ແມ່ຕູ້ອາຍຸ 104 ປີ  ທ້າທາຍສະຖິຕິໂລກ ໂດດຈ້ອງຈາກຄວາມສູງ 4,100 ແມັດ


ແມ່ຕູ້ຊາວອາເມຣິກາອາຍຸ 104 ປີ ຂໍມາທ້າທາຍຂີດຈຳກັດຕົນເອງ ດ້ວຍການໂດດຈ້ອງລົງມາຈາກເຮືອບິນທີ່ມີຄວາມສູງຫຼາຍກວ່າ 4,100 ແມັດເໜືອພື້ນດິນ ພ້ອມກັບລໍຖ້າຮັບຮອງເອົາສະຖິຕິໂລກຈາກ Guinness World Records.

ນາງ ໂດໂຣທີ ຮອບເນີ ແມ່ຕູ້ຊາວອາເມຣິກາ ອາຍຸ 104 ປີ ໄດ້ໂດດຈ້ອງລົງມາຈາກເຮືອບິນມີ່ມີຄວາມສູງ 4,100 ແມັດ ເໜືອສູນສະກາຍໄດ ຊິຄາໂກ ໃນເມືອງອອດຕາວາ ລັດອິລີນອຍ ຂອງປະເທດສະຫະລັດອາເມຣິກາ ເມື່ອວັນອາທິດທີ່ຜ່ານມາ ຫວັງສ້າງສະຖິຕິໃໝ່ກາຍເປັນນັກໂດດຈ້ອງທີ່ມີອາຍຸຫຼາຍທີ່ສຸດໃນໂລກ.

ທາງດ້ານແມ່ຕູ້ ໂດໂຣທີ ເອງໄດ້ກ່າວວ່າ “ມັນເປັນຄວາມຮູ້ທີ່ວິເສດອີ່ຫຼີ ທີ່ໄດ້ຮູ້ສຶກວ່າໂລກນີ້ຢູ່ພາຍໃຕ້ຂ້ອຍ ມັນສຸດຍອດອີ່ຫຼີ ມັນເປັນວັນອາທິດທີ່ສວຍງາມ ແລະ ຫຍ້າສີຂຽວທາງລຸ່ມນີ້ມັນມະຫັດສະຈັນຫຼາຍ. ນອກຈາກນີ້ຂ້ອຍຍັງຄິດວ່າຫຼາຍໆຄົນທີ່ກຳລັງນັ່ງເບິ່ງສິ່ງທີ່ຂ້ອຍເຮັດຫຼືຈະກຳລັງເບິ່ງເລື່ອງນີ້ຢູ່ ອາດຈະຄິດວ່າ ໂອ້! ຖ້າເຈົ້າເຮັດໄດ້ ແລ້ວເປັນຫຍັງຂ້ອຍຈະເຮັດບໍ່ໄດ້”

ທັງນີ້ ພ້ອມຄາດການວ່າ ແມ່ຕູ້ ໂດໂຣທີ ຈະທຳລາຍສະຖິຕິໂລກຂອງ Guinness World Records ໃນຖານະນັກໂດດຈ້ອງທີ່ມີອາຍຸຫຼາຍທີ່ສຸດໃນໂລກ ເຊິ່ງແຕ່ກ່ອນສະຖິຕິນີ້ເປັນຂອງແມ່ຕູ້ຊາວສະວີເດນ 103 ປີ ເຮັດສະຖິຕິໄວ້ເມື່ອເດືອນ ພຶດສະພາ 2022.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/