ກົ້ນຢາສູບທີ່ສູບເເລ້ວເປັນໄພຄຸກຄາມອັນຮ້າຍເເຮງຕໍ່ສິ່ງເເວດລ້ອມ ເເລະ ສັດປ່າ


ຢາສູບນອກຈາກຈະສົ່ງຜົນເສຍຕໍ່ສຸຂະພາບຂອງຜູ້ທີ່ສູບ ເເລະ ຄົນອ້ອມຂ້າງເເລ້ວ, ກົ້ນຢາສູບທີ່ຖືກຖິ້ມເປັນຈຳນວນຫຼວງຫຼາຍຍັງສົ່ງຜົນກະທົບຕໍ່ສິ່ງເເວດລ້ອມ ເເລະ ສັດປ່າທີ່ກິນມັນເຂົ້່າໄປ.

Dr. Mustafa Aydın ປະທານສະມາຄົມຕໍ່ຕ້ານການສູບຢາຂອງ Turkish ແລະ ປະທານຜູ້ກໍ່ຕັ້ງຂອງ Green Homeland Platform ໄດ້ກ່າວເຖິງຜົນກະທົບຂອງກົ້ນຢາສູບຕໍ່ສຸຂະພາບຂອງມະນຸດ ເເລະ ສິ່ງເເວດລ້ອມ ໂດຍເນັ້ນໜັກເຖິງຄວາມຕ້ອງການທີ່ຈະປູກຈິດໃຕ້ສຳນຶກກ່ຽວກັບຜົນກະທົບຕໍ່ສິ່ງເເວດລ້ອມຂອງການສູບຢາ ຕະຫຼອດຈົນຮອດນົກທີ່ຕາຍຈາກກິນກົ້ນຢາສູບທີ່ຖືກຖິ້ມຊະຊາຍ.

ຢາສູບເປັນໄພຄຸກຄາມທີ່ຮ້າຍເເຮງຕໍ່ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ຂອງມະນຸດ ໂດຍກົ້ນຢາສູບເກືອບ 5 ພັນຕື້ອັນທີ່ຜະລິດທົ່ວໂລກໃນແຕ່ລະປີ ເຮັດໃຫ້ເກີດເປັນບັນຫາອັນໃຫຍ່ເຊັ່ນ: ນົກປະມານ 1 ລ້ານໂຕຕາຍທຸກປີເນື່ອງຈາກບໍລິໂພກກົ້ນຢາສູບເຫຼົ່ານີ້.

Dr. Mustafa Aydın ກ່າວເສີມອີກວ່າ “ມັນຈໍາເປັນຕ້ອງເປີດເຜີຍຜົນກະທົບຂອງການສູບຢາ ໂດຍສະເພາະກັບສິ່ງແວດລ້ອມ, ເມື່ອພິຈະລະນາເຖິງການເສຍຊີວິດຈຳນວນຫຼາຍຈາກທົ່ວໂລກ ມີສາເຫດມາຈາກ​ການ​ສູບຢາ, ຢາສູບນັ້ນສົ່ງຜົນເສຍຢ່າງໃຫຍ່ຫຼວງຕໍ່ທັງສສຸຂະພາບຂອງມະນຸດ ແລະ ສິ່ງແວດລ້ອມ”

ການສຶກສາຈໍານວນຫຼາຍໄດ້ສະແດງໃຫ້ເຫັນຜົນກະທົບໃນທາງລົບຂອງກົ້ນຢາສູບຕໍ່ລະບົບນິເວດ. ການ​ສຶກສາ​ເຫຼົ່າ​ນີ້​ໄດ້ສະເເດງ​ໃຫ້​ເຫັນ​ວ່າ​ກົ້ນຢາສູບຢຸດ​ການ​ເຕີບ​ໂຕ​ຂອງ​ພືດ​ພັນ ແລະ​ ມີ​ສ່ວນເຮັດໃຫ້ເກີດໄຟໄໝ້ປ່າເກືອບເຄິ່ງໜຶ່ງໃນ ຕຸຣເຄຍ.

ນອກ​ນີ້, ກົ້ນຢາສູບຍັງກວມເອົາເກືອບ 40% ຂອງ​ຂີ້​ເຫຍື້ອ​ທີ່​ເກັບມາໄດ້. ຜູ້​ຊ່ຽວ​ຊານ​ຊີ້​ໃຫ້ເຫັນວ່າ ການ​ສູບ​ຢາ​ນັ້ນມີສ່ວນຊ່ວຍ​ໃຫ້​ເກີດການ​ຕັດ​ໄມ້​ທຳລາຍ​ປ່າ, ທໍາລາຍນ້ໍາ-ດິນ ແລະ ຍັງເຮັດໃຫ້ເກີດອາຊິດ ເຊິ່ງກໍໃຫ້ເກີດຄວາມາສ່ຽງຢ່າງຮຸນເເຮງຕໍ່ສະພາບເເວດລ້ອມທາງທໍາມະຊາດ.

ການຜະລິດຢາສູບນັ້ນ, ຈຳເປັນຈະຕ້ອງຕັດຕົ້ນໄມ້ຫຼາຍພັນຕົ້ນເພື່ອເຮັດເຈ້ຍຫໍ່ຢາສູບ. ສ່ວນຕົວກອງພລາສຕິກທີ່ພົບເຫັນຢູ່ໃນກົ້ນຂອງຢາສູບສາມາດຢູ່ໄດ້ຫຼາຍປີໃນສະພາບແວດລ້ອມ ເນື່ອງຈາກພວກມັນບໍ່ສາມາດຍ່ອຍສະຫຼາຍໄດ້.

ທີ່ມາ:

https://cutt.ly/3wemR6wj

https://cutt.ly/AwemTjhA

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/