ເຜີຍຮູບພາບ Lady Gaga ໃນບົດບາດ Harley Quinn

ເຜີຍຮູບພາບ-lady-gaga-ໃນບົດບາດ

Lady Gaga ນັກຮ້ອງສາວຜູ້ມີຜົນງານລະດັບໂລກໄດ້ຕອບຕົກລົງຮັບສະແດງໃນຮູບເງົາ Joker: Folie à Deux ໃນບົດບາດຂອງ Harley Quinn ທີ່ເປັນຮູບເງົາພາກຕໍ່ຂອງເລື່ອງ Joker ໃນປີ 2019 ນຳສະແດງໂດຍ Joaquin Phoenix ທີ່ປະສົບຄວາມສຳເລັດທັງເລື່ອງລາຍໄດ້ ແລະ ຮາງວັນ.

ຫຼ້າສຸດທາງ Just Jared ໄດ້ເປີດເຜີຍຮູບພາບຈາກກອງຖ່າຍ Joker: Folie à Deux ເຊິ່ງໄດ້ເຜີຍໃຫ້ເຫັນນັກຮ້ອງສາວ Lady Gaga ໃນບົດບາດຂອງຕົວລະຄອນ Harley Quinn ອອກມາໃຫ້ໄດ້ເຫັນເປັນເທື່ອທຳອິດ ແລະ ການແຕ່ງໜ້າຂອງ Lady Gaga ກໍເຕັມໄປດ້ວຍລາຍລະອຽດຂອງ Harley Quinn ທີ່ເກືອບຈະຫຼຸດອອກມາຈາກຄອມມິກແບບ 100%. ພ້ອມນັ້ນການແຕ່ງຕົວ ກໍໄດ້ຮັບການອອກແບບໃຫ້ກົງກັບຄອມມິກ ບໍ່ວ່າຈະເປັນເສື້ອແຈັກເກັດສີແດງ, ເສື້ອເຊີດດ້ານໃນສີຂາວ ຫຼື ແມ່ນແຕ່ເລກກິ້ງທີ່ມີລວດລາຍເປັນຮູບດອກຈັນ.

ເຜີຍຮູບພາບ-lady-gaga-ໃນບົດບາດ

Lady Gaga ໄດ້ຖືກເລືອກມາຮັບບົດ Harley Quinn ເຊິ່ງຈະເປັນຕົວລະຄອນທີ່ Joker ມີໃຈໃຫ້ຫຼາຍທີ່ສຸດ ເພື່ອສ້າງຄວາມແຕກຕ່າງໃຫ້ Joker ໃນພາກທຳອິດ ແລະ ຈະມີສ່ວນສຳຄັນຕໍ່ການເດີນເລື່ອງໃນຮູບເງົາ Joker: Folie à Deux ຢ່າງແນ່ນອນ ແຕ່ຕົວລະຄອນ Harley Quinn ຂອງ Lady Gaga ນັ້ນມີຄວາມແຕກຕ່າງຈາກເວີຊັ່ນຂອງ Margot Robbie ທີ່ປາກົດຕົວໃນຮູບເງົາ Suicide Squad ໃນຈັກກະວານ DC Universe ເຊິ່ງຈະໃຫ້ຜູ້ຊົມທົ່ວໂລກສາມາດແຍກອອກໄດ້ຢ່າງຊັດເຈນນັ້ນເອງ.

ເຜີຍຮູບພາບ-lady-gaga-ໃນບົດບາດ

ຮູບເງົາເລື່ອງ Joker: Folie à Deux ເປັນພາກຕໍ່ຂອງ “Joker” ທີ່ສາຍອອກ 2019 ເຊິ່ງຕາມລາຍງານບອກວ່າເຫດການສ່ວນໃຫຍ່ຈະເກີດຂຶ້ນໃນໂຮງໝໍອາແຄມ ໂຮງໝໍຈິດຕະເວດທີ່ກັກຂັງ Joker ເອົາໄວ້ ແລະ ຍັງເປັນບ່ອນເຮັດວຽກຂອງ Harley Quinn ໂດຍຮູບເງົາມີກຳນົດສາຍໃນເດືອນ ຕຸລາ 2024.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/