IFAB ອອກລະບຽບໃໝ່ ຫ້າມຜູ້ຮັກສາປະຕູສະແດງທ່າທາງກວນສະມາທິຄູ່ຕໍ່ສູ້ ຕອນຍິງຈຸດໂທດ

ifab-ອອກລະບຽບໃໝ່-ຫ້າມຜູ້ຮັກສາປະຕູ

ການແຂ່ງຂັນບານເຕະເດີນທາງມາຮອດການປ່ຽນແປງອີກເທື່ອໜຶ່ງ ເມື່ອກຳມະການສະມາຄົມບານເຕະລະຫວ່າງປະເທດ ຫຼື IFAB ປະກາດອອກກົດລະບຽບໃໝ່ຢ່າງເປັນທາງການ ໂດຍຫ້າມຜູ້ຮັກສາປະຕູສະແດງພຶດຕິກຳ ອໍ້ແອ້, ຍຸຍົງ, ທຳລາຍສະມາທິຄູ່ແຂ່ງໃນລະຫວ່າງການຍິງຈຸດໂທດຢ່າງເດັດຂາດ ຫາກຝ່າຝືນຈະຖືເປັນການຟາວ ແລະ ຄາດໂທດດ້ວຍໃບເຫຼືອງ.

ifab-ອອກລະບຽບໃໝ່-ຫ້າມຜູ້ຮັກສາປະຕູ

ໂດຍກົດລະບຽບດັ່ງກ່າວ ຄາດວ່າຖືກພິຈາລະນາໃຫ້ຄິດຄົ້ນຂຶ້ນ ຫຼັງຈາກ ເອມິເລຍໂນ ມາຕິເນສ ນັກຮັບທີມຊາດ ອາເຈນຕິນາ ເຮັດພຶດຕິກຳ ເຕັ້ນໃສ່ແຟນບານ ແລະ ນັກເຕະທີມຊາດ ຝຣັ່ງ ໃນເກມນັດຊິງຊະນະເລີດ ໃນການແຂ່ງຂັນບານໂລກ 2022 ເມື່ອປາຍປີທີ່ຜ່ານມາ.

ເຊິ່ງກົດລະບຽບດັ່ງກ່າວລະບຸເອົາໄວ້ວ່າ ຜູ້ຮັກສາປະຕູຕ້ອງຢືນຢູ່ເທີງເສັ້ນປະຕູລະຫວ່າງເສົາທັງ 2 ຝັ່ງ ຫັນໜ້າໄປຫາຈຸດທີ່ຍິງຈຸດໂທດ ຈະບໍ່ມີການສຳຜັດ ເສົາ, ຄານ ຫຼື ຕາໜ່າງປະຕູ ຈົນກວ່າຜູ້ຍິງຈະເຕະໝາກບານ ແລະ ຕ້ອງບໍ່ສະແດງພຶດຕິກຳທີ່ມີທ່າອ່ຽງໄປໃນທາງບໍ່ເຄົາລົບຕໍ່ການແຂ່ງຂັນ ລວມໄປຮອດຄູ່ແຂ່ງ ແລະ ແຟນບານໃນສະໜາມ ຕົວຢ່າງເຊັ່ນ: ການສະແດງກິລິຍາໂດຍມີເຈດຕະນາໃຫ້ຜູ້ຍິງຈຸດໂທດເສຍສະມາທິ ລວມໄປຮອດຄວາມພະຍາຍາມໃນການຖ່ວງເວລາ.

ifab-ອອກລະບຽບໃໝ່-ຫ້າມຜູ້ຮັກສາປະຕູ

ຢ່າງໃດກໍຕາມ ຫຼັງການປະກາດກົດລະບຽບດັ່ງກ່າວ ໃນສັງຄົມອອນລາຍກໍເກີດການຖົກຖຽງກັນລະຫວ່າງຜູ້ທີ່ເຫັນດີກັບເລື່ອງນີ້ ແລະ ບໍ່ເຫັນດີ. ສຳລັບຜູ້ທີ່ເຫັນດີກໍເບິ່ງວ່າ ກົດລະບຽບດັ່ງກ່າວ ຈະເຮັດໃຫ້ການຍິງຈຸດໂທດມີຄວາມເທົ່າທຽມ ແລະ ບໍ່ໄດ້ປຽບກັນໃນດ້ານຈິດຕະວິທະຍາ.

ສ່ວນຄົນທີ່ບໍ່ເຫັນກີ ກໍຈະເບິ່ງວ່າ ກົດລະບຽບດັ່ງກ່າວ ບໍ່ມີຄວາມຈຳເປັນ ເພາະການຍົ່ວຍຸ ສ້າງແຮງກົດດັນໃນລະດັບອາຊີບ ຖືເປັນເລື່ອງປົກກະຕິ ແລະ ຕ້ອງຮັບມືໃຫ້ໄດ້.​ ແຖມກົດລະບຽບດັ່ວກ່າວຍັງ ຈະລົດສີສັນ ຄວາມມ່ວນ ແລະ ສະເໜ່ຂອງການຍິງຈຸດໂທດລົງ ນຳອີກ.

ໂດຍກົດລະບຽບດັ່ງກ່າວຈະບັງຄັບໃຊ້ຢ່າງເປັນທາງການໃນວັນທີ 1 ​ກໍລະກົດ 2023 ນີ້ ເປັນຕົ້ນໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/