ສະຕາດອັບຍີ່ປຸ່ນພັດທະນາຢາ ທີ່ຊ່ວຍໃຫ້ແຂ້ວປົ່ງໃໝ່


ຄົນສ່ວນໃຫຍ່ມີໜໍ່ແຂ້ວ ທີ່ມີສັກກະຍະພາບປົ່ງເປັນແຂ້ວໃໝ່ໄດ້ ນອກເໜືອຈາກແຂ້ວນ້ຳນົມ ແລະ ແຂ້ວແທ້; ໜໍ່ແຂ້ວຈະບໍ່ສາມາດພັດທະນາ ແລະ ຫາຍໄປໃນທີ່ສຸດ.

ແຕ່ວ່າໜໍ່ແຂ້ວນັ້ນກຳລັງຈະມາເປັນຄວາມຫວັງອັນໃໝ່ໃຫ້ຄົນທີ່ສູນເສຍແຂ້ວໄປແລ້ວ ເນື່ອງຈາກທີມນັກວິທະຍາສາດນຳໂດຍບໍລິສັດສະຕາດອັບດ້ານເພສັດຂອງປະເທດຍີ່ປຸ່ນ ທີ່ໄດ້ຮັບການສະໜັບສະໜູນຈາກມະຫາວິທະຍາໄລກຽວໂຕ ໄດ້ອອກມາເປີດເຜີຍວ່າ ໄດ້ພັດທະນາຢາແອນຕິບໍດີ ຫຼື ສານພູມຕ້ານທານ ທີ່ມີເປົ້າໝາຍ ແລະ ຢັບຢັ້ງໂປຣຕີນທີ່ຂັດຂວາງການຈະເລີນເຕີບໂຕຂອງແຂ້ວ ໂດຍກະຕຸ້ນໜໍ່ແຂ້ວທີ່ຢູ່ສະຫງົບ ໃຫ້ເກີດການເຕີບໃຫຍ່ຂອງແຂ້ວໃໝ່ໃຫ້ໄດ້ປະສິດທິພາບ.

ໃນປີ 2018 ທີມວິໄຈໄດ້ເຮັດການທົດລອງກັບສັດຄືໂຕ Ferret ເນື່ອງຈາກອົງປະກອບທາງແຂ້ວຂອງພວກມັນມີຄວາມໃກ້ຄຽງກັບມະນຸດ ເພາະມີທັງແຂ້ວນ້ຳນົມ ແລະ ແຂ້ວແທ້ ໂດຍທີມແພດໄດ້ສີດຢາແອນຕິບໍດີໃຫ້ກັບສັດທົດລອງ ແລະ ພົບວ່າແຂ້ວໃໝ່ຈະຈະເລີນເຕີບໂຕໄດ້ສຳເລັດ ແລະ  ເປັນຜົນໃນທິດທາງບວກ.

ໂດຍທາງນັກວິໄຈກໍໄດ້ຄາດວ່າຈະເລີ່ມການທົດລອງທາງຄຼີນິກກັບຜູ້ໃຫຍ່ທີ່ມີສຸຂະພາບດີປະມານເດືອນ ມັງກອນ 2024 ເພື່ອຢືນຢັນຄວາມປອດໄພຂອງຢາ ແລະ ວາງແຜນທີ່ຈະທົດລອງທາງຄຼີນິກໃນປີ 2025 ສຳລັບເດັກອາຍຸ 2-6 ປີທີມີພາວະແຂ້ວແທ້ບາງສ່ວນ ຫຼື ທັງໝົດຫາຍໄປ  ໂດຍຜູ້ເຂົ້າຮ່ວມທົດສອບຈະໄດ້ຮັບຢາເທື່ອດຽວເພື່ອກະຕຸ້ນການຈະເລີນເຕີບໂຕຂອງແຂ້ວ ແລະ ທີມວິໄຈມີເປົ້າໝາຍທີ່ຈະວາງເຂົ້າຕະຫຼາດຢາພາຍໃນປີ 2030.

ໂດຍຢານີ້ອາດຈະນຳສະເໜີຄວາມກ້າວໜ້າໃນການປະຕິວັດວົງການທັນຕະກຳ ເປັນທາງເລືອກທີ່ຈະແທນແຂ້ວປອມ ແລະ ການປູກຖ່າຍ ເຊິ່ງອາດເປັນຈຸດເລິ່ມຕົ້ນຂອງຍຸກສະໄໝໃໝ່ທີ່ການສູນເສຍແຂ້ວບໍ່ແມ່ນບັນຫາຖາວອນອີກຕໍ່ໄປ ແຕ່ເປັນພຽງເລື່ອງຊົ່ວຄາວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/