ການເຂົ້າມາໃນລາວ ຂອງ 7-Eleven ຈະເປັນ ວິກິດ ຫຼື ໂອກາດ ຂອງຜູ້ປະກອບການ ແລະ ສິນຄ້າພາຍໃນ ສປປ ລາວ


ທ່າມກາງຄວາມຕື່ນເຕັ້ນ ກັບການເຂົ້າມາບຸກຕະຫຼາດລາວ ຂອງຮ້ານສະດວກຊື້ຊື່ດັ່ງຢ່າງ 7-Eleven ທີ່ຫາກໍເປີດຕົວສາຂາທໍາອິດໃນ ສປປ ລາວ ໄປເມື່ອບໍ່ດົນມານີ້ ກໍຫຼີກໜີບໍ່ໄດ້ກັບຄວາມກັງວົນຂອງຂອງກຸ່ມຈຳນວນໜຶ່ງ ແລະ ສິນຄ້າລາວວ່າ ການເຂົ້າມາຂອງ 7-Eleven ນັ້ນມາດຶງເອົາສ່ວນແບ່ງຕະຫຼາດ ແລະ ເປີດທາງໃຫ້ກັບສິນຄ້ານຳເຂົ້າໄດ້ເຂົ້າມາຫຼາຍເກີນໄປຈົນບັງບົດບາດຂອງສິນຄ້າລາວຫຼືບໍ່.

7-Eleven ເປັນແບຣນຮ້ານສະດວກຊື້ຊື່ດັງສັນຊາດອາເມຣິກາ ທີ່ຖືຄອງ ແລະ ບໍລິຫານໂດຍບໍລິສັດ Seven & I Holdings ຜ່ານທາງ  Seven-Eleven Japan Co., Ltd. ທີ່ເປີດໃຫ້ບໍລິການຢູ່ 20 ກວ່າປະເທດໃນທົ່ວໂລກ ລວມທັງ ສປປ ລາວ.

ກ່ອນອື່ນໝົດກໍຕ້ອງບອກວ່າ 7-Eleven ບໍ່ແມ່ນທຸລະກິດຮ້ານສະດວກຊື້ ຫຼື ຮ້ານຂາຍຍ່ອຍລາຍໃຫຍ່ ແຫ່ງທຳອິດໃນປະເທດລາວ ເພາະໃນປະເທດລາວເອງກໍມີການແຂ່ງຂັນໃນທຸລະກິດນີ້ຫຼາຍຢູ່ແລ້ວ ບໍ່ວ່າຈະເປັນ Mini Big-C, ໂຊກໄຊ, ຈີບຟີ້, ເຈ-ມາດ, ໂຊກທະວີ, D-mart ແລະ ຮ້ານຂາຍຍ່ອຍອື່ນໆ.

ແຕ່ແນ່ນອນ ຫຼາຍຄົນກໍຄົງຈະເຂົ້າໃຈ ແລະ ຮັບຮູ້ກັນດີວ່າ ໃນບັນດາຮ້ານຄ້າທີ່ກ່າວມານັ້ນກໍຕ້ອງຍອມຮັບວ່າ 7-Eleven ເປັນຜູ້ແຂ່ງຂັນທີ່ເຂັ້ມແຂງທີ່ສຸດ ແລະ ການເຂົ້າມາຂອງຜູ້ຫຼິ້ນໜ້າໃໝ່ທີ່ມີຄວາມເຂັ້ມແຂງ ກໍຍ່ອມສົ່ງຜົນກະທົບຕໍ່ຜູ້ຫຼິ້ນໜ້າເກົ່າຢູ່ແລ້ວ ທັງໃນເລື່ອງຂອງການແຂ່ງຂັນໃນຫຼາຍໆດ້ານທີ່ຈະສູງຂຶ້ນ ທັງໃນເລື່ອງຂອງລາຄາ,​ ການບໍລິການ, ໂປຣໂມຊັນ, ກິດຈະກໍາຕ່າງໆ ເຊິ່ງກໍແນ່ນອນວ່າໃນອະນາຄົດຜູ້ທີ່ຈະຢູ່ລອດໄດ້ ກໍຄົງເປັນພຽງຜູ້ທີ່ມີລະບົບການບໍລິຫານງານທີ່ດີ, ມີທຶນຂະໜາດໃຫຍ່ ທີ່ຈະຢູ່ລອດໃນອະນາຄົດ ເພາະທຸກແບຣນທີ່ເຂົ້າມາກໍຕ້ອງການຍາດສ່ວນແບ່ງຕະຫຼາດທັງນັ້ນ ແລະ ແບຣນນ້ອຍໆອາດຈະເຫັນໜ້ອຍລົງໃນອະນາຄົດ ແລະ ອາດຈະຖືກຊື້ກິດຈະການໄປໃນທີ່ສຸດ.

ນອກຈາກນີ້ ການທີ່ການຜະລິດພາຍໃນຂອງເຮົາຍັງບໍ່ເຂັ້ມແຂງ ສິນຄ້າພາຍໃນບໍ່ສາມາດຕອບສະໜອງກັບຄວາມຕ້ອງການຂອງສັງຄົມໄດ້ ການເຂົ້າມາຂອງ 7 Eleven ກໍບໍ່ຕ່າງຫຍັງຈາກການເປີດປະຕູ ເປີດຕະຫຼາດໃນການນຳເຂົ້າສິນຄ້າຈາກຕ່າງປະເທດເຂົ້າມາຫຼາຍຂຶ້ນ ຍິ່ງເຮັດໃຫ້ປະຊາຊົນ ສາມາດບໍລິໂພກ ສິນຄ້າຈາກຕ່າງປະເທດໄດ້ຫຼາຍຂຶ້ນ ແລະ ສະດວກສະບາຍຍິ່ງຂຶ້ນ. ເຊິ່ງນັ້ນຈະໝາຍເຖິງການເພີ່ມຂຶ້ນຂອງປະລິມານສິນຄ້ານຳເຂົ້າ ແລະ ການເພີ່ມຂຶ້ນຂອງຄວາມຕ້ອງການໃນເງິນຕາຕ່າງປະເທດ ເຊິ່ງໃນສ່ວນນີ້ຖ້າເກີດວ່າບໍ່ມີການບໍລິຫານ ແລະ ຈັດສັນຢ່າງເໝາະສົມອາດນຳໄປສູ່ການເສື່ອມຄ່າຂອງເງິນຕາ ໃນອະນາຄົດໄດ້.

ແຕ່ໃນທາງກັບກັນ ການເຂົ້າມາຂອງ 7 Eleven ກໍເປັນອີກໜຶ່ງຕົວກະຕຸ້ນຊັ້ນດີ ໃຫ້ບັນດາຜູ້ປະກອບການ ຫຼື ຊຸມຊົນທີ່ມີ 7-Eleven ໄປຕັ້ງຢູ່ໃຫ້ມີການແຂ່ງຂັນ ພັດທະນາ ປັບຕົວໃຫ້ຕົນເອງນັ້ນເຂັ້ມແຂງຂຶ້ນ ໃນທຸລະກິດນີ້.

ນອກຈາກນີ້ ການມາເປີດສາຂາຂອງ 7-Eleven  ໃນ ສປປ ລາວ ກໍຍັງຈະເປັນການເປີດໂອກາດ ໃຫ້ບັນດາຜູ້ປະກອບການ ຫຼື SME ໃນປະເທດ ມີພື້ນທີ່ ທີ່ຈະສາມາດມາຂາຍສິນຄ້າ ແລະ ບໍລິການຂອງຕົນເອງໄດ້ ເນື່ອງຈາກ 7-Eleven  ເປັນບໍລິສັດຮ້ານສະດວກຊື້ ທີ່ຂຶ້ນຊື່ວ່າ ມີລະບົບການຈັດການ ບໍລິຫານ ແລະ ຂົນສົ່ງສິນຄ້າທີ່ດີພໍສົມຄວນ ມັນຈຶ່ງຈະເປັນທ່າແຮງສຳຄັນໃນການຊຸກຍູ້ ສິນຄ້າ ຫຼື ຜະລິດຕະພັນພາຍໃນ ແລະ ເຮັດໃຫ້ສິນຄ້າລາວສາມາດກະຈາຍເຂົ້າສູ່ຕະຫຼາດພາຍໃນໄດ້ຫຼາຍຂຶ້ນ.

ອີກທັງມາດຕະຖານການຄັດເລືອກສິນຄ້າຂອງ 7-Eleven ກໍຈະເປັນບັນທັດຖານໃຫ້ຜູ້ຜະລິດພາຍໃນປະເທດເຮົາໄດ້ຮຽນຮູ້ ແລະ ປັບຕົວເພື່ອກ້າວສູ່ມາດຕະຖານລະດັບສາກົນຕໍ່ໄປໄດ້ ເຊິ່ງຫາກເຮົານຳຄວາມກັງວົນໃນເລື່ອງການແຂ່ງຂັນ ມາເປັນເປົ້າໝາຍໃໝ່ໃນການປັບປ່ຽນທຸລະກິດຂອງເຮົາໄດ້ ກໍຈະເຮັດໃຫ້ການມີ 7-Eleven ໃນຕະຫຼາດລາວບໍ່ແມ່ນວິກິດ ແຕ່ເປັນໂອກາດທີ່ຈະພັດທະນາທຸລະກິດຂາຍຍ່ອຍຂອງລາວເຮົາໄດ້ຢ່າງແທ້ຈິງ.

ສຸດທ້າຍແລ້ວ ການເຂົ້າມາໃນລາວ ຂອງ 7 Eleven ກໍບໍ່ຕ່າງຫຍັງກັບການ ເຂົ້າມາຂອງທຸລະກິດ ຈາກຕ່າງປະເທດ ປະເພດອື່ນໆ ທີ່ຈະນຳມາເຊິ່ງການແຂ່ງຂັນທີ່ສູງຂຶ້ນ ແລະ ສຸດທ້າຍຜູ້ທີ່ເຂັ້ມແຂງທີ່ສຸດເທົ່ານັ້ນທີ່ຈະຢູ່ລອດ ເຊິ່ງສິ່ງເຫຼົ່ານີ້ ກໍຂຶ້ນນຳບັນດາຄູ່ແຂ່ງເອງວ່າຈະເບິ່ງມັນເປັນວິກິດ ຫຼື ເປັນໂອກາດໃນການພັດທະນາທຸລະກິດຂອງຕົນເອງໃຫ້ກ້າວໄປອີກລະດັບໜຶ່ງ. ເພາະສຸດທ້າຍແລ້ວ ໃນອະນາຄົດ 7 Eleven ກໍອາດຈະເຂົ້າມາປ່ຽນແປງວັດທະນະທໍາ ແລະ ຄ່ານິຍົມບາງຢ່າງໃນຊຸມຊົນຂອງເຮົາ ເຊັ່ນດຽວກັບທີ່ເຮັດມາແລ້ວໃນທຸກປະເທດທົ່ວໂລກ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/