ່ງຈີນນັ້ນເອງ. ໂດຍຮູບແບບໃໝ່ທີ່ທາງ Microsoft ໄດ້ເພີ່ມເຂົ້າມາໃນ Bing ກໍຄື ເມື່ອເຮົາເຂົ້າໄປຊອກຫາຂໍ້ມູນຕ່າງໆໃນ Bing ກໍຈະມີຊ່ອງແຍກອອກມາເປັນແບບ ຖາມຕອບ ຄ້າຍຄືກັບ ChatGPT.

Microsoft ກຽມນຳເອົາ AI

ໂດຍເມື່ອຜູ້ໃຊ້ພິມລົງໄປ ກໍຈະຂຶ້ນຂໍ້ມູນເວັບຕ່າງໆ ຄືເກົ່າ ແຕ່ຟາກຂວາມືກໍມີຊ່ອງ ແຊັດສົນທະນາຂຶ້ນມາ ໂດຍຈະສາມາດຕອບຄຳຖາມຂອງຜູ້ໃຊ້ງານແບບສັ້ນໆ ເຊິ່ງຜູ້ໃຊ້ສາມາດຖາມຄຳຖາມຕໍ່ຈາກນັ້ນໄດ້ເລີຍ.

ນອກຈາກນີ້ ທາງ Microsoft ຍັງໄດ້ເພີ່ມຄວາມສາມາດໃໝ່ທີ່ເປັນ AI ໃຫ້ກັບ Microsoft Edge ຫຼື ບຣາວເຊີ ຂອງຕົນເອງອີກພ້ອມ ໂດຍ AI ນີ້ມີຊື່ວ່າ Copilot ຫຼື ຜູ້ຊ່ວຍນັກບິນ ເຊິ່ງຈະເຮັດໜ້າທີ່ຊ່ວຍອ່ານ ແລະ ສະຫຼຸບສິ່ງທີ່ເຮົາກຳລັງອ່ານຢູ່ໃນເວັບໄຊຕ່າງໆ ອອກມາເປັນ PDF ເຊິ່ງເຮົາສາມາດໃຊ້ຄວບຄູ່ໄປກັບ Bing ໄດ້ເລີຍ.

ໂດຍທາງ Microsoft ບອກວ່າຄວາມສາມາດໃໝ່ໆເຫຼົ່ານີ້ ເກີດຂຶ້ນຈາກເທັກໂນໂລຢີ AI ຂອງ Open AI ຮຸ່ນໃໝ່ໆ ທີ່ມີປະສິດທິພາບຫຼາຍກວ່າ ChatGPT ແບບເກົ່າ ເພາະມັນໄດ້ຮັບການພັດທະນາເປັນ GPT-3.5 ເຊິ່ງທາງ Microsoft ເອີ້ນມັນວ່າ Prometheus Model”

ໂດຍປັດຈຸບັນ Bing ຮຸ່ນໃໝ່ນີ້ທາງ Microsoft ເປີດໃຫ້ທົດສອບແລ້ວແບບຈຳກັດຄົນ ແລະ ມີແຜນຈະເປີດຮັບສະໝັກຜູ້ເຂົ້າຮ່ວມການທົດສອບໃຊ້ງານແບບເຕັມຮູບແບບ ແລະ ຄາດວ່າຈະສາມາດເພີ່ມຜູ້ໃຊ້ງານໄດ້ເປັນຫຼັກລ້ານຄົນໃນອີກບໍ່ເທົ່າໃດອາທິດທາງໜ້າ.

Microsoft ກຽມນຳເອົາ AI

ໂດຍການເຄື່ອນໄຫວຄັ້ງນີ້ຖືເປັນການປ່ຽນແປງຄັ້ງຍິ່ງໃຫຍ່ໃນຮອບ 15 ປີ ແລະ ນັບເປັນຄວາມພະຍາຍາມຂອງ Microsoft ໃນການພະຍາຍາມທີ່ຈະຕໍ່ສູ້ກັບ Sreach Engine ຍັກໃຫຍ່ຂອງໂລກ ຢ່າງ Google ອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/