Binance ລາອອກຈາກຣັດເຊຍ, ຫຼັງຈາກທີ່ຂາຍກິດຈະການໃນຣັດເຊຍໃຫ້ກັບ CommEX, ເນື່ອງຈາກບັນຫາດ້ານກົດລະບຽບໃນປະເທດທີ່ບໍ່ສອດຄ່ອງນຳບໍລິສັດ


ໃນວັນທີ 27 ກັນຍາ, Binance ບໍລິສັດແລກປ່ຽນ crypto ທີ່ໃຫຍ່ທີ່ສຸດໃນໂລກ ໄດ້ປະກາດລາອອກຈາກປະເທດຣັດເຊຍ ເນື່ອງຈາກມຸມມອງດ້ານກົດລະບຽບໃນໄລຍະຍາວຂອງປະເທດບໍ່ສອດຄ່ອງກັບວິໄສທັດຂອງບໍລິສັດ, ເຊິ່ງເຫດການດັ່ງກ່າວເກີດຂຶ້ນຫຼັງຈາກສອງສາມອາທິດກ່ອນໜ້ານີ້ທີ່ຫົວໜ້າລະດັບພາກພື້ນຂອງຣັດເຊຍສອງຄົນລາອອກຈາກ Binance.

Noah Perlman ຫົວໜ້າຝ່າຍກົດລະບຽບຂອງ Binance ກ່າວວ່າ “ເມື່ອເຮົາແນມເຂົ້າໄປໃນອະນາຄົດຂ້າງໜ້າ ພວກເຮົາກໍຮັບຮູ້ໄດ້ວ່າການດຳເນີນງານໃນຣັດເຊຍນັ້ນບໍ່ສອດຄ່ອງກັບກົນລະຍຸດການປະຕິບັດຕາມກົດລະບຽບຂອງ Binance”

Changpeng Zhao CEO ຂອງ Binance ກໍໄດ້ອອກມາກ່າວວ່າ “CommEX ຈະເຂົ້າມາຄວບຄຸມການບໍລິຫານ ແລະ ຜະລິດຕະພັນທັງໝົດຂອງ Binance ໃນຣັດເຊຍແທນ ແລະ ໄດ້ມີການສັນຍາກັບຜູ້ໃຊ້ງານວ່າ ການດຳເນີນການນີ້ຈະເປັນໄປຢ່າງປອດໄພ”

ກ່ອນໜ້ານີ້, Binance ໄດ້ຖອນຕົວອອກຈາກທະນາຄານ 5 ແຫ່ງໃນຣັດເຊຍ ຫຼັງຈາກທີ່ມີການຂວ້ຳບາດຂອງສະຫະພາບຢູໂຣບກ່ຽວກັບການຊື້ຂາຍແບບ peer-to-peer (P2P) ແລະ ຄາດວ່າພາຍໃນ 1 ປີ ຜູ້ໃຊ້ງານຊາວຣັດເຊຍຈະສາມາດປັບຕົວປ່ຽນໄປໃຊ້ CommEX ໄດ້ຢ່າງງ່າຍດາຍ

ທີ່ມາ:

dailycoin

dailycoin2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/