How to ປະຕິເສດໝູ່ຢືມເງິນແນວໃດບໍ່ໃຫ້ທຳລາຍຄວາມສຳພັນ


ເຊື່ອວ່າຫຼາຍຄົນຄົງຕ້ອງເຄີຍມີປະສົບການທີ່ຄົນຮູ້ຈັກ ຫຼື ໝູ່ຄູ່ມາຂໍຄວາມຊ່ວຍເຫຼືອແລ້ວເຮັດໃຫ້ເຮົາຮູ້ສຶກໜັກໃຈທີ່ຈະຊ່ວຍແນ່ແມ່ນບໍ່? ໂດຍສະເພາະເລື່ອງເງິນໆທອງໆ ບາງຄັ້ງເຮົາກໍບໍ່ສະບາຍໃຈທີ່ຈະໃຫ້ໝູ່ຢືມເງິນ ແລະຖ້າຍິ່ງເປັນຄົນສະໜິດອີກ ການປະຕິເສດຍິ່ງເປັນເລື່ອງຍາກ ເພາະຢ້ານມັນສົ່ງຜົນກະທົບເຖິງຄວາມສຳພັນ

ມື້ນີ້ LaoX ເລີຍຈະພາມາຮູ້ຈັກວິທີປະຕິເສດໝູ່ຢືມເງິນແນວໃດບໍ່ໃຫ້ທຳລາຍຄວາມສຳພັນ:

  1. ບອກໄປກົງໆເລີຍ: ວິທີນີ້ອາດຈະຍາກແນ່ສຳລັບບາງຄົນ ແຕ່ການບອກຄວາມຈິງກໍເປັນການສະແດງເຖິງຄວາມຈິງໃຈວ່າເຮົາບໍ່ຮູ້ສຶກສະບາຍໃຈທີ່ຈະໃຫ້ຢືມ ເພາະເຮົາກໍອາດຈະລຳບາກເຊັ່ນກັນຖ້າໃຫ້ຢືມ ແຕ່ໃນການບອກໄປນີ້ ເຮົາຕ້ອງໄດ້ລະວັງຄຳເວົ້າ ນຳ້ສຽງ ແລະ ທ່າທາງຂອງເຮົາໃຫ້ດີ.
  2. ບອກວ່າມີເລື່ອງຕ້ອງໃຊ້ເງິນຄືກັນ: ຖ້າບໍ່ກ້າປະຕິເສດໄປ ກໍໃຫ້ບອກວ່າເຮົາກໍມີພາລະຄ່າໃຊ້ຈ່າຍທີ່ຕ້ອງຮັບຜິດຊອບ ມີໜີ້ຕ້ອງຈ່າຍ ຕ້ອງໄປຈ່າຍຄ່າຜ່ອນລົດ ຕ້ອງສົ່ງໃຫ້ພໍ່ແມ່ ຫຼື ເຫດຜົນອື່ນໆທີ່ເຮົາຕ້ອງໄດ້ໃຊ້ເງິນ.
  3. ແນະນຳທາງອອກອື່ນທີ່ດີກວ່າ: ຖ້າເຮົາໃຫ້ຢືມບໍ່ໄດ້ອີຫຼີ ແຕ່ກໍຢາກຊ່ວຍເຖິງໃຫ້ຢືມເງິນບໍ່ໄດ້ ແຕ່ເຮົາສາມາດສະເໜີຄວາມຊ່ວຍເຫຼືອດ້ານອື່ນໆທີ່ເຮົາຊ່ວຍໄດ້ ຫຼື ແນະນຳທາງຫາເງິນໃຫ້ພວກເຂົາໂດຍການເຮັດວຽກເສີມ ຮັບຈ້າງນັ້ນນີ້ຕາມຄວາມຖະໜັດຂອງຕົນເອງ ແຕ່ບໍ່ຄວນແນະນຳໃຫ້ເຮັດໃນສິ່ງທີ່ສ່ຽງໃຫ້ລຳບາກໃນຕໍ່ໜ້າເຊັ່ນ ການໄປກູ້ເງິນ ເອົາສິ່ງຂອງໄປຈຳນຳ ຫຼື ເຮັດຫຍັງທີ່ຜິດກົດໝາຍ.
  4. ເອົາເງິນໄປລົງທຶນເພື່ອການກະສຽນແລ້ວ: ເປັນວິທີປະຕິເສດສຳລັບສາຍນັກລົງທຶນ ຄືການບອກວ່າເງິນທີ່ມີເອົາໄປລົງທຶນໝົດແລ້ວ ເອົາໄປຊື້ຮຸ້ນ, ຊື້ຄຳ, ຊື້ດິນໝົດແລ້ວ ຖ້າພວກເຂົາໄດ້ຍິນແບບນີ້ຄົງຄິດວ່າເຮົາບໍ່ມີເງິນໃຫ້ຢືມແລ້ວ.
  5. ປະຕິເສດບໍ່ໄດ້ ກໍໃຫ້ເທົ່າທີ່ຍອມເສຍໄດ້: ຖ້າເຮົາປະຕິເສດບໍ່ໄດ້ອີຫຼີ ໃຊ້ເຫດຜົນຫຍັງກໍຟັງບໍ່ຂຶ້ນ ແນະນຳວ່າໃຫ້ຢືມເທົ່າທີ່ເຮົາຄິດວ່າເໝາະສົມ ບໍ່ເຮັດໃຫ້ເຮົາເດືອດຮ້ອນ ເຊິ່ງນີ້ກໍຈະຖືວ່າເປັນການຊ່ວຍເຫຼືອໂດຍທີ່ເຮົາບໍ່ລຳບາກໃຈເກີນໄປ ເຖິງບໍ່ແມ່ນເງິນຈຳນວນທີ່ພວກເຂົາຕ້ອງການ ແຕ່ກໍຖືວ່າເຮົາໄດ້ຊ່ວຍແລະເປັນການຮັກສາຄວາມສຳພັນທີ່ດີຕໍ່ກັນ.

ເຖິງວ່າການຢືມເງິນກັນຈະເປັນເລື່ອງປົກກະຕິທົ່ວໄປ ແຕ່ຫຼາຍຄັ້ງຄວາມສຳພັນກໍຖືກທຳລາຍໄດ້ຍ້ອນເງິນ. ສະນັ້ນ, ການບໍລິຫານຈັດການເງິນຂອງຕົນເອງເປັນສິ່ງສຳຄັນ ບໍ່ຄວນໄປສ້າງໜີ້ໂດຍບໍ່ຈຳເປັນ, ຮູ້ຈັກອອມເງິນ ເມື່ອເງິນເດືອນອອກຄວນຈະແບ່ງສ່ວນໜຶ່ງມາເກັບອອມກ່ອນແລ້ວຈຶ່ງໃຊ້ຈ່າຍສ່ວນທີ່ເຫຼືອ

ເມື່ອມີເຫດຈຳເປັນຕ້ອງຢືມໝູ່ແລ້ວ ເຮົາກໍຄວນຈ່າຍໃຫ້ຄົບ ແລະ ຕົງເວລາທີ່ນັດກັນໄວ້ ເພາະຄົນທີ່ໃຫ້ຢືມພວກເຂົາກໍເກງໃຈທີ່ຈະຖາມຄືນ ບໍ່ແມ່ນວ່າພວກເຂົາລືມ ແຕ່ມັນເປັນຄວນເປັນໜ້າທີ່ຂອງຄົນຢືມທີ່ຕ້ອງບໍ່ລືມແລະຕ້ອງຈ່າຍຄືນ

ຄວາມສຳພັນທີ່ດີມີຄ່າຫຼາຍກວ່າເງິນ ຈົ່ງຮັກສາຄວາມສຳພັນທີ່ດີລະຫວ່າງກັນໄວ້ ຢ່າໃຫ້ເງິນມາເຮັດໃຫ້ເຮົາເສຍໝູ່ໄປເດີ້

ຂອບໃຈທີ່ມາ: https://cutt.ly/Pw22L1m9

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/