Barcelona ເປີດໃຫ້ແຟນໆຈັດທີມເຂົ້າມາເຊົ່າສະໜາມ Spotify ໂດຍເກັບເງິນຄົນລະ 4 ລ້ານກີບ


ໜຶ່ງໃນຄວາມຝັນຂອງແຟນໆບານເຕະຫຼາຍຄົນກໍຄົງຈະແມ່ນການທີ່ໄດ້ໄປຍ້ຽມຢາມສະໜາມ ແຄັ້ມນູ ສະໜາມຂອງໜຶ່ງໃນສະໂມສອນທີ່ດີທີ່ສຸດໃນໂລກ ແລະ ມີປະຫວັດສາດອັນຍາວນານ ຢ່າງສະໂມສອນ ບາເຊໂລນາ. ຫຼື ບາງຄົນອາດຈະຢາກມີໂອກາດໄດ້ລົງໄປ ສຳຜັດຫຍ້າ, ລົງໄປເຕະບານແທ້ໆຢູ່ໃນສະໜາມດັ່ງກ່າວ ຕາມຮອຍນັກເຕະລະດັບໂລກແບບນັບບໍ່ຖ້ວນທີ່ເຄີຍລົງຫຼິ້ນໃນສະໜາມນີ້.

ເຊິ່ງຖ້າທ່ານເປັນຄົນໜຶ່ງທີ່ມີຄວາມຝັນດັ່ງກ່າວ ຝັນຂອງທ່ານອາດຈະມີໂອກາດກາຍເປັນຄວາມຈິງ ເພາະສະໂມສອນ ບາເຊໂລນາ ກຽມທີ່ຈະເປີດສະໜາມໃຫ້ແຟນໆທົ່ວໄປໄດ້ມີໂອກາດລົງມາເຕະບານໃນສະໜາມ ແຄັ້ມນູ ແຫ່ງນີ້.

ສຳລັບຜູ້ທີ່ສົນໃຈ ພຽງແຕ່ລວມທີມກັນມາລົງທະບຽນກັບສະໂມສອນ ແລ້ວທາງສະໂມສອນຈະໄລ່ເງິນນຳຄົນລະ 300 ຢູໂຣ ຫຼືປະມານ 4,486,000 ກີບ ຫຼື ຈັດສະເພາະທີມຕົນເອງແລ້ວມາຮ່ວມເຕະນຳທີມອື່ນກໍໄດ້ ໂດຍຄູ່ໜຶ່ງຈະມີເວລາແຂ່ງຂັນ ຄູ່ລະ 60 ນາທີ. ພ້ອມກັນນີ້ ທາງສະໂມສອນຍັງໄດ້ກຽມຜູ້ຕັດສິນ ແລະ ກຳມະການເສັ້ນໃຫ້ນຳອີກ ລວມເຖິງການກາລັນຕີຄວາມປອດໄພໃຫ້ກັບຜູ້ທີ່ລົງທະບຽນເຂົ້າມາລົງຫຼິ້ນໃນສະໜາມແຫ່ງນີ້.

ໂດຍກິດຈະກຳນີ້ຈະຈັດຂຶ້ນພຽງແຕ່ 2 ວັນເທົ່ານັ້ນ ໄດ້ແກ່ ວັນທີ 6 ແລະ ທີ 11ມິຖຸນານີ້.

ສຳລັບສະໜາມແຄັ້ມນູ ປັດຈຸບັນແມ່ນໄດ້ປ່ຽນຊື່ໄປເປັນ ສະປັອດຕິຟາຍ ແຄັ້ມນູ ເພື່ອເປັນການຂາຍລິຂະສິດຊື່ສະໜາມໃຫ້ກັບຜູ້ສະໜັບສະໜູນ ເປັນເວລາ 3 ປີ ເພື່ອນຳເງິນມາແກ້ໄຂບັນຫາໜີ້ສິນທີ່ໂມສອນກຳລັງປະເຊີນຢູ່. ສະໜາມດັ່ງກ່າວຍັງຖືເປັນສະໜາມບານເຕະທີ່ໃຫຍ່ທີ່ສຸດໃນຢູໂຣບນຳອີກ ໂດຍສາມາດບັນຈຸບ່ອນນັ່ງໄດ້ເຖິງ 99,354 ບ່ອນນັ່ງ ຫຼາຍກວ່າອັນດັບ 2 ຢ່າງ ສະໜາມ ເວັມບີ້ ຂອງອັງກິດ ທີ່ບັນຈຸໄດ້ພຽງ 90,000 ບ່ອນນັ່ງ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/