ຂ່າວດີ! Pfizer ລົງທຶນເຂົ້າຊື້ບໍລິສັດຜູ້ພັດທະນາເເອັບພຣິເຄຊັ່ນເພື່ອກວດຫາ Covid-19

Pfizer

ໃນເວລານີ້ ບໍ່ມີໃຜທີ່ຈະບໍ່ຮູ້ຈັກຜູ້ຜະລິດວັກຊີນຕ້ານເຊື້ອ Covid-19 ເຊິ່ງໃນມື້ນີ້ມີຂ່າວດີສຳລັບວົງການຜະລິດຢາຊີວະພາບ ບໍລິສັດ Pfizer ເຊິ່ງເປັນທີ່ຮູ້ຈັກກັນດີໃນຖານະຜູ້ຜະລິດວັກຊີນປ້ອງກັນ Covid-19 ໄດ້ເຂົ້າຊື້ບໍລິສັດ ResApp Health Limited ເຊິ່ງເປັນດາວຮຸ່ງຂອງມະຫາວິທະຍາໄລ Queensland ໃນລາຄາ 179 ລ້ານໂດລາສະຫະລັດ.

ຮອງອະທິບໍດີ ມະຫາວິທະຍາໄລຄວີນສັນ Deborah Terry ໄດ້ເວົ້າວ່າ ການລວມບໍລິສັດເປັນອີກກ້າວໜຶ່ງຂອງບໍລິສັດ, ມະຫາວິທະຍາໄລ ແລະນັກວິໄຈທີ່ກ່ຽວຂ້ອງ “ຄຸນຄ່າຂອງການປ່ຽນຜົນງານວິໄຈໃຫ້ສາມາດບຸກເບີກເເນວທາງກວດໂຣກໃນຮູບເເບບໃໝ່ ຜູ້ຈະຊ່ວຍເພີ່ມຄຸນະພາບຂອງສຸຂະພາບໃຫ້ຄົນທັງໂລກໃນລະດັບທີ່ບໍ່ອາດເບິ່ງຂ້າມມັນໄປໄດ້ເລີຍ” ສາສະດາຈານ Terry ກ່າວໄວ້.

Pfizer

ໂດຍເເອັບຕົວນີ້ມີຊື່ວ່າ ResAppDx ຢູ່ພາຍໃຕ້ການພັດທະນາຂອງບໍລິສັດ ResApp Health Limited , ເຊີ່ງການນຳໃຊ້ກໍເເສນຈະງ່າຍດາຍໂດຍຜູ້ໃຊ້ງານພຽງເເຕ່ ໄອ ເເລ້ວຕົວເເອັບຈະຟັງສຽງເພື່ອວິເຄາະວ່າການໄອຂອງທ່ານປົກກະຕິຫຼຶມີຄວາມຜິດປົກກະຕິຈາກໂຣກກ່ຽວກັບທາງເດີນຫາຍໃຈ

ເທັກໂນໂລຢີການບົ່ງມະຕິພະຍາດຈາກສຽງໄອ ບໍ່ແມ່ນສິ່ງໃໝ່ທີ່ພວມມານຳໃຊ້ໃນຍຸກຂອງການເເຜ່ລະບາດຂອງພະຍາດ COVID-19 ແຕ່ໄດ້ຖືກພັດທະນາມາຫຼາຍປີເເລ້ວ ,ເຊິ່ງບໍລິສັດ UniQuest ໄດ້ອະນຸຍາດສໍາລັບສິດທິບັດວິທີການກວດສຽງໄອໃຫ້ເເກ່ ResApp ມາຕັ້ງແຕ່ເດືອນກັນຍາ 2014.

Pfizer

ເເອັບຕົວນີ້ຍັງສາມາດກວດອາການທາງເດີນຫາຍໃຈໄດ້ຢ່າງກວ້າງຂວາງບໍ່ວ່າຈະເປັນອາການນ້ຳມູກໄຫຼ, ໂຣກຫອບຫືດ, ປອດບວມ, ຫຼອດລົມອັກເສບ ແລະພະຍາດປອດອັກເສບຊໍາເຮື້ອ ຕໍ່ມາກໍໄດ້ພັດທະນາໃຫ້ສາມາດກວດພະຍາດ COVID-19 ໄດ້

ເເຕ່ເຖິງຢ່າງໃດກໍຕາມ ResApp ກຳລັງຢູ່ໃນໄລຍະທົດລອງປະສິດທິພາບຂອງຄວາມຖືກຕ້ອງໃນການກວດຫາ COVID-19 ຕາມຄລີນິກຫຼາຍເເຫ່ງ ເຊີ່ງຜົນໄດ້ຮັບ ອອກມາເປັນທີ່ໜ້າພໍໃຈ, ​ຖ້າ​ຫາກ​ວ່າ​ການ​ທົດ​ສອບ​ສໍາ​ເລັດ​ມັນຈະລົດຜ່ອນຄວາມຕ້ອງການສໍາລັບການກວດສອບເເລະປະຢັດຄ່າໃຊ້ຈ່າຍ.ໃນປັດຈຸບັນ ResApp ຍັງເຮັດວຽກກັບແພດປິ່ນປົວເດັກ ແລະ ເເພດກ່ຽວກັບໂຣກທາງເດີນຫາຍໃຈໃນການພັດທະນາເເອັບ ເພື່ອເພີ່ມຄວາມຖືກຕ້ອງ ເເລະ ຍັງສືບຕໍ່ພັດທະນາຢ່າງຕໍ່ເນື່ອງ.

ທີ່ມາ :

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply