ເຂດເສດຖະກິດພິເສດທ່າແຂກ ຈະສາມາດດຶງດູດເອົານັກລົງທຶນທັງພາຍໃນ ແລະ ຕ່າງປະເທດ


ພິທີປະກາດການຈັດຕັ້ງ ຄະນະຄຸ້ມຄອງເຂດເສດຖະກິດພິເສດທ່າແຂກ, ແຂວງຄໍາມ່ວນ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ເຊິ່ງທ່ານ ດາວໄຫຼ ແກ້ວດວງດີ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຄຳມ່ວນ (ຜູ້ເກົ່າ) ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດໃນໄລຍະຜ່ານມາ ວ່າ:

ເຂດເສດຖະກິດພິເສດທ່າແຂກ ແຂວງຄໍາມ່ວນ ຖືກສ້າງຕັ້ງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງຄຳມ່ວນ ສະບັບເລກທີ 2043/ຈຂ.ຄມ ລົງວັນທີ 15/11/2010 ເປັນຕົ້ນມາ. ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຄໍາມ່ວນ ແມ່ນໄດ້ຮັບການອະນຸມັດໂຄງການລົງທຶນຂອງລັດຕາມສາລະບານງົບປະມານມີທັງໝົດ 5 ໂຄງການ (ພາຍໃນແຂວງ 4 ໂຄງການ ແລະ ຄຂພສ 1 ໂຄງການ) ມູນຄ່າການລົງທຶນທັງໝົດ 123 ຕື້ກວ່າກີບ. ໃນນີ້, ມູນຄ່າການຈັດຕັ້ງປະຕິບັດທັງໝົດ (ຕາມບົດບັນທຶກກວດກາ) ຈໍານວນ 85 ຕື້ກວ່າກີບ; ມູນຄ່າຊໍາລະໂຄງການທັງໝົດ (ຕາມບົດບັນທຶກກວດກາ) ຈໍານວນ 11 ຕື້ກວ່າກີບ; ມູນຄ່າຄ້າງຊໍາລະທັງໝົດ 74 ຕື້ກວ່າກີບ.

ສໍາລັບວຽກງານສົ່ງເສີມການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ ມາຮອດປັດຈຸບັນສາມາດດຶງດູດການລົງທຶນໄດ້ທັງໝົດ 35 ບໍລິສັດ. ໃນນັ້ນ, ພາຍໃນ 17 ບໍລິສັດ, ຕ່າງປະເທດ 10 ບໍລິສັດ ແລະ ພາຍໃນຮ່ວມກັບຕ່າງປະເທດ 8 ບໍລິສັດ ໂດຍມີມູນຄ່າການລົງທຶນ 2,74 ຕື້ໂດລາ ແລະ ທຶນຈົດທະບຽນ 290,9 ລ້ານໂດລາ, ມີມູນຄ່າການລົງທຶນຕົວຈິງທັງໝົດ 27,37 ລ້ານໂດລາ, ທຶນຜູ້ລົງທຶນ 13,67 ລ້ານໂດລາ, ທຶນລັດຖະບານ 12,7 ລ້ານໂດລາ.

ສ່ວນວຽກງານແຮງງານ, ທີ່ດິນ ແລະ ສິ່ງແວດລ້ອມໃນເນື້ອທີ່ 1.458 ເຮັກຕາ, ມີເນື້ອທີ່ຕາມສັນຍາເບື້ອງຕົ້ນຈໍານວນ 1.035 ເຮັກຕາ ແລະ ເນື້ອທີ່ການຂະຫຍາຍເພີ່ມ 423 ເຮັກຕາ. ໃນນີ້, ມີເນື້ອທີ່ບໍ່ສາມາດນໍາໃຊ້ໄດ້ 349,30 ເຮັກຕາ ແລະ ເນື້ອທີ່ສາມາດພັດທະນາໄດ້ລວມມີ 1.108,70 ເຮັກຕາ. ໃນພິທີ, ຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຄໍາມ່ວນ ວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍພະນັກງານໄປຮັບຜິດຊອບໜ້າທີ່ໃໝ່ ຄື: ຍົກຍ້າຍ ທ່ານ ດາວໄຫຼ ແກ້ວດວງດີ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ຢູ່ພະແນກເທັກໂນໂລຢີ ແລະ ການສື່ສານແຂວງ ແລະ ແຕ່ງຕັ້ງທ່ານ ຈັນທະຄອນ ອ່ອນມະນີສອນ, ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ເປັນຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຄຳມ່ວນ (ຜູ້ໃໝ່).

ຂໍ້ມູນຈາກ: ຂ່າວເສດຖະກິດ/Lao Economic News

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/