Sergey Glazyev ກ່າວວ່າ​ ສະກຸນເງິນ BRICS ແມ່ນສະກຸນເງິນທີ່ຈະເຂົ້າມາແທນທີ່ເງິນໂດລາ ເຊິ່ງໃນຕອນນີ້ກໍເກືອບທີ່ຈະພ້ອມໃຊ້ງານແລ້ວ


Sergey Glazyev ອະດີດລັດຖະມົນຕີຣັດເຊຍໄດ້ໃຫ້ສໍາພາດກັບ TV BRICS ວ່າ ສະກຸນເງິນ BRICS ແມ່ນເກືອບຈະສຳເລັດແລ້ວ ​ແຕ່​ຍັງ​ຕ້ອງການ​ການ​ສະໜັບສະໜູນ​ຈາກ​ຜູ້ນຳ​ທັງ​ໝົດ​ຂອງສະມາຊິກໃນກຸ່ມ​ປະ​ເທດ BRICS.

“ພວກເຮົາພຽງແຕ່ຕ້ອງການເຫດຜົນທາງດ້ານການເມືອງເທົ່ານັ້ນ ເພາະໃນດ້ານວິຊາການ ສະກຸນເງິນນີ້ແມ່ນເກືອບທີ່ຈະພ້ອມໃຊ້ງານແລ້ວ, ຊອບແວ ແລະ ເຄື່ອງມືຕ່າງໆກໍໄດ້ຖືກສ້າງຂຶ້ນເປັນທີ່ຮຽບຮ້ອຍ.

ໃນການເປີດຕົວສະກຸນເງິນນີ້ ພວກ​ເຮົາ​ຕ້ອງໄດ້ຮັບການຍິນຍອມທາງດ້ານ​ການ​​ເມືອງ​ຈາກ​ສະມາຊິກໃນກຸ່ມປະເທດ BRICS, ​ໃນ​ນັ້ນມີ 3 ປະ​ເທດ​ທີ່ໄດ້​ໃຫ້ການ​ສະໜັບສະໜູນ​ແລ້ວ ແລະ ພວກເຮົາລໍຖ້າຄຳຕອບຈາກຈີນ ແລະ ອິນເດຍຢູ່”

Sergey Glazyev ຍັງກ່າວອີກວ່າປະເທດຣັດ​ເຊຍ​ຍັງໄດ້ໂນ້ມນ້າວ​ບັນ​ດາ​ປະ​ເທດທີ່ເປັນສະມາຊິກໃນກຸ່ມ BRICS ໃຫ້​ເປີດ​ໄຟ​ຂຽວ​ສຳລັບສະກຸນເງິນດັ່ງກ່າວໃນ​ປີ​ໜ້າ.

“ແລະເພື່ອທີ່ຈະເປີດຕົວສະກຸນເງິນດັ່ງກ່າວ. ໃນຖານະທີ່ປະເທດຣັດ​ເຊຍ​​ໄດ້ຮັບເລືອກໃຫ້ເປັນປະທານ​ໃນ​ປີໜ້າ ອາດຈະໄດ້ຈັດກອງປະຊຸມລະຫວ່າງປະເທດເພື່ອລົງນາມໃນຂໍ້ຕົກລົງກ່ຽວກັບການຮັບຮອງເອົາເງິນສະກຸນດັ່ງກ່າວມາເປັນສະກຸນເງິນສາກົນ”

ໂດຍລວມແລ້ວ, ກຸ່ມປະເທດ BRICS ໄດ້ສະໜັບສະໜູນສະກຸນເງິນດັ່ງກ່າວໃນລະດັບທີ່ແຕກຕ່າງກັນອອກໄປ, ໂດຍມີຜູ້ນໍາໃນຣັດເຊຍ ແລະ ບຣາຊິວໄດ້ຢຶດໝັ້ນຢູ່ເບື້ອງຫຼັງແນວຄວາມຄິດນີ້, ໃນສ່ວນຂອງອາຟຣິກາໃຕ້ເປັນປະເທດທີ່ມີແນວຄິດອະນຸລັກນິຍົມຫຼາຍທີ່ສຸດ ໂດຍໄດ້ສະແດງອອກເຖິງຄວາມຕ້ອງການສໍາລັບແນວທາງໃນການລະມັດລະວັງ ແລະໃນຂະນະດຽວກັນນັ້ນກໍຍັງໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງເງິນໂດລາສະຫະລັດ.

ອີງຕາມຂໍ້ມູນຂອງ Sergey Glazyev ທີ່ໄດ້ໃຫ້ສໍາພາດໂດຍລະບຸວ່າ ສະກຸນເງິນໃໝ່ນີ້ຈະໄດ້ຮັບການສະໜັບສະໜູນຈາກເງິນທຶນສອງແຫຼ່ງ, ເຊິ່ງຈະມີການເສື່ອມລາຄາໜ້ອຍແລະ ມີຄວາມດຶງດູດທີ່ຈະໃຊ້ຫຼາຍກວ່າເງິນໂດລາສະຫະລັດ.

“ສະກຸນເງິນໃໝ່ນີ້​ບໍ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ພຽງ​ແຕ່​ແຫຼ່ງ​ເງິນ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ເທົ່າ​ນັ້ນ ແຕ່ມັນຍັງຂຶ້ນກັບສິນຄ້າອີກດ້ວຍ, ເຊິ່ງໃນຮູບແບບນີ້ໄດ້ສະແດງໃຫ້ເຫັນວ່າສະກຸນເງິນນີ້ຈະມີຄວາມໝັ້ນຄົງ ແລະ ມີຄວາມດຶງດູດຫຼາຍກວ່າເງິນໂດລາ, ປອນ ແລະ ຢູໂຣ”

ທີ່ມາ:

dailyhodl

tvbrics

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/