8 ບັນຫາຄົງຄ້າງ ທີ່ລັດຖະບານຈະເລັ່ງແກ້ໄຂ ເພື່ອໃຫ້ເສດຖະກິດກ້າວໜ້າຕໍ່ໄປ


ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານທີ່ພົ້ນເດັ່ນກາງສະໄໝ 5 ປີ ຄັ້ງທີ IX (2021-2025) ທິດທາງແຜນການທ້າຍສະໄໝຮອດປີ 2025 ແລະ ການຈັດຕັ້ງແຜນປະຈຳປີ 2023 ແລະ ທິດທາງແຜນການ 2024 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ທ່ານໄດ້ກ່າວວ່າ: ເຖິງວ່າມີຜົນສຳເລັດທີ່ພົ້ນເດັ່ນໃນການເຄື່ອນໄຫວວຽກງານໃນໄລຍະກາງສະໄໝ ແລະ ປະຈຳປີ 2023. ແຕ່ລັດຖະບານ ເຫັນວ່າຍັງມີດ້ານທີ່ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງເປັນຕົ້ນ:

1. ການຊີ້ນໍາ-ບັນຊາ ຂອງບາງຂະແໜງການສູນກາງ ແລະ ທ້ອງຖິ່ນຍັງບໍ່ທັນເດັດຂາດ ແລະ ເຂັ້ມງວດ, ຄວາມສະດຸ້ງໄວຕໍ່ຜົນກະທົບຈາກພາຍນອກ ແລະ ການວາງມາດຕະການແກ້ໄຂຍັງບໍ່ສອດຄ່ອງ ແລະ ທັນການ. ຄວາມເປັນເຈົ້າການໃນການປະສານງານລະຫວ່າງຂະແໜງການດ້ວຍກັນ ຍັງບໍ່ເປັນເຈົ້າການ ຍັງມີລັກສະນະເອື່ອຍອີງໃສ່ຂັ້ນເທິງເປັນຜູ້ບັນຊາ ແລະ ປະສານໃຫ້.

2. ການຜະລິດສິນຄ້າ ແລະ ການບໍລິການ ເພື່ອທົດແທນການນຳເຂົ້າ ແລະ ສິນຄ້າ ເພື່ອສົ່ງອອກຕິດພັນກັບການປັບປຸງລັດວິສາຫະກິດ ແລະ ກຸ່ມການຜະລິດຕ່າງໆຍັງບໍ່ທັນແຂງແຮງ.

3. ການຄຸ້ມຄອງເງິນຕາ ເຖິງແມ່ນວ່າໄດ້ດຳເນີນທຸກມາດຕະການຕາມເງື່ອນໄຂທີ່ມີແລ້ວ ແຕ່ການຈັດຕັ້ງປະຕິບັດຕົວຈິງຍັງພົບຄວາມຫຍຸ້ງຍາກ ເຮັດໃຫ້ອັດຕາແລກປ່ຽນຍັງສືບຕໍ່ຜັນຜວນ, ລາຄາສິນຄ້າ ແລະ ອັດຕາເງິນເຟີ້ ບໍ່ທັນສາມາດຄວບຄຸມໄດ້ຕາມຄາດໝາຍທີ່ວາງໄວ້.

4. ການຂະຫຍາຍຖານລາຍຮັບທີ່ໝັ້ນຄົງຍັງບໍ່ທັນສົມຄູ່ກັບທ່າແຮງບົ່ນຊ້ອນ ການຫັນເປັນທັນສະໄໝໃນທຸກຂົງເຂດວຽກງານ ລວມທັງການຍົກລະດັບຄວາມຮູ້ ຄວາມສາມາດຂອງພະນັກງານ ແລະ ການປັບປຸງກົງຈັກການຈັດຕັ້ງທີ່ຄຸ້ມຄອງ ແລະ ນຳໃຊ້ລະບົບທັນສະໄໝດັ່ງກ່າວ ຍັງບໍ່ທັນບັນລຸຕາມແຜນການ.

5. ການຄຸ້ມຄອງເສດຖະກິດ-ສັງຄົມ ເປັນຕົ້ນການຄຸ້ມຄອງການເກັບລາຍຮັບ ແລະ ປະຕິບັດລາຍຈ່າຍ ຍັງມີຊ່ອງວ່າງຮົ່ວໄຫຼຢູ່ ການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ຍັງບໍ່ທັນເຮັດໄດ້ດີ ແລະ ບໍ່ທັນມີປະສິດທິຜົນສູງ, ການອະນຸມັດການລົງທຶນຂອງເອກະຊົນມີຈຳນວນຫຼວງຫຼາຍ ແຕ່ການຕິດຕາມກວດກາການຈັດຕັ້ງປະຕິບັດຍັງບໍ່ທັນເຮັດໄດ້ດີ, ການບຸກລຸກ 3 ປະເພດປ່າ ເພື່ອທຳມາຫາກິນ ແລະ ສະພາບການຈູດປ່າ-ໄຟໄໝ້ລາມປ່າແມ່ນເກີດຂຶ້ນຢູ່ຫູາຍທ້ອງຖິ່ນ, ອັນສົ່ງຜົນກະທົບບໍ່ໜ້ອຍຕໍ່ສະພາບແວດລ້ອມທາງທຳມະຊາດ ແລະ ສັງຄົມ ຢູ່ຫຼາຍບໍລິເວນ.

6. ການພັດທະນາຂົງເຂດສັງຄົມເຖິງວ່າໄດ້ມີຄວາມພະຍາຍາມ ແຕ່ບາງດ້ານຍັງບໍ່ທັນຮັບປະກັນທາງດ້ານປະລິມານ ແລະ ຄຸນະພາບ, ການປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຍັງຊັກຊ້າ ຮອດປັດຈຸບັນຍັງມີຄອບຄົວທຸກຍາກ 257.670 ຄອບຄົວ (20,87%) ບ້ານທຸກຍາກ 2.964 ບ້ານ (35,27) ເມືອງທຸກຍາກ (56,75%) ເຊິ່ງເປັນສິ່ງທ້າທາຍຕໍ່ການບັນລຸຄາດໝາຍ ທີ່ສະພາແຫ່ງຊາດຮັບຮອງໃນແຜນ 5 ປີ ຄັ້ງທີ IX ແລະ ແຜນປະຈຳປີ 2023.

7. ການແກ້ໄຂປາກົດການຫຍໍ້ທໍ້ທາງດ້ານສັງຄົມ ຍັງສືບຕໍ່ເປັນສິ່ງທ້າທາຍເປັນຕົ້ນ: ບັນຫາອຸບັດຕິເຫດຕາມທ້ອງຖະໜົນ, ການປຸ້ນຈີ້, ການຄາຕະກຳ, ການຂີ້ລັກງັດແງະ, ການຄ້າຂາຍຢາເສບຕິດ, ອາວຸດເຖື່ອນການກໍ່ອາຊະຍາກຳ ແລະ ອື່ນໆ.

8. ລະບອບ, ລະບຽບ ແລະ ກົນໄກການຄຸ້ມຄອງ ບໍລິຫານວຽກງານ ເຖິງວ່າໄດ້ມີຄວາມພະຍາຍາມປັບປຸງ ແລະ ພັດທະນາ, ແຕ່ຍັງບໍ່ທັນສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຕົວຈິງ ກົນໄກແກ້ໄຂວຽກງານ ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຜົນການເຄື່ອນໄຫວຕ່າງປະເທດຂອງການນຳພັກ-ລັດ.

ຂໍ້ມູນຈາກ: ເສດຖະກິດ-ການຄ້າ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/