ເປັນຫຍັງເຮົາຈຶ່ງບໍ່ມັກຟັງສຽງຕົນເອງ


ເຄີຍເປັນບໍ່ ເວລາຟັງສຽງຕົນເອງທີ່ຖືກບັນທຶກແລ້ວຮູ້ສຶກແປກໆ ຮູ້ສຶກ Cringe, “ນັ້ນສຽງເຮົາແທ້ຫວາ? ນັ້ນຄືສຽງທີ່ຄົນອື່ນໄດ້ຍິນຫວາ ເປັນຫຍັງບໍ່ຄືກັບສຽງທີ່ເຮົາໄດ້ຍິນເລີຍ??’’ ບໍ່ມັກສຽງຂອງຕົນເອງເລີຍແມ່ນບໍ່ ຖ້າແມ່ນກໍ່ບໍ່ແມ່ນເລື່ອງແປກ ເພາະມີອີກຫຼາຍຄົນທີ່ຮູ້ສຶກແບບດຽວກັນ

ຈາກການສຳຫຼວດຫຼ້າສຸດຂອງຜູ້ຄົນຈຳນວນ 1.500 ຄົນ ພົບວ່າຫຼາຍກ່ວາເຄິ່ງບອກວ່າພວກເຂົາບໍ່ມັກສຽງທີ່ບັນທຶກຂອງຕົນເອງ

ນອກຈາກນີ້, ນັກວິໄຈຈາກ Mass Eye and Ear ທີ່ເປັນໂຮງໝໍເພື່ອການຮຽນການສອນຂອງ Harvard Medical School ໄດ້ເຮັດການສຳຫຼວດໂດຍໃຫ້ຄົນຟັງສຽງຂອງຕົນເອງຈາກການການບັນທຶກສຽງ ແລະ ພົບວ່າຫຼາຍກວ່າ 58% ບອກວ່າບໍ່ມັກສຽງຂອງຕົນເອງເລີຍ ແລະ ອີກ 39% ບອກວ່າບໍ່ມັກສຽງຂອງຕົນເອງຢູ່ແລ້ວເຖິງບໍ່ແມ່ນສຽງຈາກການບັນທຶກກໍຕາມ.

ເປັນຫຍັງສຽງທີ່ເຮົາໄດ້ຍິນໃນຫົວ ແລະ ສຽງຈາກການບັນທຶກຈຶ່ງຕ່າງກັນ?

ເຫດຜົນກໍຄື ເພາະມີຕົວກາງຕ່າງກັນ, ເຊິ່ງສຽງທີ່ເຮົາໄດ້ຍິນຈາກຫູໃນຂະນະທີ່ເຮົາເວົ້າແມ່ນເດີນທາງຜ່ານການນຳຂອງອາກາດ ແລະ ກະດູກ ເຂົ້າໄປກະທົບກັບອະໄວຍະວະພາຍໃນຈຶ່ງເກີດການສັ່ນສະເທືອນໄປທີ່ຫູຊັ້ນໃນ ແລະຈາກຫູຂ້າງໜຶ່ງໄປຍັງຂ້າງໜຶ່ງ. ສຽງຂອງເຮົາຈຶ່ງມີນຳ້ສຽງທີ່ຕຳ່ລົງ, ເລິກຂຶ້ນ ແລະ ເຮົາຈະຮູ້ສຶກພໍໃຈກັບສຽງນັ້ນຫຼາຍກວ່າ

ສຽງທີ່ໄດ້ຍິນຈາກເຄື່ອງບັນທຶກສຽງ ເດີນທາງຜ່ານອາກາດຢ່າງດຽວຈຶ່ງບໍ່ມີຄຸນະພາບຄວາມເລິກຂອງນຳ້ສຽງ ແລະຄວາມຈິງທີ່ບໍ່ໜ້າພໍໃຈກໍຄື ສຽງນີ້ແຫຼະຄືສຽງທີ່ຄົນອື່ນໄດ້ຍິນຈາກເຮົາ

ເປັນຫຍັງເຮົາບໍ່ມັກສຽງຕົນເອງ?

ນັກຈິດຕະວິທະຍາໄດ້ຊີ້ໃຫ້ເຫັນເຖິງຄວາມກ່ຽວພັນກັບຈິດຕະວິທະຍາບຸກຄະລິກກະພາບດ້ານຕົວຕົນ ແລະ ພາບລັກທີ່ປະກອບມີ: ຕົວຕົນທີ່ແທ້ຈິງ ແລະ ຕົວຕົນທີ່ເຮົາຢາກຈະເປັນ ແລະຈະເປັນໃຫ້ໄດ້. ແຕ່ເມື່ອຕ້ອງປະເຊີນກັບຄວາມຈິງທີ່ບໍ່ໄດ້ເປັນໄປຕາມທີ່ຄາດຫວັງ ຫຼື ມີບາງສິ່ງບາງຢ່າງບໍ່ເປັນໄປຕາມພາບໃນອຸດົມຄະຕິ ເຮົາຈຶ່ງຮູ້ສຶກບໍ່ໝັ້ນຄົງ

ເຮົາສາມາດປ່ຽນສຽງຕົນເອງໄດ້ບໍ່?

ມີຫຼາຍວິທີທີ່ສາມາດເຮັດໃຫ້ສຽງຂອງເຮົາປ່ຽນໄດ້ເຊັ່ນ: ການໃຊ້ຄໍລາເຈນ, ຟິລເລີ ຫຼື ໂບທັອກເພື່ອປັບແຕ່ງເສັ້ນສຽງ ແຕ່ວິທີເຫຼົ່ານີ້ກໍມີຄວາມສ່ຽງເຊັ່ນ: ເລືອດອອກ, ຕິດເຊື້ອ, ສຽງແຫບ ແລະ ບັນຫາໃນການຫາຍໃຈ,

ແຕ່ກໍມີວິທີງ່າຍໆໂດຍການຜ່ອນຄາຍລີ້ນ ແລະ ກ້າມຊີ້ນ ໝັ່ນເຝິກກ້າມຊີ້ນໃນໜ້າ ແລະ ອ້າປາກໃຫ້ກວ້າງຂຶ້ນໃນຂະນະເວົ້າ ຈະເຮັດໃຫ້ເຮົາມີສຽງທີ່ຕຳ່ລົງ.

ເຖິງແນວໃດກໍຕາມ ເຮົາກໍຕ້ອງຍອມຮັບສຽງປົກກະຕິຂອງເຮົາໃຫ້ໄດ້ ເຖິງວ່າມັນບໍ່ແມ່ນສຽງທີ່ມ່ວນສຳລັບເຮົາ ແຕ່ສຳລັບຄົນອື່ນມັນອາດຈະບໍ່ເຖິງກັບວ່າບໍ່ໜ້າຟັງ.

ທີ່ມາ

https://cutt.ly/lwWe85Q7

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/