Joe Biden ຜູ້ນຳສະຫະລັດ ອາເມຣິກາ ເຕືອນໂລກອາດປະເຊີນກັບວິກິດຄັ້ງໃຫຍ່ ຖ້າຣັດເຊຍຕັດສິນໃຈໃຊ້ອາວຸດນິວເຄຼຍ ກັບຢູເຄຣນ


ພາຍຫຼັງ ປະທານາທິບໍດີ ວາລາດິເມຍ ປູຕິນ ຜູ້ນຳສູງສຸດຂອງຣັດເຊຍ ໄດ້ອອກມາປະກາດວ່າ “ຈະໃຊ້ທຸກວິທີທາງ ເພື່ອຕອບໂຕ້ ທຸກຄົນທີ່ເປັນໄພຄຸກຄາມ ແລະ ພະຍາຍາມຈະບຸກດິນແດນຂອງຣັດເຊຍ” ເຊິ່ງຫຼາຍຝ່າຍເຊື່ອກັນວ່າ ຄຳເວົ້ານີ້ຂອງປູຕິນນັ້ນ ໝາຍເຖິງການໃຊ້ ອາວຸດນິວເຄຼຍ ກັບຢູເຄຣນ. ຫຼ້າສຸດ ຜູ້ນຳສູງສຸດໃນໂລກເສລີ ປະທານາທະບໍດີ ໂຈໄບເດັນ ຂອງສະຫະລັດ ອາເມຣິກາ ກໍໄດ້ອອກມາເຕືອນວ່າ ໂລກອາດຕ້ອງປະເຊີນກັບວິກິດຄັ້ງໃຫຍ່ ຖ້າຣັດເຊຍຕັດສິນໃຈໃຊ້ອາວຸດນິວເຄຼຍ ກັບຢູເຄຣນ.

ໂດຍ ໂຈ ໄບເດັນ ອອກມາເຕືອນປະຊາຊົນຕໍ່ຄຳຂູ່ຂອງ ປູຕິນວ່າ: ນັບເປັນຄັ້ງທຳອິດຕັ້ງແຕ່ເກີດວິກິດອາວຸດ ນິວເຄຼຍ ໃນຄິວບາ ທີ່ເຮົາຕ້ອງປະເຊີນໜ້າກັບໄພຄຸກຄາມດ້ານ ນິວເຄຼຍ ຖ້າສິ່ງຕ່າງໆ ດຳເນີນໄປຕາມເສັ້ນທາງຂອງມັນ ແລະ ຂ້ອຍບໍ່ຄິດວ່າການໃຊ້ອາວຸດນິວເຄຼຍ ທາງຍຸດທະວິທີ (ໝາຍເຖິງອາວຸດນິວເຄຼຍຂະໜາດນ້ອຍທີ່ຖືກອອກແບບມາໃນສະໄໝສົງຄາມເຢັນ ເພື່ອໂຈມຕີແບບຈຳກັດວົງ) ຕາມທີ່ຣັດເຊຍອ້າງ ຈະບໍ່ຈົບລົງດ້ວຍສົງຄາມ”

Joe Biden

ນອກຈາກນີ້ ໂຈ ໄບເດັນ ຍັງລະບຸອີກວ່າ ກ່ຽວກັບຄຳຂູ່ທີ່ຈະໃຊ້ນິວເຄຼຍນັ້ນ ປູຕິນບໍ່ໄດ້ເວົ້າຫຼິິ້ນ ໂດຍລາວກ່າວວ່າ: “ນີ້ເປັນຊາຍທີ່ຂ້ອຍຮູ້ຈັກດີ ລາວບໍ່ໄດ້ເວົ້າຫຼິ້ນແນ່ນອນຕອນທີ່ຂູ່ວ່າຈະໃຊ້ອາວຸດ ນິວເຄຼຍ ອາວຸດຊີວະພາບ ຫຼື ອາວຸດເຄມີ ເຊິ່ງຄຳເວົ້່ຂອງລາວຖືເປັນໄພຄຸກຄາມດ້ານ ນິວເຄຼຍ ຢ່າງຮ້າຍແຮງ ແລະ ອາເມຣິກາກຳລັງຕິດຕາມເລື່ອງນີ້ຢ່າງໃກ້ຊິດ”

ປູຕີນ

ວິກິດລູກສອນໄຟໃນ ຄິວບາ ທີ່ກ່າວມານັ້ນ ເກີດຂຶ້ນເມື່ອປີ 1962 ທີ່ຕອນນັ້ນອາເມຣິກາ ພາຍໃຕ້ການນຳຂອງ ປະທານາທິບໍດີ ຈອນເອັຟ ເຄັນນາດີ ບໍ່ພໍໃຈຢ່າງສູງ ທີ່ຄິວບາ ອະນຸຍາດໃຫ້ ສະຫະພາບ ໂຊວຽດ ພາຍໃຕ້ການນຳຂອງ ນິຕິກາ ຄຣຸສຊອບ ເຂົ້າມາຕິດຕັ້ງລະບົບຍິງລູກສອນໄຟ ຕິດຫົວຮົບ ນິວເຄຼຍ ໃນປະເທດ ຈົນອາເມຣິກາຕ້ອງຕອບໂຕ້ໂດຍການຕິດຕັ້ງຖານຍິງລູກສອນໄຟ ຕິດຫົວຮົບ ນິວເຄຼຍ ໃນປະເທດ ຕຸຣເຄຍ ແລະ ອີຕາລີ ພ້ອມສັ່ງໃຫ້ທະຫານປິດລ້ອມຕາມທະເລອ້ອມຮອບຄິວບາທັນທີ.

Joe Biden

ເຫດການຄັ້ງນັ້ນ ທັງສອງປະເທດມະຫາອຳນາດຂອງໂລກຕ້ອງປະເຊີນໜ້າກັນຢ່າງດຸເດືອດ ຈົນເກືອບກາຍເປັນສົງຄາມໂລກຄັ້ງທີ 3 ແຕ່ສຸດທ້າຍເຫດການກໍຄ່ອຍໆຜ່ອນຄາຍລົງ ແລະ ຖອດຖອນອາວຸດນິວເຄຼຍອອກຈາກທັງ ຄິວບາ, ຕຸຣເຄຍ ແລະ ອິຕາລີ ຈາກການເຂົ້າມາໄກ່ເກ່ຍຂອງສະຫະປະຊາຊາດ.

    ຂອບໃຈຂໍ້ມູນຈາກ:

https://cutt.ly/FBp9ILC

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply