ອີງຕາມການລາຍງານຂອງ ໜັງສືພິມ The Nation ໄທພວມປຶກສາຫາລືກັບຈີນ ແລະ ລາວ ກ່ຽວກັບແຜນການເປີດເສັ້ນທາງການບິນໃໝ່ ເພື່ອຮັບມືກັບ 100,000 ຖ້ຽວບິນທີ່ຄາດວ່າຈະບິນຢູ່ເທິງຟ້າ.
ທ່ານນົບພາສິດ ຈັກພິທັກ ປະທານວິທະຍຸກະຈາຍສຽງແຫ່ງປະເທດໄທ ກ່າວເມື່ອບໍ່ດົນມານີ້ວ່າ: ເສັ້ນທາງທີ່ສະເໜີມານັ້ນ ຄາດວ່າຈະຊ່ວຍຫຼຸດຜ່ອນ ຄວາມແອອັດ ໃນເສັ້ນທາງການບິນ ປັດຈຸບັນ ທີ່ອົງການ ການບິນພົນລະເຮືອນ ສາກົນ (ICAO) ກຳນົດ ທີ່ໄປແອອັດແຕ່ຈຸດດຽວຢູ່ພາກຕາເວັນຕົກສຽງເໜືອ ຂອງລາວ.
ທ່ານ ນົບພາສິດ ກ່າວວ່າ ພາຍຫຼັງສາມປະເທດໄດ້ເຫັນດີກ່ຽວກັບເສັ້ນທາງການບິນໃໝ່ລະຫວ່າງໄທກັບຈີນຜ່ານລາວແລ້ວ, ເຊິ່ງເສັ້ນທາງການບິນຂະໜານນີ້ຄາດວ່າຈະເປີດໃນຕົ້ນປີ 2026 ຫຼັງຈາກບັນລຸຂໍ້ກຳນົດດ້ານຄວາມປອດໄພຂອງ ICAO.
ທ່ານກ່າວວ່າ, ອຸດສາຫະກຳການບິນຂອງອາຊີໄດ້ເຫັນສັນຍານຂອງການຂະຫຍາຍຕົວຢ່າງວ່ອງໄວ, ໂດຍສະເພາະແມ່ນຢູ່ຈີນ ແລະ ອິນເດຍ, ຕາມການສັ່ງຊື້ເຮືອບິນຫຼາຍກວ່າ 1,000 ລຳ.
ປະທານວິທະຍຸກະຈາຍສຽງແຫ່ງປະເທດໄທ ກ່າວວ່າ “ ການປະຕິບັດແຜນດັ່ງກ່າວ ແມ່ນກຳລັງພວມດຳເນີນການເຈລະຈາຢູ່ລະຫວ່າງໄທ, ລາວ, ຈີນ ໃນແຜນການເປີດເສັ້ນທາງບິນໃໝ່ເພື່ອຮອງຮັບຖ້ຽວບິນເພີ່ມຂຶ້ນຈາກ 100,000 ຖ້ຽວຕໍ່ປີໃນປັດຈຸບັນ ແລະ ຈະກາຍເປັນເປັນ 200,000 ຖ້ຽວຕໍ່ປີ ໃນອະນາຄົດ.
ແຜນການເສັ້ນທາງເສັ້ນຄູ່ຂະໜານລະຫວ່າງໄທ ແລະຈີນ ຈະຮອງຮັບຖ້ຽວບິນລະຫວ່າງແຂວງພາກເໜືອຂອງໄທ ຄືຊຽງໃໝ່ ແລະ ຊຽງຣາຍ ແລະ ເມືອງໃຫຍ່ຂອງຈີນ ເຊັ່ນ: ຄຸນໝິງ, ກຸ້ຍຢາງ, ຊຽງຕູ, ທຽນຟູ ແລະ ຊົງຊິງ.
https://www.nationthailand.com/thailand/general/40036820
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/