ເຊກອງ ປະກາດນໍາໃຊ້ກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນຕື່ມອີກ 6 ຫົວໜ່ວຍ


ອຳນາດການປົກຄອງ ແຂວງເຊກອງ ປະກາດ ອະນຸຍາດນໍາໃຊ້ກາໝາຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ (ໂອດັອບ) ຈໍານວນ 6 ຫົວໜ່ວຍ, ມີ 7 ລາຍການສິນຄ້າ ຄື: ກາເຟສະຕາດາກຈຶງ, ໂສມສະກັດວີແຄ, ເຫຼົ້າບອງຣໍາດາກຈຶງ, ເຫຼົ້າບອງໂສມ, ສະບູໂສມ 2 ລາຍການ, ຜ້າແພຊົນເຜົ່າຕະລຽງ ແລະ ກາເຟແມ່ສີ.

ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດ, ຊຸກຍູ້ ສົ່ງເສີມ, ພັດທະນາຜະລິດຕະພັນສິນຄ້າທ່າແຮງ ແລະ ສິນຄ້າໂອດັອບຂອງແຂວງ ໃນຊຸມປີຜ່ານມາ (ນັບແຕ່ປີ 2018) ໄດ້ອອກອະນຸຍາດນຳໃຊ້ກາໝາຍໜຶ່ງເມືອງ ໜຶ່ງຜະລິດຕະພັນ 5 ຫົວໜ່ວຍ 7 ລາຍການ. ນອກຈາກນີ້, ຍັງມີສິນຄ້າທ່າແຮງຈໍານວນໜຶ່ງ ເປັນເງື່ອນໄຂທີ່ສາມາດພັດທະນາເປັນສິນຄ້າ ໂອດັອບ ໃນຕໍ່ໜ້າ ເຊັ່ນ: ນໍ້າຢາລ້າງຈານ ບ້ານແກ້ງກຽນ, ອາຫານຊົນເຜົ່າເມືອງກະລຶມ, ນໍ້າຢາທຳຄວາມສະອາດ (ລ້າງຈານ, ຊັກຜ້າ, ຖູພື້ນ) ບ້ານໂນນມີໄຊ ເມືອງລະມາມ, ນ້ຳເຜິ້ງທຳມະຊາດບ້ານດາກບົງ, ຜ້າແພຊົນເຜົ່າບ້ານດາກຕາອອກໃຫຍ່ ເມືອງດາກຈຶງ ແລະ ສິນຄ້າອື່ນໆ. ມາຮອດທ້າຍປີ 2023 ສາມາດຊຸກຍູ້ສົ່ງເສີມບັນດາສິນຄ້າທ່າແຮງ ໃຫ້ໄດ້ຮັບອະນຸຍາດນໍາໃຊ້ການໝາຍໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດັອບ) ເພີ່ມອີກ 6 ຫົວໜ່ວຍ 7 ລາຍການ ເຊິ່ງລ້ວນແຕ່ເປັນສິນຄ້າທີ່ຜະລິດ, ປຸງແຕ່ງດ້ວຍວັດຖຸດິບພາຍໃນທ້ອງຖິ່ນ ແລະ ຈາກພູມປັນຍາຂອງປະຊາຊົນບັນດາເຜົ່າແຂວງເຊກອງ. ມາຮອດປັດຈຸບັນ, ພາຍໃນແຂວງເຊກອງ ລວມສິນຄ້າໂອດັອບ 11  ຫົວໜ່ວຍ, 14 ລາຍການ.

ພ້ອມນີ້, ຍັງມີພິທີເຊັນສັນຍາ ການໂຄສະນາ ແລະ ຈໍາໜ່າຍສິນຄ້າທ່າແຮງ ແລະສິນຄ້າໂອດັອບຂອງແຂວງ  ລະຫວ່າງ ເຈົ້າຂອງຜະລິດຕະພັນ 12 ຫົວໜ່ວຍ 16 ລາຍການສິນຄ້າ ກັບ ເຈົ້າຂອງສະ ຖານທີ່ 4 ແຫ່ງ ຄື: ຮ້ານກາເຟສະຕາ ດາກຈຶງ, ທ່າແຕງຟາມ-ຣີສອດ, ໂຮງແຮມຫົງຄໍາ ແລະ ປໍ້ານໍ້າມັນ ປຕທ ຕື່ມອີກ.

ໂອກາດນີ້ ທ່ານ ດາວວີ ສວຍທະລັງສີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ຮຽກຮ້ອງໃຫ້ເຈົ້າຂອງສະຖານທີ່ ນໍາເອົາສິນຄ້າທີ່ເປັນທ່າແຮງ, ສິນຄ້າໂອດັອບ ໄປວາງຈໍາໜ່າຍ, ໃຫ້ບໍລິການລູກຄ້າ, ທັງເປັນການກະຕຸກຊຸກຍູ້ ຊ່ວຍເຫຼືອບັນດາເຈົ້າຂອງຜະລິດຕະພັນ ໃນການໂຄສະນາໃຫ້ເປັນທີ່ຮູ້ຈັກຂອງສັງຄົມ ກໍຄື ຕະຫຼາດໃຫ້ນັບມື້ນັບຫຼາຍຂຶ້ນ, ພ້ອມນີ້ຂະແໜງການກ່ຽວຂ້ອງ ຕ້ອງໄດ້ຊຸກຍູ້ສົ່ງເສີມ ຂະຫຍາຍໄປຍັງສະຖານທີ່ອື່ນໆໃຫ້ຫຼາຍຂຶ້ນເລື້ອຍໆ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ລູກຄ້າ ກໍຄື ພໍ່ແມ່ປະຊາຊົນພາຍໃນແຂວງ ແລະ ຕ່າງແຂວງ ໃນການເຂົ້າເຖິງການບໍລິການ, ຮູ້ໄດ້ສິນຄ້າທີ່ເປັນທ່າແຮງ, ສິນຄ້າໂອດັອບຂອງແຂວງ.

https://www.facebook.com/permalink.php?story_fbid=pfbid0jbEgqodUYxkV8o2nEA8DK6GGu47PmAMM4oARvf5YXrnQheaYZuoD3h4bLQayL7Bol&id=100064329476403

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/