Hyung-won MONSTA X ປະກາດມື້ເຂົ້າຮັບການເກນທະຫານ


ເມື່ອວັນທີ 20 ຕຸລາ 2023 Hyung-won MONSTA X ໄດ້ອອກມາໂພສຈົດໝາຍທີ່ຂຽນດ້ວຍລາຍມືຂອງຕົນເອງ ໂດຍໂພສຜ່ານແຟນຄາເຟຂອງ MONSTA X ວ່າຕົນເອງຈະເຂົ້າກົມທະຫານໃນວັນທີ 14 ພະຈິກ 2023 ທີ່ຈະມາເຖິງນີ້.

ໂດຍໃນຂໍ້ຄວາມມີເນື້ອຫາວ່າ “ຂ້ອຍຈະເຂົ້າກົມໃນວັນທີ 14 ພະຈິກ 2023 ອາດຈະເປັນເພາະຂ້ອຍໄດ້ກຽມຈິດໃຈໄວ້ແລ້ວໃນຕອນທີ່ສະມາຊິກຄົນອື່ນໄດ້ເຂົ້າໄປຜ່ານການເກນທະຫານ ແຕ່ແທນທີ່ຂ້ອຍຈະເສຍໃຈ ຂ້ອຍກັບຮູ້ໂລ່ງໃຈ ແຕ່ຂ້ອຍກັງວົນກັບ MONBEBE ຫຼາຍກວ່າ ເຖິງແມ່ນວ່າຂ້ອຍຈະເປັນຄົນໜຶ່ງທີ່ MONBEBE ກັງວົນແຕ່ເປົ້າໝາຍຄືການກັບມາທີ່ເຂັ້ມແຂງຫຼາຍຂຶ້ນ”

“ເມື່ອຂ້ອຍກັບມາຂ້ອຍຫວັງວ່າຈະສາມາດຕອບແທນຄວາມຮັກທີ່ MONBEBE ມອບໃຫ້ຂ້ອຍຫຼາຍຂຶ້ນ ເພາະສະນັ້ນ MONBEBE  ທັງຫຼາຍຈຳເປັນຕ້ອງຮັກສາສຸຂະພາບໃຫ້ແຂງແຮງ ແລະ ບໍ່ເຈັບເປັນ ໂດຍມື້ທີ່ຂ້ອຍປົດປະຈຳການ ແມ່ນ ວັນທີ 13 ພຶດສະພາ ພຽງແຕ່ຄິດວ່າຈະໄດ້ພົບກັບ MONBEBE ກໍດີໃຈແລ້ວ ພວກເຮົາມທັກທາຍກັນດ້ວຍຮອຍຍິ້ມດີກວ່າ ຂ້ອຍຮັກເຈົ້າ MONBEBE”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/