ສປປ ລາວ ເລີ່ມກັບມາສົ່ງອອກງົວໄປຈີນ ອີກເທື່ອໜຶ່ງ ເປີດຕະຫຼາດສົ່ງອອກງົວ ໃຫ້ຊາວກະສິກອນລາວ


ຈີນ​ໄດ້​ອະນຸຍາດ​ໃຫ້​ລາວ​ສົ່ງ​ງົວ​ແລະ​ຄວາຍ​ໄປ​ຈີນ​ອີກ​ເທື່ອ​ໜຶ່ງ, ຫຼັງ​ຈາກ​ຢຸດ​ການ​ຄ້າ​ຍ້ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ຜິວໜັງ​​ເປັນ​ກ້ອນ (lumpy skin disease) ​ຂອງ​ສັດລ້ຽງ​ຂອງ​ລາວ.

ພິທີ​ປະກາດ​ການ​ຟື້ນ​ຟູ​ການ​ຄ້າ​ໄດ້​ຈັດ​ຂຶ້ນ​ຢູ່​ເຂດ​ຊາຍ​ແດນ​ລາວ-ຈີນ ​ເມືອງ​ສິງ ​ແຂວງ​ຫຼວງ​ນ້ຳ​ທາ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ເຈົ້າ​ໜ້າ​ທີ່​ລັດຖະບານ ​ແລະ ຜູ້ຕາງໜ້າ​ນັກທຸລະກິດ​ລາວ ​ແລະ ຈີນ.

ພາຍຫຼັງການລະບາດຂອງພະຍາດຜິວໜັງໃນລາວ ໃນປີກາຍນີ້, ກົມພາສີຂອງຈີນ ໄດ້ຫ້າມການນຳເຂົ້າງົວ-ຄວາຍຈາກລາວ ແຕ່ເມື່ອບໍ່ດົນມານີ້ໄດ້ຕົກລົງໃຫ້ສືບຕໍ່ນຳເຂົ້າຄືນໃໝ່ ພາຍຫຼັງທີ່ທາງການຈີນ ແລະ ລາວ ກວດພົບວ່າບໍ່ມີພະຍາດດັ່ງກ່າວແລ້ວ.

ໂດຍການສົ່ງອອກງົວ-ຄວາຍ ໄປ ສປຈີນ ຖືເປັນນະໂຍບາຍສົ່ງເສີມຊາວກະສິກອນລາວ ໃນການສົ່ງອອກສັດໃຫຍ່ໄປຈີນ ຂອງ 2 ພັກ 2 ລັດ ລາວ-ຈີນ. ເຊິ່ງພາຍ​ໃຕ້​ຂໍ້​ຕົກລົງ​ທີ່​ໄດ້​ລົງ​ນາມ​ລະຫວ່າງ​ລັດຖະບານ​ຂອງ​ສອງ​ປະ​ເທດ, ລາວ​ໄດ້​ຮັບ​ໂຄ​ຕ້າ​ສົ່ງ​ອອກ​ງົວ 500.000 ​ໂຕຕໍ່ປີ. ເຊິ່ງພາຍໃນພິທີຟື້ນຄືນການສົ່ງອອກນີ້ ໄດ້​​ມີ​ການ​ຂົນ​ສົ່ງ​ງົວ-ຄວາຍ 160 ​ໂຕ​ຂ້າມ​ຊາຍ​ແດນ​ໄປ​ຈີນ.

ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າກ່າວໃນພິທີວ່າ: ລັດຖະບານ​ຈີນ​ໄດ້​ລິ​ເລີ່​ມການ​ສົ່ງ​ອອກ​ສັດ​ຂອງ​ລາວ​ເພື່ອ​ແນ​ໃສ່​ສ້າງ​ວຽກ​ເຮັດ​ງານ​ທຳ, ສ້າງ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ​ລາວ, ​ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ບັນດາ​ແຂວງ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ.

ທ່ານ ບຸນເຖິງ ຍັງໄດ້ສະເໜີໃຫ້ທາງການລາວ ແລະ ຈີນ ໃຫ້ຄວາມສຳຄັນຕໍ່ໂຄງການດັ່ງກ່າວ ແລະ ຖ້າຫາກມີບັນຫາໃດໆ ເກີດຂຶ້ນກໍຄວນປຶກສາຫາລືກັນໂດຍໄວ ເພື່ອບໍ່ໃຫ້ເກີດຄວາມຫຼ້າຊ້າ ຫຼື ສົ່ງຜົນກະທົບທາງລົບຕໍ່ຜູ້ດຳເນີນທຸລະກິດທີ່ກ່ຽວຂ້ອງ.

ພ້ອມນີ້, ທ່ານຍັງໄດ້ແນະນຳໃຫ້ອົງການທີ່ຮັບຜິດຊອບຂອງລາວ ແລະ ສປ ຈີນ ກວດກາໂຄງການສົ່ງອອກສັດລ້ຽງເປັນປະຈຳ ແລະ ລາຍງານຜົນການຄົ້ນພົບໃຫ້ຂັ້ນເທິງເປັນປະຈຳ.

ທ່ານ ສີທອງ ພິພັກຂະວົງ, ຮອງຫົວໜ້າກົມລ້ຽງ ສັດ ແລະ ການປະມົງ ໄດ້ລາຍງານໃຫ້ຮູ້ກ່ຽວກັບແຜນການ ແລະ ມາດຕະການສົ່ງເສີມການລ້ຽງງົວ ເພື່ອສົ່ງອອກໄປ ສປ ຈີນ ປະກອບມີ 4 ແຜນການໃຫຍ່ ຄາດວ່າອາດນໍາໃຊ້ທຶນທັງໝົດ 9.226 ຕື້ກີບ ຫຼື ເກືອບ 1 ຕື້ໂດລາສະຫະລັດ.

ປັດຈຸບັນ ທົ່ວປະເທດມີຟາມງົວທັງໝົດ 402 ຟາມ, ມີງົວ 50.000 ກວ່າໂຕ, ໃນນີ້ ພາກເໜືອ ມີ 163 ຟາມ, ພາກກາງ 149 ຟາມ ແລະ ພາກໃຕ້ 90 ຟາມ. ຢ່າງໃດກໍຕາມ ເຖີງວ່າລັດຖະບານ ໄດ້ເປີດໂອກາດໃຫ້ລາວສົ່ງອອກງົວໄປ ສປ ຈີນ ກໍຕາມ ແຕ່ໃນສະພາບປັດຈຸບັນ ລາວເຮົາບໍ່ມີງົວພຽງພໍສະໜອງຕະຫຼາດຂອງຈີນນັບທັງປະລິມານ ແລະ ຄຸນະພາບ.

https://vientianetimes.org.la/sub-new/Business/Business_193_laosresumes_y23.php?fbclid=IwAR0iwnY3Qd3gQXTt8sdQQXnpRB9QQGs8gsQF9VrG71WI11WrPe1aqXio8J8

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/