ໃຜກໍມີຄວາມຝັນຢາກອອກທະເລ! ໜຸ່ມຟໍລິດາ ພະຍາຍາມຂ້າມທະເລ ໄປລອນດອນ ດ້ວຍວົງລໍ້ແຮມສເຕີ


ໜ່ວຍງານຍາມຝັ່ງຂອງສະຫະລັດອາເມຣິກາ ສະກັດຈັບໜຸ່ມຟໍລິດາທີ່ມີຊື່ວ່າ ເຮຊາ ບາລູຊິ ນັກແລ່ນມາຣາທອນ ອາຍຸ 44 ປີ ທີ່ກຳລັງລອຍລຳຢູ່ເທິງຊາຍຝັ່ງເມືອງ Tybee Island ລັດຈໍເຈີຍໃນເຮືອປະດິດທີ່ຮູບຮ່າງຄ້າຍຄືກັບວົງລໍ້ໜູແຮມສເຕີ ເຊິ່ງລາວໄດ້ເອີ້ນມັນວ່າ “ບັບເບິລ”.

ລັກສະນະເຮືອບັບເບິລ ມີລັກສະນະເປັນຊົງກະບອກ ແລະ ມີວົງລໍ້ທີ່ປາຍສອງຂ້າງ ເຊິ່ງພາຍໃນມີທຸ່ນ ແລະ ບອລລູນຕິດຢູ່ເພື່ອໃຫ້ມັນລອຍນ້ຳໄດ້ ໂດຍໜຸ່ມຟໍລິດາຄົນນີ້ໄດ້ເລີ່ມອອກເດິນທາງມາຕັ້ງແຕ່ປາຍເດືອນທີ່ແລ້ວ ໃນໄລຍະທີ່ເຈົ້າໜ້າທີ່ຂອງລັດຟໍລິດາ ກຳລັງຄາວຽກກັບການກຽມຄວາມພ້ອມຮັບມື ກັບພາຍຸເຮີຣິເຄນ.

ຫຼັງການຖືກສະກັດຈັບ ເຮຊາ ບາລູຊິ ຮູ້ສຶກບໍ່ພໍໍໃຈເປັນຢ່າງຫຼວງຫຼາຍ ແລະ ປະຕິເສດທີີ່ຈະລົງຈາກເຮືອເປັນເວລາຮອດ 3 ມື້ ພ້ອມຍັງມີການຂູ່ວ່າມີລະເບີດ ແລະ ຈະຂ້າຕົວຕາຍ ແຕ່ສຸດທ້າຍ ກໍຍອມສະຫຼະເຮືອ ແລະ ໄປກັບເຈົ້າໜ້າທີ່ໂດຍດີ ໂດຍການເອົາລະເບີດມາຂົ່ມຂູ່ນັ້ນ ເບື້ອງຕົ້ນພົບວ່າເປັນຂອງປອມ.

ທັງນີ້ ຄັ້ງນີ້ບໍ່ແມ່ນຄັ້ງທຳອິດທີ່ ເຮຊາ ບາລູຊິ ພະຍາຍາມຈະອອກທ່ອງມະຫາສະໝຸດ ກ່ອນໜ້ານີ້ລາວເຄີຍພະຍາຍາມເດີນທາງແບບນີ້ມາແລ້ວ 3 ເທື່ອ ແລະ ຍັງເຄີຍຖືກຈັບໃນປີ 2021 ໃນເວລານັ້ນລາວພະຍາຍາມຂີ່ຈາກຟໍລິດາໄປນິວຢອກ.

ສ່ວນອີກ 2 ເທື່ອ ໃນປີ 2014 ແລະ ປີ 2016 ເຮຊາ ບາລູຊິ ເຄີຍຖືກຊ່ວຍຊີວິດໃນຕອນທີ່ພະຍາຍາມລ່ອງເຮືອລັກສະນະຄ້າຍໆກັນມາກ່ອນນີ້  ເຊິ່ງຕົວລາວເອງໃຫ້ສຳພາດໄວ້ວ່າ ພະຍາຍາມອອກເດີນທາງເພື່ອພະຍາຍາມລະດົມທຶນຊ່ວຍເຫຼືອບັນຫາຕ່າງໆ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/