ອຸນຫະພູມທີ່ເພີ່ມຂຶ້ນເລື້ອຍໆຈາກການປ່ຽນແປງຂອງດິນຟ້າອາກາດ ກໍ່ໃຫ້ເກີດການໃຊ້ຄວາມຮຸນແຮງພາຍໃນຄອບຄົວ


ການສຶກສາໃໝ່ທີ່ໄດ້ຖືກຕີພິມໃນວາລະສານ JAMA Psychiatry ເມື່ອວັນພຸດທີ່ຜ່ານມາພົບວ່າ ອຸນຫະພູມປະຈຳປີທີ່ເພີ່ມຂຶ້ນໂດຍສະເລ່ຍ 1 ອົງສາ ແມ່ນມີສ່ວນກ່ຽວຂ້ອງໃນການເພີ່ມຂຶ້ນຂອງເຫດການໃຊ້ຄວາມຮຸນແຮງຕໍ່ຮ່າງກາຍ ແລະ ທາງເພດເຖິງ 6,3% ໃນ 3 ປະເທດຂອງອາຊີໃຕ້

ຈາກການສຶກສາ ພວກເຂົາໄດ້ຕິດຕາມຄົນຈຳນວນ 194.871 ຄົນໃນປີ 2010 – 2018 , ເຊິ່ງໃນນັ້ນມີເດັກນ້ອຍ ແລະ ແມ່ຍິງທີ່ມີອາຍຸ 15 – 49 ປີ ທີ່ເປັນຄົນອິນເດຍ, ປາກີສະຖານ ແລະ ເນປານ. ໂດຍການສຶກສາໄດ້ນຳເອົາຂໍ້ມູນການໃຊ້ຄວາມຮຸນແຮງທາງອາລົມ, ຮ່າງກາຍ ແລະ ທາງເພດໃນອິນເດຍມາປຽບທຽບກັບອຸນຫະພູມທີ່ເພິ່ມຂຶ້ນໃນ ເວລານັ້ນ, ພົບວ່າອິນເດຍໄດ້ມີການໃຊ້ຄວາມຮຸນແຮງໃນຄອບຄົວ ຫຼື ຄົນສະໜິດສະໜົມ ແລະ ການລ່ວງລະເມີດທາງເພດສູງທີ່ສຸດໃນ 3 ປະເທດ. ເມື່ອອຸນຫະພູມເພີ່ມຂຶ້ນ 1 ອົງສາ, ການໃຊ້ຄວາມຮຸນແຮງກໍຈະເພີ່ມຂຶ້ນເປັນ 8% ແລະ ການລ່ວງລະເມີດທາງເພດ 7,3%.

Michelle Bell ສາສະດາຈານດ້ານສຸຂະພາບສິ່ງແວດລ້ອມຢູ່ມະຫາວິທະຍາໄລ Yale ແລະ ເປັນຜູ້ຮ່ວມໃນການສຶກສາຄັ້ງນີ້ ກ່າວວ່າ “ມີຄວາມເປັນໄປໄດ້ທາງດ້ານ Physiology ແລະ Sociology. ເມື່ອອຸນຫະພູມເພີ່ມສູງຂຶ້ນ, ອາດເຮັດໃຫ້ເກີດຄວາມສ່ຽງຕໍ່ການໃຊ້ຄວາມຮຸນແຮງ” ໂດຍຄວາມຮ້ອນທີ່ເພີ່ມຂຶ້ນສາມາດນໍາໄປສູ່ການຕາຍຂອງພືດຜົນ, ທຳລາຍໂຄງສ້າງພື້ນຖານ ແລະ ເສດຖະກິດ, ເຮັດໃຫ້ຜູ້ຄົນຢູ່ແຕ່ພາຍໃນເຮືອນບໍ່ສາມາດວຽກໄດ້. ປັດໄຈທັງໝົດເຫຼົ່ານີ້ເຮັດໃຫ້ຄອບຄົວຕົກຢູ່ພາຍໃຕ້ຄວາມຄຽດ ແລະ ອັດຕາການໃຊ້ຄວາມຮຸນແຮງເພີ່ມຂຶ້ນ.

ນັກຄົ້ນຄວ້າໄດ້ພົບເຫັນວ່າ ຄວາມຮຸນແຮງທີ່ກ່ຽວຂ້ອງກັບຄວາມຮ້ອນນັ້ນ, ເພີ່ມຂຶ້ນໃນທົ່ວທຸກກຸ່ມລາຍໄດ້. ແຕ່ຈະພົບເຫັນໄດ້ຫຼາຍທີ່ສຸດກໍຄືໃນຄົວເຮືອນທີ່ມີລາຍຮັບຕໍ່າ ແລະ ຄົວເຮືອນໃນຊົນນະບົດ.

ນອກ​ຈາກ​ປັດ​ໄຈທາງສັງຄົມ ແລະ ​ເສດ​ຖະ​ກິດ​ແລ້ວ ຄວາມຮ້ອນຍັງສາມາດສົ່ງຜົນກະທົບຕໍ່ຮ່າງກາຍຂອງມະນຸດໄດ້, Bell ກ່າວວ່າ “ມີຫຼັກຖານທີ່ເພີ່ມຂຶ້ນເລື້ຍອໆວ່າ ອຸນຫະພູມທີ່ເພີ່ມຂຶ້ນສາມາດເຮັດໃຫ້ເກີດຄວາມຄຽດ, ລົດຜ່ອນການຢັບຢັ້ງຊັ່ງໃຈ, ມີພຶດຕິກຳທີ່ໃຊ້ຄວາມຮຸນແຮງ ແລະ ເຮັດໃຫ້ອາການປ່ວຍທາງຈິດຮຸນແຮງຂຶ້ນ” ການຄົ້ນຄວ້າທີ່ຜ່ານມາພົບເຫັນວ່າການສໍາຜັດກັບຄວາມຮ້ອນແບບກະທັນຫັນເຮັດໃຫ້ການຜະລິດ adrenaline ໃນຮ່າງກາຍເພີ່ມຂຶ້ນ ເຊິ່ງສາມາດກະຕຸ້ນພຶດຕິກຳທີ່ຮຸນແຮງ ແລະ ກະຕຸ້ນສະໝອງສ່ວນທີ່ຄວບຄຸມອາລົມ, ເຊິ່ງລວມເຖິງຄວາມວິຕົກກັງວົນ ແລະ ຄວາມຄຽດຈາກເຫດການທີ່ຝັງໃຈ

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/