ເຫັນກັນແລ້ວຫຼືຍັງ? ຕຸກກະຕາບາບີ້ທີ່ເປັນຍິງຂ້າມເພດຕົວທຳອິດຂອງໂລກ!


ຕຸກກະຕາບາບີ້ ເຊື່ອວ່າເປັນອີກໜຶ່ງເຄື່ອງຫຼິ້ນໃນໄວເດັກທີ່ຢູ່ໃນດວງໃຈຂອງໃຜຫຼາຍໆຄົນ. ທັງນີ້ ໂດຍປົກກະຕິແລ້ວເຮົາຈະຮູ້ວ່າຕຸກກະຕາປະເພດນີ້ ຖືກຜະລິດອອກມາມີ 2 ເພດຄື: ເພດຍິງ ແລະ ເພດຊາຍ.

ແຕ່ຢ່າງໃດກໍດີຍຸກສະໄໝໄດ້ປ່ຽນໄປແລ້ວ ເພາະວ່າເລື່ອງເພດນັ້ນບໍ່ໄດ້ຈຳກັດພຽງແຕ່2ເພດເທົ່ານັ້ນ. ດ້ວຍເຫດນີ້ເຮັດໃຫ້ທາງບໍລິສັດ Mattel ໄດ້ຜະລິດຕຸກກະຕາບາບີ້ທີ່ເປັນຍິງຂ້າມເພດຕົວທຳອິດຂອງໂລກອອກມາວາງຈໍາໜ່າຍແລ້ວ.

ເຊິ່ງຕຸກກະຕາບາບີ້ຂ້າມເພດຕົວທຳອິດຂອງໂລກທີ່ເຮົາໄດ້ເຫັນຕໍ່ໄປນີ້ ແມ່ນມາຈາກບໍລິສັດຜະລິດເຄື່ອງຫຼິ້ນຊື່ດັງຢ່າງ Mattel ແລະ ມັນກໍໄດ້ວາງຈຳໜ່າຍເນື່ອງໃນໂອກາດສະເຫຼີມສະຫຼອງວັນເກີດຄົບຮອບ 50 ປີ ຂອງ Laverne Cox ຜູ້ທີ່ເປັນນັກເຄື່ອນໄຫວຍິງຂ້າມເພດຊື່ດັງ.

ນອກຈາກນີ້ ຍັງເປັນການສະຫຼອງ Pride Month ຫຼື ເດືອນແຫ່ງການສະເຫຼີມສະຫຼອງຄວາມຫຼາກຫຼາຍທາງເພດເພື່ອສະໜັບສະໜູນ LGBTQ+ ອີກພ້ອມ. ສຳລັບໂມເດວຕົ້ນແບບຂອງຕຸກກະຕາບາບີ້ຂ້າມເພດນີ້ ແມ່ນມາຈາກ Laverne Cox ໂດຍລາວນັ້ນເປັນທັງນັກສະແດງແລະເປັນນັກເຄື່ອນໄຫວຍິງຂ້າມເພດ ທີ່ມີອາຍຸ 50 ປີເມື່ອວັນທີ 29 ພຶດສະພາທີ່ຜ່ານມາ.

ທັງນີ້ ໃນຂະບວນການສ້າງຕຸກກະຕາບາບີ້ຕົວນີ້ Cox ແມ່ນໄດ້ມີສ່ວນຮ່ວມກັບ Mattel ຢ່າງໃກ້ຊິດ ນັບຕັ້ງແຕ່ຂັ້ນຕອນການອອກແບບ ລວມໄປເຖິງການເລືອກຊຸດເດຣສສີແດງ ເຊິ່ງເປັນຊຸດທີ່ລາວມັກຈາກການໄປຍ່າງງານພົມແດງນັ້ນເອງ.

Cox ໄດ້ບອກວ່າ “ຕະຫຼອດຫຼາຍປີທີ່ຜ່ານມາ ຂ້ອຍຝັນທີ່ຈະໄດ້ເຮັດວຽກຮ່ວມກັບບາບີ້ແລະສ້າງຕຸກກະຕາຂອງຕົນເອງ ຕອນນີ້ຂ້ອຍຖ້າບໍ່ໄຫວແລ້ວທີ່ຈະໄດ້ເຫັນແຟນໆ ເຫັນຕຸກກະຕາຂອງຂ້ອຍເທິງຊັ້ນວາງຈໍາໜ່າຍ”.

ສໍາລັບໃຜທີ່ສົນໃຈຕຸກກະຕາຂ້າມເພດ Laverne Cox ຕົວນີ້ສາມາດເບິ່ງລາຍລະອຽດເພີ່ມຕື່ມໄດ້ທີ່:

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/