ໄຂ້ຍຸງລາຍລະບາດໜັກ ໃນປະເທດເປຣູ ເສຍຊີວິດ 200 ຄົນ ຕິດເຊື້ອຫຼາຍກວ່າແສນຄົນ


ວັນທີ 12 ມິຖຸນາ 2023 ປະທດ ເປຣູ ພົບກັບການລະບາດຂອງພະຍາດໄຂ້ຍຸງລາຍຄັ້ງຮຸນແຮງທີ່ສຸດໃນປະຫວັດສາດຂອງປະເທດ ໂດຍປີນີ້ທາງເປຣູ ພົບວ່າມີຜູ້ເສຍຊີວິດແລ້ວ 200 ຄົນ ແລະ ຜູ້ຕິດເຊື້ອຫຼາຍກວ່າ 130.000 ຄົນ ຖືວ່າເປັນການລະບາດທີ່ໃຫຍ່ທີ່ສຸດຂອງເປຣູ.

ປະເທດເປຣູ ກຳລັງພົບກັບບັນຫາໃຫຍ່ກັບການລະບາດຂອງໄຂ້ຍຸງລາຍ ຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງປະເທດ ໂດຍໃນເວລານີ້ ມີຈຳນວນຜູ້ຕິດເຊື້ອທົ່ວປະເທດຫຼາຍກວ່າ 130.000 ຄົນ ໂດຍທີ່ໃນທຸກໆປີຂອງເມືອງ ປິວລາ ທາງເໜືອຂອງປະເທດຈະມີການລະບາດຢູ່ ແຕ່ໃນປີນີ້ຮ້າຍແຮງກວ່າທຸກໆປີເນື່ອງຈາກມີຈຳນວນຄົນເຈັບຫຼາຍກວ່າ 40.000 ຄົນ ແລະ ພົບຜູ້ເສຍຊີວິດຫຼາຍກວ່າ 60​ ຄົນ ສົ່ງຜົນເຮັດໃຫ້ເມືອງ ປິວລາ ກາຍເປັນສູນກາງ ການລະບາດຂອງໄຂ້ຍຸງລາຍໃນເທື່ອນີ້.

ໂດຍບ້ານຊານພາໂບ ທາງຕອນເໜືອຂອງເປຣູ ທີ່ຍັງປະສົບບັນຫາຂາດແຄນແຫຼ່ງນ້ຳສະອາດ ເຊິ່ງເປັນບັນຫາທາງສິ່ງແວດລ້ອມທີ່ສຳຄັນ ປະຊາຊົນຈຶ່ງບໍ່ມີແຫຼ່ງນ້ຳໄຫຼທີ່ໃສສະອາດໄວ້ໃຊ້ ພວກເຂົາຈຶ່ງຈຳເປັນຕ້ອງກັກເກັບນ້ຳເອົາໄວ້ໃຊ້ໃນພາຊານະຕ່າງໆ ເຊິ່ງກໍຍັງເປັນແຫຼ່ງເພາະພັນຍຸງ. ຢ່າງໃດກໍຕາມໃນບ້ານດັ່ງກ່າວມີ 15% ຂອງປະຊາກອນ ບໍ່ສາມາດເຂົ້າເຖິງແຫຼ່ງນ້ຳສະອາດພາຍໃນເຮືອນຂອງຕົນເອງໄດ້.

ທາງກະຊວງສາທາລະນະສຸກຂອງເປຣູ ໄດ້ອອກມາເປີດເຜີຍວ່າ ສາເຫດທີ່ພະຍາດໄຂ້ຍຸງລາຍລະບາດຢ່າງໜັກໃນປີນີ້ ເນື່ອງຈາກປາກົດການ ເອລນີໂຢ ເຊິ່ງເປັນການແປງປ່ຽນສະພາບອາກາດຢ່າງຮຸນແຮງ ຈົນເຮັດໃຫ້ມີຝົນຕົກຫຼາຍຂຶ້ນໃນລະດູມໍລະສຸມ ແລະ ອາກາດທີ່ຮ້ອນ ຜິດປົກກະຕິ ເຊິ່ງເຮັດໃຫ້ຍຸງສາມາດແຜ່ເຊື້ອໄຂ້ຍຸງລາຍໄດ້ງ່າຍ.

ທັງນີ້ ພະຍາດໄຂ້ຍຸງລາຍ ມີຍຸງເປັນພາຫະນະນຳໂຣກ ໂດຍຄົນເຈັບຈະມີການປ່ວຍເຊັ່ນ: ມີໄຂ້ສູງ, ເຈັບຫົວ ປວດກ້າມຊີ້ນ ເປັນຕົ້ນ ໂດຍອາການເຫຼົ່ານີ້ອາດຈະເກີດຂຶ້ນປະມານ 3-14 ມື້ ແຕ່ຄົນທີ່ເປັນໜັກອາດຈະເຖິງຂັ້ນເສຍຊີວິດໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/