ເນເທີແລນ ກຽມຫ້າມບໍ່ໃຫ້ເອົາອຸປະກອນອີເລັກໂທຣນິກ ເຂົ້າໃນຫ້ອງຮຽນ


ໃນຍຸກທີ່ເທັກໂນໂລຢີເຂົ້າມາເປັນຕົວຊ່ວຍສຳຄັນໃນການຮຽນຕ່າງໆ ບໍ່ວ່າຈະເປັນການຄົ້ນຫາຂໍ້ມູນຜ່ານເວັບໄຊ ແຕ່ປະເທດເນເທີແລນກຽມທີ່ຈະຫ້າມບໍ່ໃຫ້ເອົາອຸປະກອນອີເລັກໂທຣນິກຕ່າງໆເຂົ້າຫ້ອງຮຽນ ເພາະເຊື່ອວ່າຈະເຮັດໃຫ້ເດັກນ້ອຍບໍ່ມີສະມາທິໃນການຮຽນໜັງສື.

ເມື່ອວັນທີ 5 ກໍລະກົດ 2023 ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ກະຊວງສຶກສາທິການຂອງປະເທດເນເທີແລນ ອອກມາຖະແຫຼງການວ່າ ນັບແຕ່ວັນທີ 1 ມັງກອນ 2024 ຫ້າມບໍ່ໃຫ້ນຳເອົາ ໂທລະສັບ, ແທັບເລັດ ແລະ ໂມງອັດສະລິຍະ ເຂົ້າໃນຫ້ອງຮຽນ ເນື່ອງຈາກມີຫຼັກຖານບົ່ງຊີ້ຫຼາຍຂຶ້ນ ທີ່ອາດຈະກໍ່ໃຫ້ເກີດຜົນກະທົບທີ່ເປັນອັນຕະລາຍຕໍ່ການສອນ.

ແຕ່ກໍບໍ່ໄດ້ຈຳກັດຈົນເກີນໄປ ໂດຍທາງໂຮງຮຽນຈະອະນຸຍາດໃຫ້ນຳອຸປະກອນອີເລັກໂທຣນິກ ເຂົ້າໃນຫ້ອງຮຽນໄດ້ ໃນກໍລະນີຈຳເປັນເທົ່ານັ້ນ ເຊັ່ນ ໃນຊົ່ວໂມງຮຽນທີ່ກ່ຽວກັບທັກສະທາງດິຈິຕອລ ຫຼື ເຫດຜົນທາງການແພດ ແລະ ໃນກໍລະນີທີ່ມີເດັກນັກຮຽນທີ່ມີຄວາມພິການ.

ຄວາມເຄື່ອນໄຫວຂອງກະຊວງສຶກສາທິການເນເທີແລນມີຂຶ້ນ ຫຼັງຜົນການສຶກສາທາງວິທະຍາສາດບົ່ງຊີ້ວ່າໂທລະສັບ ກໍ່ໃຫ້ເກີດຜົນກະທົບທີ່ເປັນອັນຕະລາຍຕໍ່ການຮຽນການສອນ ແລະ ເຮັດໃຫ້ຜົນການຮຽນຂອງເດັກຕ່ຳລົງ.

ລັດຖະບານຂໍຄວາມຮ່ວມມືໃຫ້ໂຮງຮຽນທຸກແຫ່ງທັງພາກລັດ ແລະ ພາກເອກະຊົນ ກຳນົດຂອບເຂດເວລາໃນການບັງຄັບໃຊ້ມາດຕະການດັ່ງກ່າວໄດ້ເອງ. ແຕ່ຫາກບໍ່ໄດ້ຮັບການຮ່ວມມື ກໍຈະເລີ່ມໃຊ້ກົດໝາຍບັງຄັບໃນຕົ້ນປີໜ້ານັ້ນເອງ. ບັນຫາການນຳອຸປະກອນອີເລັກໂທຣນິກຍັງເປັນປະເດັນໃຫ້ເກີດຂໍ້ຖົກຖຽງ. ແຕ່ກ່ອນໜ້ານີ້ໃນປີ 2018 ປະເທດຝຣັ່ງ ໄດ້ບັງຄັບໃຊ້ກົດໝາຍຫ້າມນຳໂທລະສັບມືຖືໃນຊັ້ນຮຽນລະດັບປະຖົມ ແລະ ມັດທະຍົມ ເພື່ອເພີ່ມປະສິດທີພາບໃນການຮຽນ ແລະ ປ້ອງກັນບັນຫາໄຊເບີບູລີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/