ຜົນສຳຫຼວດນັກຮຽນໄທທົ່ວປະເທດຢາກໃຫ້ມີຊົ່ວໂມງຮຽນໜ້ອຍລົງ ແລະ ເພີ່ມວິຊາການເງິນ ການລົງທຶນ


ຫາກໃຜຕິດຕາມຂ່າວ ຫຼື ເບິ່ງຮູບເງົາສະທ້ອນສັງຄົມຂອງປະເທດເພື່ອນບ້ານຢ່າງໄທກໍໜ້າຈະພໍຮູ້ຢູ່ວ່າບັນດານັກຮຽນປະເທດເຂົາມັກກ້າທີ່ຈະອອກມາ call out ແລະ ສະແດງຄວາມຄິດເຫັນຢ່າງກົງໄປກົງມາເຖິງສິ່ງທີ່ຕົນແນມວ່າມັນບໍ່ສົມເຫດສົມຜົນດັ່ງທີ່ເຄີຍປະຕິບັດມາຈົນກາຍເປັນດຣາມ່າຕ່າງໆ ທີ່ມີຫຼາຍຄົນມາສະແດງຄວາມຄິດເຫັນຫຼາກຫຼາຍມຸມມອງ ໂດຍສະເພາະເລື່ອງທີ່ເກີດໃນຮົ້ວໂຮງຮຽນ.

ຈາກການສຳຫຼວດນັກຮຽນໄທທົ່ວປະເທດນັບແຕ່ຊັ້ນປະຖົມປີທີ1 ຫາຊັ້ນມັດທະຍົມປີທີ6 ເຫັນວ່ານັກຮຽນສ່ວນຫຼາຍມີຄວາມກະຕືລືລົ້ນໃນການປະກອບຄວາມຄິດເຫັນໃນການແກ້ໄຂບັນຫາທີ່ມັກຈະເກີດໃນໂຮງຮຽນເພື່ອປັບປຸງລະບົບການສຶກສາໃຫ້ເຂົ້າກັບກັບຍຸກສະໄໝ, ບໍ່ວ່າຈະເປັນຄວາມຕ້ອງການໃຫ້ຫຼຸດຈຳນວນຊົ່ວໂມງຮຽນເພື່ອໃຫ້ນັກຮຽນໄດ້ໃຊ້ເວລາເຮັດຢ່າງອື່ນ, ຕ້ອງການເພີ່ມວິຊາການເງິນ-ການລົງທຶນເຂົ້າມາ ຫຼື ຢາກຍົກເລີກກິດຈະກຳໜ້າເສົາທຸງເປັນຕົ້ນ

ວັນທີ 13 ເດືອນມັງກອນທີ່ຜ່ານມາທາງ Rocket Media Lab ໄດ້ຮ່ວມກັບມູນນິທິ Path2health Foundation ໄດ້ສ້າງແບບສອບຖາມນັກຮຽນຕັ້ງແຕ່ຊັ້ນປະຖົມສຶກສາປີທີ 1 ຫາມັດທະຍົມສຶກສາປີທີ 6 ທົ່ວປະເທດເພື່ອສຳຫຼວດຄວາມຄິດເຫັນໃນປະເດັນຕ່າງໆທີ່ກ່ຽວຂ້ອງກັບລະບົບການສຶກສານັບຕັ້ງແຕ່ກົດລະບຽບໂຮງຮຽນ, ການຮຽນ-ການສອນຂອງຄູເປັນຕົ້ນ.

ຈາກນັກຮຽນທີ່ຕອບແບບສອບຖາມທັງໝົດ 1,985 ຄົນປະກອບມີຊັ້ນປະຖົມສຶກສາ 163 ຄົນ, ຊັ້ນມັດທະຍົມສຶກສາ 1,772 ຄົນ ແລະ ປວຊ. 50 ຄົນເຫັນວ່າ:

  • ສິ່ງທີ່ນັກຮຽນຢາກໃຫ້ມີຫຼາຍທີ່ສຸດ: ອັນດັບໜຶ່ງແມ່ນຢາກໃຫ້ມີຊົ່ວໂມງຮຽນໜ້ອຍລົງ (38.14%) ຮອງລົງມາແມ່ນນັກຮຽນຢາກໃສ່ຊຸດສ່ວນບຸກຄົນໄປໂຮງຮຽນໄດ້ (19.45%), ຢາກໃຫ້ມີກິດຈະກຳປະເມີນຄູ (11.64%), ແຕ່ງຊຸດນັກຮຽນຕາມເພດສະພາບ, ມີນັກຈິດຕະວິທະຍາໃນໂຮງຮຽນ, ອິນເຕີເນັດຟຣີ ແລະ ອື່ນໆຕາມລຳດັບ
  • ກິດຈະກຳທີ່ນັກຮຽນບໍ່ຢາກໃຫ້ມີຫຼາຍທີ່ສຸດ:  ອັນດັບໜຶ່ງແມ່ນຢາກໃຫ້ຍົກເລີກກິດຈະກຳໜ້າເສົາທຸງ(26.8%) ຮອງລົງມາຄືປຶ້ມບັນທຶກຄວາມດີ (16.52%), ກິດຈະກຳຄ້າຍທຳມະ(13.9%), ກິດຈະກຳເຂົ້າຄ້າຍລູກເສືອ, ກິດຈະກຳສູດມົນ, ກິດຈະກຳວັນພໍ່ວັນແມ່, ເວນທຳຄວາມສະອາດ, ກິດຈະກຳຈິດອາສາ ແລະ ອື່ນໆຕາມລຳດັບ.
  • ວິຊາທີ່ຢາກໃຫ້ມີຫຼາຍທີ່ສຸດ: ແມ່ນການເງິນ ການລົງທຶນ (39.7%) ຮອງລົງມາແມ່ນວິຊາວ່າດ້ວຍການໃຊ້ສື່ໂຊຊຽວມີເດຍ (20.96%), ວິຊາ E- Sports (19.95%), ເຕັ້ນ ແລະ ອື່ນໆ ຕາມລຳດັບ.
  • ສະຖານທີ່ໃນໂຮງຮຽນທີ່ຢາກໃຫ້ປັບປຸງຫຼາຍທີ່ສຸດ: ອັນດັບໜຶ່ງຕົກເປັນຂອງ ‘ຫ້ອງນ້ຳ’ (96.92%) ຮອງລົງມາແມ່ນຫ້ອງຮຽນ (9.42%), ໂຮງອາຫານ (7.86%), ສະໜາມກິລາ, ຫ້ອງພະຍາບານ ແລະ ຫ້ອງສະໝຸດຕາມລຳດັບ.
  • ກົດລະບຽບທີ່ບໍ່ມັກທີ່ສຸດ: ອັນດັບໜຶ່ງແມ່ນຊົງຜົມຄິດເປັນ 49.87% ຮອງລົງມາ (10.5%) ຄືຢຶດໂທລະສັບກ່ອນເຂົ້າຮຽນ, ຫ້າມແຕ່ງໜ້າ (9.82%), ບັງຄັບໃຊ້ກະເປົ໋າຂອງໂຮງຮຽນ, ຫ້າມເຮັດສີຜົມ, ເລັບຕ້ອງສັ້ນ, ກຳນົດຮູບແບບຖົງຕີນ, ກຳ​ນົດ​ຄວາມ​ຍາວ​ໂສ້ງ/ກະ​ໂປງຕາມລຳດັບ.
  • ການລົງໂທດຂອງຄູທີ່ບໍ່ມັກທີ່ສຸດ: ອັນດັບໜຶ່ງແມ່ນການປະຈານຕໍ່ໜ້າໝູ່ ມີນັກຮຽນຕອບສູງເຖິງ 39.14% ຮອງລົງມາແມ່ນການດ່າດ້ວຍຖ້ອຍຄຳຫຍາບຄາຍ (17.93%), ຕັດຜົມ (12.49%), ຢຶດໂທລະສັບ, ແລ່ນອ້ອມສະໜາມ, ການຕີ, ໃຫ້ນັ່ງຕາກແດດ ແລະ ອື່ນໆຕາມລຳດັບ.
  • ເລື່ອງທີ່ຢາກໃຫ້ຄູເຂົ້າໃຈ ແລະ ຊ່ວຍເຫຼືອຫຼາຍທີ່ສຸດ: ອັນດັບໜຶ່ງແມ່ນຢາກໃຫ້ຄູເຂົ້າໃຈເງື່ອນໄຂທີ່ແຕກຕ່າງກັນຂອງນັກຮຽນແຕ່ລະຄົນເຊັ່ນ: ບັນຫາຄອບຄົວ, ບັນຫາສ່ວນຕົວ (40.65%), ຮອງລົງມາແມ່ນຢາກໃຫ້ເຂົ້າໃຈເລື່ອງສຸຂະພາບຈິດຂອງນັກຮຽນເຊັ່ນ: ອາການຊຶມເສົ້າ, ວິຕົກກັງວົນ (21.21%), ອັນດັບທີ 3 ແມ່ນຄວາມແຕກຕ່າງທາງກາຍະພາບເຊັ່ນ: ຮູບຮ່າງໜ້າຕາ, ຄວາມສູງ, ສີຜິວ (19.24%) ອັນດັບຕໍ່ມາແມ່ນຄວາມຫຼາກຫຼາຍທາງເພດ ແລະ ອື່ນໆ.
  • ສິ່ງທີ່ບໍ່ຢາກໃຫ້ຄູເຮັດຫຼາຍທີ່ສຸດ: ອັນດັບໜຶ່ງແມ່ນການລໍ້ລຽນນັກຮຽນດ້ວຍເລື່ອງກາຍະພາບ, ເພດ, ຊາດກຳເນີດ,  ສຳນຽງ (22.52%) ຮອງລົງມາແມ່ນການສັ່ງວຽກບ້ານ (20.15%), ເວົ້າຈາຫຍາບຄາຍ(14.61%), ມີ​ຄວາມລຳອຽງ, ສັ່ງວຽກທີ່ເຮັດໃຫ້ເກີດພາລະທາງການເງິນ, ເຖິງເນື້ອເຖິງຕົວ, ນິນທານັກຮຽນລົງໂຊຊຽວ, ໃຊ້ໃຫ້ເຮັດວຽກເລື່ອງສ່ວນຕົວ, ຮັບສອນພິເສດແລ້ວເອົາມາອອກບົດສອບເສັງ, ໂພສພາບຖ່າຍ/ວິດີໂອຂອງນັກຮຽນລົງໂຊຊຽວມີເດຍ ແລະ ອື່ນໆ​ຕາມ​ລຳ​ດັບ.
  • ວິຊາທີ່ຢາກໃຫ້ຍົກເລີກຫຼາຍທີ່ສຸດ: ອັນດັບໜຶ່ງແມ່ນວິຊາລູກເສືອ ເນດນາຣີ ຍຸວະກາຊາດ ບຳເພັນປະໂຫຍດ (61.26%), ຮອງລົງມາແມ່ນວິຊາພຸດທະສາສາະໜາ (11.34%), ວິຊາໜ້າທີ່ພົນລະເມືອງ(6.45%), ວິຊາຊຸມນຸມ/ຊົມລົມ, ນາດຕະສິນ, ພະລະສຶກສາ ແລະ ອື່ນໆ ຕາມລຳດັບ.

ຜ່ານ​ການ​ສຳຫຼວດ​ຄັ້ງ​ນີ້​ກໍ​ເຫັນ​ໄດ້​ວ່າ​ທາງ​ຜູ້​ໃຫຍ່​ເອງ​ກໍ​ໄດ້​ໃສ່​ໃຈ​ຢາກ​ເຂົ້າ​ໃຈ​ເຖິງ​ບັນ​ຫາ​ທີ່​ສົ່ງ​ຜົນ​ຕໍ່​ການ​ສຶກ​ສາ ແລະ ການ​ໃຊ້​ຊີ​ວິດ​ຂອງ​ເດັກໃນ​ຮົ້ວ​ໂຮງ​ຮຽນພ້ອມ​ຫາ​ວິ​ທີ​ແກ້​ໄຂ​ໄປ​ພ້ອມໆ​ກັບ​ບັນ​ດາ​ນັກ​ຮຽນ ແລະ ຫວັງ​ວ່າ​ຈະ​ໄດ້​ເຫັນ​ການ​ປ່ຽນ​ແປງ​ທີ່​ດີ​ຂຶ້ນ​ໃນ​ແວດ​ວົງ​ການ​ສຶກ​ສາເຊັ່ນ​ກັນ.

ຂອບ​ໃຈ​ຂໍ້​ມູນ​ຈາກ: https://thestandard.co/mathayom-1-6-poll-9-11-01-2567/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/