ມາແລ້ວ! ງານປະກວດ ນາງງາມ AI ຄັ້ງທຳອິດຂອງໂລກ


ກະແສການມາຂອງ AI ເປັນຫຍັງທີ່ຢຸດບໍ່ຢູ່, ການເກີດຂອງ AI ທີ່ເຂົ້າມາມີສ່ວນຊ່ວຍໃນວຽກງານຕ່າງໆເລີ່ມມີຫຼາຍຂຶ້ນ ແລະ ບໍ່ພົ້ນວຽກງານດ້ານຄວາມຄິດສ້າງສັນ ທີ່ AI ເອງກໍພັດທະນາມາເລື້ອຍໆ

ຜົນງານສິລະປະທີ່ສ້າງດ້ວຍ AI ເລີ່ມເຫັນໄດ້ທົ່ວໄປ ແລະ ບາງຜົນງານເຮົາເກືອບຈະແຍກບໍ່ອອກວ່າເປັນຂອງມະນຸດ ຫຼື ຂອງ AI ໂດຍສະເພາະຕົວລະຄອນທີ່ຄ້າຍຄືກັບຄົນ ຫຼື ທີ່ເຮົາເອີ້ນວ່າ virtual influencer ທີ່ສ້າງມາເພື່ອຖ່າຍແບບ, ຖ່າຍເອັມວີ, ຖ່າຍໂຄສະນາ ຂຶ້ນກັບຄວາມຕ້ອງການຂອງຜູ້ສ້າງວ່າຢາກໃຫ້ມັນເຮັດຫຍັງ

ຍ້ອນມີ Virtual Influencer ນັ້ນເອງເຮັດໃຫ້ World AI Creator Award (WAICA) ຮ່ວມກັບ Fanvue ຈັດການປະກວດ Miss AI ຂຶ້ນ

ໄອເດຍດັ່ງກ່າວເກີດຂຶ້ນຈາກອົງກອນ World AI Creator Awards (WAICA) ທີ່ໄດ້ຈັດເວທີປະກວດນາງງາມເອໄອ (Miss AI) ໂດຍຮ່ວມມືກັບ Fanvue ທີ່ເປັນແພລັດຟອມລວມຄອນເທັນທີ່ສ້າງຈາກ AI ມຸ່ງຫວັງທີ່ຈະສະເຫຼີມສະຫຼອງຄວາມກ້າວໜ້າທາງດ້ານເຕັກໂນໂລຊີເອໄອ ເພື່ອຍົກຍ້ອງຜົນງານຂອງຜູ້ສ້າງຄອນເທັນເອໄອທົ່ວໂລກ ແລະ ຊຸກຍູ້ຂອບເຂດຄວາມຄິດສ້າງສັນຂອງຜູ້ຄົນໃນການນໍາໃຊ້ເຕັກໂນໂລຊີ.

ໃນການຕັດສິນຜູ້ຊະນະແມ່ນຈະອີງຕາມ 3 ປັດໄຈເປັນຫຼັກຄື: ຄວາມງາມ, ເຕັກໂນໂລຊີທີ່ນຳໃຊ້ ແລະ ອິດທິພົນໃນສື່ໂຊຊຽວມີເດຍ ໂດຍມີຮາງວັນເປັນເງິນ 20,000 ໂດລາ.

ຄະນະກຳມະການຕັດສິນແມ່ນມາຈາກຫຼາຍພາກສ່ວນຄື Aitana Lopez ແລະ Emily Pellegrini ຜູ້ສ້າງຄອນເທັນເອໄອລະດັບໂລກ ນອກຈາກນີ້ຍັງມີ Sally Ann Fawcett ເຊິ່ງຢູ່ໃນແວດວົງນາງງາມ ແລະ ນັກການຕະຫຼາດຢ່າງ Andrew Bloch ມາເປັນຜູ້ຮ່ວມຕັດສິນ

Andrew Bloch

Sally Ann Fawcett

Emily Pellegrini

Aitana Lopez

ຈະມີການປະການຜົນໃນວັນທີ 10 ພຶດສະພາ ນີ້ ສາມາດເຂົ້າໄປເບິ່ງຂໍ້ມູນເພີ່ມເຕີມໄດ້ທີ່: https://www.waicas.com/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/