ເກີດເຫດ ຊາຍຖືມີດ ໄລ່ແທງຄົນໃນໂຮງຮຽນອະນຸບານໃນຈີນ ເຮັດໃຫ້ມີຜູ້ເສຍຊີວິດ ທັງຜູ້ໃຫຍ່ ແລະ ເດັກນ້ອຍລວມ 6 ຄົນ


ເຊົ້າວັນຈັນທີ 10 ກໍລະກົດ ໄດ້ມີລາຍງານວ່າ ເກີດເຫດ ຄົນຮ້າຍຖືມີດເຂົ້າໄປໄລ່ແທງຄົນ ໃນໂຮງຮຽນອະນຸບານ ແຫ່ງໜຶ່ງ ທີ່ແຂວງກວາງຕຸງ ທາງຕອນໃຕ້ຂອງ ປະເທດຈີນ ເປັນເຫດໃຫ້ມີຜູ້ເສຍຊີວິດ ທັງຜູ້ໃຫຍ່ ແລະ ເດັກນ້ອຍລວມ 6 ຄົນ.

ໂດຍໂຄສົກປະຈຳເມືອງ ຫຼຽນຈຽງ ແຂວງກວາງຕຸງ ເປີດເຜີຍວ່າ: ເຫດການດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 6 ຄົນ ແລະ ບາດເຈັບອີກ 1 ຄົນ ໂດຍຜູ້ເຄາະຮ້າຍທີ່ເສຍຊີວິດເປັນ ຄູ 1​ ຄົນ, ຜູ້ປົກຄອງ 2 ຄົນ ແລະ ນັກຮຽນອີກ 3 ຄົນ. ແຕ່ບໍ່ໄດ້ໃຫ້ລາຍລະອຽດກ່ຽວກັບຊື່ ຫຼື ອາຍຸຂອງຂອງຜູ້ເຄະຮ້າຍ ລວມເຖິງບໍ່ລະບຸເຖິງອາວຸດໃນການໂຈມຕີ ແລະ ລະບຸພຽງວ່າຜູ້ຕ້ອງສົງໄສຖືກຈັບແລ້ວ ແລະ ຢູ່ໃນຂະບວນການສືບສວນ.

ໂດຍສຳນັກຂ່າວໃນທ້ອງຖິ່ນລາຍງານວ່າ ເຫດເກີດປະມານ 7:40 ຕອນເຊົ້າ ຕາມເວລາທ້ອງຖິ່ນ. ເຊິ່ງມີການເຜີຍແຜ່ພາບວິດີໂອທີ່ຖືກຖ່າຍເຖິງບັນຍາກາດຫຼັງຄົນຮ້າຍໄດ້ກໍ່ເຫດໃນໂຮງຮຽນ ກ່ອນທີ່ພາບວິດີໂອດັ່ງກ່າວ ຈະຖືກລຶບອອກຈາກແພລັດຟອມອອນລາຍຂອງຈີນທັງໝົດ.

ທາງເຈົ້າໜ້າທີ່ຕໍາຫຼວດໄດ້ເປີດເຜີຍວ່າ ຄົນຮ້າຍເປັນໄວໜຸ່ມເພດຊາຍອາຍຸປະມານ 25 ປີ ເຊິ່ງຫຼັງເກີດເຫດ ເຈົ້າໜ້າທີ່ໄດ້ເຂົ້າປິດພື້ນທີ່ໂຮງຮຽນອະນຸບານດັ່ງກ່າວ ແລະ ເຂົ້າຈັບກຸມຕົວຜູ້ຕ້ອງສົງໄສ ໄດ້ສຳເລັດ.

ເຫດການດັ່ງກ່າວ ສະທ້ອນໃຫ້ເຫັນວ່າ ເຖິງແມ່ນວ່າຈີນຈະມີການຄວບຄຸມການໃຊ້ອາວຸດປືນຢ່າງເຂັ້ມງວດ ແຕ່ຈີນກໍມັກຈະປະເຊີນໜ້າກັບຄວາມຮຸນແຮງທີ່ເກີດຈາກການເອົາມີດແທງ ຢູ່ເລື້ອຍໆ ໃນຂະນະທີ່ ເຫດການຮຸນແຮງມັກຈະແນໄປໃສ່ນັກຮຽນ ໃນໂຮງຮຽນ ເຊິ່ງທ່າອ່ຽງເພີ່ມຂຶ້ນເລື້ອຍໆ ໃນໄລຍະ 3 ປີທີ່ຜ່ານມາ.

ການໂຈມຕີດັ່ງກ່າວ ເຮັດໃຫ້ທາງການຕ້ອງເພີ່ມ ມາດຕະການຮັກສາຄວາມປອດໄພ ແລະ ຮຽກຮ້ອງໃຫ້ມີການສຶກສາ ແລະ ຄົ້ນຄວ້າກ່ຽວກັບສາເຫດຕົ້ນຕໍຂອງການກະທຳທີ່ຮຸນແຮງດັ່ງກ່າວ.

ຂອບໃຈຂໍ້ມູນຈາກ: bbc, cnn

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/