ນ້ອງຈອນນີ ສາວໄຟຟ້າຜູ້ມັກຄວາມທ້າທາຍ ຂຶ້ນເສົາໄຟສູງ 8-12 ແມັດ

ນ້ອງຈອນນີ

ນ້ອງຈອນນີ ອານຸສິດ ໄວໜຸ່ມຜູ້ມັກຮຽນສາຍໄຟຟ້າ ແລະ ເປັນໄວໜຸ່ມຍິງຄົນໜຶ່ງ ເຊິ່ງມີບໍ່ຫຼາຍໃນລາວທີ່ຜູ້ຍິງຈະມັກຮຽນໃນດ້ານການໄຟຟ້າ ສ່ວນຫຼາຍແລ້ວຈະເປັນຜູ້ຊາຍທີ່ຫຼາຍຄົນເຄີຍພົບເຫັນ. ຈອນນີ ແມ່ນຮຽນໄຟຟ້າຢູ່ໂຮງຮຽນວິຊາຊີບ ເຕັກນິກແບບປະສົມທີ່ແຂວງຫົວພັນ ເປັນໂຮງຮຽນທີ່ຕັ້ງຢູ່ບ້ານນາໄກ່ ເມືອງວຽງໄຊ.

ປົກກະຕິແລ້ວ ຈອນນີ ຈະເປັນຄົນທີ່ບໍ່ຢ້ານຄວາມສູງ ສາມາດຂຶ້ນເສົາໄຟສູງໄດ້ແບບສະບາຍໆບໍ່ມີຄວາມຢ້ານກົວ ແຕ່ມີຄວາມຕື່ນເຕັ້ນເມື່ອຂຶ້ນເສົາໄຟຟ້າໃນເວລາລົງປະຕິບັດຕົວຈິງ ເພາະຜ່ານມາເຄີຍມີປະສົບການຂຶ້ນກົກໄມ້ເປັນປະຈຳ ໂດຍສະເພາະຕອນຍັງນ້ອຍເລີຍບໍ່ຄິດຢ້ານ ເຊິ່ງເປັນອີກປະສົບການທີ່ເປັນປະໂຫຍດກັບການຮຽນຕໍ່ໃນປັດຈຸບັນຫຼາຍ.

ນ້ອງຈອນນີ
ນ້ອງຈອນນີ

ໃນດ້ານການຮຽນແມ່ນຮຽນຫຼາຍໆຢ່າງ ບໍ່ວ່າຈະເປັນການຕໍ່ໄຟໃນອາຄານ ແລະ ນອກອາຄານ ເພາະຮຽນແບບປະສົມ ສາມາດຮຽນຮູ້ຫຼາຍຮູບແບບ, ລວມໄປເຖິງການຕໍ່ສາຍໄຟຟ້າຢູ່ເທິງເສົາໄຟຟ້າ ໂດຍການປີນຂຶ້ນໃນລະດັບສູງໃນການປະຕິບັດຕົວຈິງ ເວລາຂຶ້ນເສົາໄຟແມ່ນສູງໃນລະດັບເສົາ 8 ແມັດ ແລະ 12 ແມັດ.

ນອກຈາກນີ້ ຈອນນີ ກ່າວວ່າ ໃນອະນາຄົດຖ້າເປັນໄປໄດ້ ກໍຢາກເຮັດວຽກກ່ຽວກັບດ້ານນີ້ ຢູ່ລັດວິສາຫະກິດໄຟຟ້າລາວ, ຖ້າມີໂອກາດ ຫວັງວ່າຕົນເອງຈະໄດ້ເຮັດວຽກຕາມທີ່ຫວັງໄວ້,​ ເຫດຜົນທີ່ຢາກເຮັດວຽກກ່ຽວກັບໄຟຟ້າກໍເພາະຕົນເອງຮຽນສາຍນີ້ໂດຍສະເພາະ ຢາກຈະນຳເອົາຄວາມຮູ້ທີ່ຕົນມີ ໃຊ້ໃນວຽກງານນຳພັກ-ລັດ ທີ່ເປັນປະໂຫຍດຕໍ່ສັງຄົມ ແລະ ສ່ວນລວມ.

ນ້ອງຈອນນີ

ຈອນນີ ຍັງກ່າວຕື່ມອີກວ່າ ໂດຍປົກກະຕິແລ້ວ ຜູ້ຍິງທີ່ຮຽນ ແລະ ເຮັດວຽກສາຍນີ້ ຈະມີບໍ່ຫຼາຍເທົ່າທີ່ຄວນ ຖ້າຫາກຕົນເອງເປັນໜຶ່ງໃນນັ້ນກໍຄົງຈະດີ ໃຫ້ສົມກັບສິ່ງທີ່ຮຽນຕະຫຼອດທີ່ຜ່ານມາ. ໃນອະນາຄົດຖ້າຫາກ ນ້ອງຈອນນີ ບໍ່ໄດ້ເຮັດວຽກນຳພັກ-ລັດ ກໍຫວັງຢ່າງຍິ່ງວ່າຕົນເອງຈະໄດ້ເປີດຮ້ານຂາຍເຄື່ອງກ່ຽວກັບອຸປະກອນໄຟຟ້າ ແລະ ຮັບສ້ອມແປງຕິດຕັ້ງໄຟຟ້າຫຼາຍໆຢ່າງ.

ຂອບໃຈບົດສຳພາດໂດຍ: ຈອນນີ ອານຸສິດ

ເຟສບຸກ: Jone Nee : https://www.facebook.com/jone.nee.581

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/