ຮູ້ຫຼືບໍ່? ອຸນຫະພູມໃນຫ້ອງການທີ່ໜາວເກີນໄປ ມີຜົນເຮັດໃຫ້ປະສິດທິພາບໃນການເຮັດວຽກຂອງເຮົາລົດລົງ


ອີງຕາມທິດສະດີມາດຕະຖານອຸດສາຫະກໍາ (Thermal Environmental Conditions for Human Occupancy), ໂດຍປົກກະຕິແເລ້ວຕ້ອງກຳນົດໃຫ້ອຸນຫະພູມຂອງອາຄານ ແລະ ສຳນັກງານໂດຍທົ່ວໄປຢູ່ໃນລະດັບທີ່ 80% ຂອງຜູ້ທີ່ຢູ່ອາໄສໃນອາຄານແຫ່ງນັ້ນຍອມຮັບໄດ້.

ດັ່ງນັ້ນ, ໃນປັດຈຸບັນ ວິສະວະກອນ ແລະ ຜູ້ຈັດການອາຄານມັກຈະກໍານົດການຕິດຕັ້ງເຄື່ອງປັບອາກາດ ໂດຍໃຊ້ສູດທີ່ເອີ້ນວ່າ Predicted Percentage of Dissatisfied (PPD), ເຊິ່ງອ້າງອີງຈາກການຄົ້ນຄວ້າໃນຊຸມປີ 1960 ທີ່ມີນັກຮຽນປະມານ 1.300 ຄົນ.

ແຕ່ເຖິງແບບນັ້ນ ກໍບໍ່ໄດ້ໝາຍຄວາມວ່າອຸນຫະພູມຮ່ວມບ່ອນນີ້ຈະເປັນທີ່ເພິ່ງພໍໃຈຂອງພະນັກງານທຸກຄົນ ຫຼາຍຄັ້ງເຮົາມັກຈະເຫັນໃຜຄົນໜຶ່ງໃນຫ້ອງຫານ ມັກຈະປັບອຸນຫະພູມຂອງເຄື່ອງປັບອາກາດໃຫ້ຕໍ່າລົງ ເພື່ອໃຫ້ໃຜຈັກຄົນໜຶ່ງເຢັນຂຶ້ນເມື່ອໄດ້ຍິນສຽງຈົ່ມວ່າຮ້ອນ ສິ່ງນີ້ເຮັດໃຫ້ຫຼາຍຄົນຍອມຮັບໄດ້ຜ່ານຄວາມເຊື່ອທີ່ວ່າ “ອາກາດເຢັນຈົນສັ່ນດີກວ່າຮ້ອນຈົນເຫື່ອອອກ” ເຮັດໃຫ້ຫຼາຍຄົນມັກທີ່ຈະນຳເສື້ອກັນໜາວ ຫຼື ຜ້າຫົ່ມປະຈຳມີຕິດໄວ້ຕາມໂຕະໃຜມັນ.

ແຕ່ພວກເຮົາຮູ້ຫຼືບໍ່ ການທີ່ອຸນຫະພູມໃນຫ້ອງໜາວເກີນໄປນັ້ນຈະເຮັດໃຫ້ເຮົາບໍ່ຄ່ອຍມີສະມາທິໃນການເຮັດວຽກ ແລະ ເພີ່ມອັດຕາຄວາມຜິດພາດໃນການເຮັດວຽກ, ນອກຈາກມັນຈະລົບກວນເຮົາທາງຄວາມຮູ້ສຶກແລ້ວ ອາກາດທີ່ໜາວເກີນໄປອາດເຮັດໃຫ້ເຮົາເປັນໄຂ້ໄດ້.

Alan Hedge ສາສະດາຈານຂອງການອອກແບບ ແລະ ການວິເຄາະສິ່ງແວດລ້ອມ,  ຜູ້ອໍານວຍການຫ້ອງທົດລອງປັດໄຈມະນຸດ ແລະ Ergonomics ຂອງມະຫາວິທະຍາໄລ Cornell university ໄດ້ນໍາການສຶກສາທີ່ກ່ຽວຂ້ອງກັບອຸນຫະພູມໃນບ່ອນເຮັດວຽກກັບປະສິດທິພາບໃນການເຮັດວຽກເປັນເວລາໜຶ່ງເດືອນໃນສຳນັກງານປະກັນໄພຂອງສະຫະລັດ ໂດຍມີທີມງານເຂົ້າໄປຕິດຕັ້ງເຊັນເຊີເພື່ອກວດຈັບການປ່ຽນແປງຂອງສະພາບແວດລ້ອມຕາມຈຸດຕ່າງໆ ລວມກັບຂໍ້ມູນອຸນຫະພູມທີ່ເກັບກໍາທຸກໆ 15 ນາທີ ແລະ ປະມວນຜົນພວກມັນດ້ວຍຊອບແວທີ່ຖືກອອກແບບມາເປັນພິເສດ.

ຈາກຜົນສຳຫຼວດພົບວ່າ ເມື່ອປຽບທຽບປະສິດທິພາບ ແລະ ຂໍ້ຜິດພາດໃນການພິມງານຂອງພະນັກງານໃນໄລຍະທີ່ອຸນຫະພູມຢູ່ທີ່ 20 ຫາ 25 ອົງສາ ເຫັນວ່າການເຮັດວຽກໃນສະພາບແວດລ້ອມທີ່ອຸ່ນຂຶ້ນຊ່ວຍລົດຜ່ອນການຜິດພາດໃນການພິມສະເລ່ຍທີ່ 44% ແລະ ປະສິດທິພາບໃນການເຮັດວຽກເພີ່ມຂຶ້ນສະເລ່ຍທີ່ 150%.

ເມື່ອອຸນຫະພູມຫ້ອງການຢູ່ທີ່ 25 ອົງສາ, ພະນັກງານມີອັດຕາການພິມຢູ່ທີ່ 100% ຈະມີອັດຕາການພິມຜິດພຽງ 10% ເທົ່ານັ້ນ, ແຕ່ເມື່ອອຸນຫະພູມລົດລົງໄປທີ່ 20 ອົງສາ ພະນັກງານມີອັດຕາການພິມລົດລົງໄປທີ່ 54% ແລະ ມີອັດຕາການພິມຜິດເພິ່ມຂຶ້ນເປັນ 25%.

ໃນຍຸກທີ່ເຮົາຕ້ອງປັບຕົວເຂົ້າກັບຫຼາຍສິ່ງຫຼາຍຢ່າງທີ່ຢູ່ອ້ອມຂ້າງເຮົາ ບໍ່ພຽງແຕ່ແມ່ນວຽກງານ, ເພື່ອນຮ່ວມງານ, ລວມເຖິງອຸນຫະພູມໃນຫ້ອງການ … ການແກ້ບັນຫາອຸນຫະພູມໃນຫ້ອງການທີ່ເຢັນເກີນໄປໂດຍການນຸ່ງເສື້ອໜາ, ດື່ມຊາຮ້ອນ ແລະ ກາເຟ ຫຼື ພະຍາຍາມລຸກຂຶ້ນຢືດເສັ້ນຢືດສາຍ ເພື່ອຫວັງວ່າຮ່າງກາຍຂອງເຮົາຈະອົບອຸ່ນຂຶ້ນຫຼາຍພໍທີ່ຈະສາມາດເຮັດວຽກຕໍ່ໄດ້ໂດຍບໍ່ມີຕິດຂັດຕະຫຼອດມື້, ແຕ່ມັນຈະດີກວ່ານີ້ ຖ້າຫາກມີຄົນໃຈດີຊ່ວຍປັບອຸນຫະພູມເພື່ອເຮັດໃຫ້ບ່ອນເຮັດວຽກຂອງເຮົາອຸ່ນຂຶ້ນໜ້ອຍໜຶ່ງ.

ທີ່ມາ:

beartai

themomentum.co

news.cornell.edu

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/