ເສັ້ນເຂົ້າປຸ້ນແຫ້ງ ສຸວັນທາ ແລະ ຊາ ວົງນຸກຸນ ສິນຄ້າຂາຍດີ ກາຍເປັນຂອງດີໃຫ້ແກ່ ແຂວງຫຼວງນ້ຳທາ


ເຂົ້າປຸ້ນແຫ້ງ ສຸວັນທາ ແລະ ຊາ ວົງນຸກຸນ ເມືອງວຽງພູຄາ ໄດ້ຮັບກາໝາຍ ໂອດັອບ ເຊິ່ງເປັນຜະລິດຕະພັນລາວ ຂອງບໍລິສັດວົງນຸກຸນ ສົ່ງເສີມການກະເສດ ແລະ ປຸງແຕ່ງຊາ ຈຳກັດຜູ້ດຽວ ຢູ່ບ້ານວຽງສະຫວ່າງ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ໄດ້ຮັບກາໝາຍ ໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ (ໂອດັອບ) ເມື່ອບໍ່ດົນມານີ້. ເຊິ່ງມອບໂດຍ ຮອງເຈົ້າເມືອງ ແລະ ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ປະທານບໍລິສັດ ວົງນຸກຸນ ສົ່ງເສີມການກະເສດ ແລະ ປຸງແຕ່ງຊາ ຈຳກັດຜູ້ດຽວ ມີປະຫວັດຄວາມເປັນມາທີ່ໜ້າສົນໃຈ ເຊິ່ງໄດ້ສ້າງຕັ້ງບໍລິສັດມາຕັ້ງແຕ່ປີ 2008 ແລ້ວກໍໄດ້ໃສ່ຊື່ວິສາຫະກິດ ຈະເລີນຜົນກະເສດ ໂດຍໄດ້ເກັບຊື້ໃບຊາຈາກປະຊາຊົນ ເພື່ອສົ່ງຂາຍໃຫ້ແມ່ຄ້າທີ່ມາເກັບຊື້, ມາຮອດປີ 2019 ຈຶ່ງປ່ຽນມາເປັນບໍລິສັດວົງນຸກຸນ ສົ່ງເສີມກະເສດ ແລະ ປຸງແຕ່ງຊາ ຈຳກັດຜູ້ດຽວ ເຊິ່ງບໍລິສັດໄດ້ປຸກລະດົມປະຊາຊົນທີ່ຮັກອາຊີບໃນການຜະລິດເປັນສິນຄ້າ ບັນດາເຜົ່າພາຍໃນເມືອງ ປົກປັກຮັກສາຕົ້ນຊາ ທີ່ເກີດຂຶ້ນຈາກທຳມະຊາດ ແລະ ຕົ້ນຊາທີ່ປູກໃໝ່.

ພ້ອມນີ້, ທາງບໍລິສັດ ຍັງໄດ້ມີແນວພັນ ແລະ ສົ່ງເສີມ ໃຫ້ຫັນມາປູກເປັນສິນຄ້າ ເພື່ອສົ່ງອອກທັງພາຍໃນ ແລະ ຕ່າງປະເທດ. ປັດຈຸບັນບໍລິສັດ ມີພະນັກງານປະຈໍາທັງໝົດ 5 ຄົນ ຍິງ 1 ຄົນ ແລະ ໄດ້ສົ່ງເສີມໃຫ້ຊາວກະສິກອນ 250 ຄອບຄົວ ໃນ 10 ບ້ານ ພາຍໃນເມືອງວຽງພູຄາ ປູກຕົ້ນຊາໃໝ່ເພີ່ມອີກ 126.402 ຕົ້ນ ໃນເນື້ອທີ່ 290 ເຮັກຕາ. ການຜະລິດຊາ ປີໜຶ່ງສາມາດຜະລິດຊາແຫ້ງໄດ້ 800-1 ໂຕນ ສົ່ງອອກພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນປະເທດ ສປ ຈີນ, ການບັນຈຸຜະລິດຕະພັນຊາມີ 2 ຮູບແບບຜະລິດຄື: ບັນຈຸໃສ່ຖົງຢາງຂະໜາດ 100 ກຣາມ ແລະ 200 ກຣາມ.

ໃນໂອກາດດຽວກັນ, ທ່ານ ສຸວັນທາ ກໍໄດ້ເລົ່າປະຫວັດຄວາມເປັນມາ ຂອງໂຮງງານຜະລິດເສັ້ນເຂົ້າປຸ້ນແຫ້ງ ວ່າ: ໂຮງງານເສັ້ນເຂົ້າປຸ້ນແຫ້ງ ສຸວັນທາ ໄດ້ສ້າງຕັ້ງຂຶ້ນໃນປີ 2010, ເຊິ່ງເປັນໂຮງງານຂະໜາດນ້ອຍ ໂດຍໃຊ້ແຮງງານພາຍໃນຄອບຄົວ. ປັດຈຸບັນ ເຫັນວ່າຄອບຄົວມີລາຍຮັບດີຂຶ້ນ ແລະ ຄວາມຕ້ອງການບໍລິໂພກຂອງລູກຄ້າກໍເພີ່ມຂຶ້ນເລື່ອຍໆ, ສະເລ່ຍແລ້ວ 1 ເດືອນສາມາດຜະລິດໄດ້ 1 ກວ່າໂຕນ, ໄດ້ຈໍາໜ່າຍຢູ່ພາຍໃນເມືອງ ແລະ ສົ່ງອອກຕ່າງເມືອງ, ຕ່າງແຂວງອີກ.

ໂອກາດນີ້, ທ່ານ ພູມອນ ຄຸນສີລິເຮືອງ ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ, ເຈົ້າຂອງຜະລິດຕະພັນທັງສອງພ້ອມກັນສືບຕໍ່ປັບປຸງສິນຄ້າ ໃຫ້ມີຄວາມໂດດເດັ່ນ, ສວຍງາມ, ເປັນເອກະລັກ ແລະ ການຫຸ້ມຫໍ່ ເພື່ອຮັບປະກັນໃຫ້ສິນຄ້າດັ່ງກ່າວ ເປັນທີ່ຍອມຮັບຂອງສັງຄົມ.

ຂໍ້ມູນຈາກ: ປະເທດລາວ Phathedlao

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/