ມະຫາອຳນາດໃໝ່! ອິນເດຍກຽມກ້າວຂຶ້ນມາເປັນ ປະເທດທີ່ມີຂະໜາດເສດຖະກິດໃຫຍ່ທີ່ສຸດເປັນອັນດັບ 2 ຂອງໂລກ ແຊງໜ້າ ອາເມຣິກາ ເປັນຮອງພຽງຈີນ


ລາຍງານສະບັບຫຼ້າສຸດຂອງ Goldman Sachs ທະນາຄານທຸລະກິດແຫ່ງການລົງທຶນລາຍໃຫຍ່ຂອງໂລກຈາກສະຫະລັດອາເມຣິກາ ເຜີຍໃຫ້ເຫັນວ່າ ອິນເດຍຈະກາຍເປັນປະເທດທີ່ມີເສດຖະກິດໃຫຍ່ເປັນອັນດັບ 2 ຂອງໂລກ ຮອງຈາກຈີນ ພາຍໃນປີ 2075, ແຊງໜ້າສະຫະລັດອາເມຣິກາ, ຍີ່ປຸ່ນ ແລະ ເຢຍລະມັນ.

ໂດຍປັດຈຸ​ບັນ, ອິນ​ເດຍ​ເປັນ​ປະ​ເທດ​ທີ່​ມີ​ເສດຖະກິດ​ໃຫຍ່​ອັນ​ດັບ 5 ​ໃນ​ໂລກ​ຮອງຈາກ​ເຢຍລະ​ມັນທີ່ເປັນອັນ 4, ຍີ່ປຸ່ນ ອັນດັບ 3, ຈີນອັນດັບ 2 ​ແລະ ສະຫະລັດອາເມຣິກາ ອັນດັບ 1.

ການປະເມີນຄັ້ງໃໝ່ຂອງ Goldman Sachs ໃນຄັ້ງນີ້ ເກີດຂຶ້ນທ່າມກາງ ການເພີ່ມຂຶ້ນຂອງປະຊາກອນອິນເດຍ ທີ່ປັດຈຸບັນມີປະຊາກອນຫຼາຍທີ່ສຸດເປັນອັນດັບ 1​ ຂອງໂລກ ແຊງໜ້າຈີນ ທີ່ຄອງຕຳແໜ່ງນີ້ມາເປັນເວລາຫຼາຍທົດສະວັດ ບວກກັບຄວາມກ້າວໜ້າທາງດ້ານນະວັດຕະກໍາ ແລະ ເທັກໂນໂລຢີ ການລົງທຶນທີ່ສູງຂຶ້ນ ແລະ ​ປະສິດທິພາບການຜະລິດ​ຂອງ​ກໍາ​ລັງ​ແຮງ​ງານ​ທີ່​ເພີ່ມ​ຂຶ້ນ​ຂອງ​ອິນ​ເດຍ​ ເຮັດໃຫ້ Goldman Sachs ປະເມີນວ່າອິນເດຍຈະກ້າວຂຶ້ນມາມີບົດບາດສໍາຄັນໃນເສດຖະກິດໂລກ ພາຍໃນປີ 2075.

ຂໍ້ມູນຈາກ Nasscom ສະມາຄົມການຄ້ານອກພາກລັດຂອງອິນເດຍ ເຜີຍໃຫ້ເຫັນວ່າ ລາຍ​ຮັບ​ຈາກ​ອຸດ​ສາ​ຫະ​ກຳ​ເທັກ​ໂນ​ໂລ​ຢີ​ຂອງ​ອິນ​ເດຍ​ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ 245 ຕື້​ໂດ​ລາ​ໃນ​ທ້າຍ​ປີ 2023.

ຂະນະທີ່ Santanu Sengupta, ນັກເສດຖະສາດອິນເດຍຂອງ Goldman Sachs Research, ກ່າວວ່າ, “ໃນສອງທົດສະວັດຂ້າງໜ້າ, ອັດຕາສ່ວນການເພິ່ງພາອາໄສຂອງອິນເດຍ (Dependency Ratio) ຫຼື ຈໍານວນຄົນທີ່ບໍ່ມີການເຄື່ອນໄຫວທາງດ້ານເສດຖະກິດຕໍ່ກັບຈໍານວນຄົນໃນອາຍຸການເຮັດວຽກທາງດ້ານເສດຖະກິດ ຈະຕ່ຳທີ່ສຸດໃນພາກພື້ນດັ່ງກ່າວ”.

ທ່ານ Sengupta ກ່າວຕື່ມວ່າ ປັດໄຈສໍາຄັນໃນການດຶງສັກກະຍະພາບ ຂອງປະຊາກອນທີ່ເພີ່ມຂຶ້ນຢ່າງໄວວາຂອງອິນເດຍ ແມ່ນການສົ່ງເສີມການມີສ່ວນຮ່ວມຂອງກໍາລັງແຮງງານ.

ລັດຖະບານ​ອິນ​ເດຍຍັງ​ໄດ້​ສຸມ​ໃສ່​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ. ໂດຍສະເພາະ ການກໍ່ສ້າງທາງ ແລະ ລົດໄຟ ງົບປະມານຫຼ້າສຸດຂອງປະເທດມີເປົ້າໝາຍເພື່ອຈັດຕັ້ງປະຕິບັດໂຄງການກູ້ຢືມແບບບໍ່ມີດອກເບ້ຍ 50 ປີໃຫ້ແກ່ອຳນາດການປົກຄອງສ່ວນທ້ອງຖິ່ນ ເພື່ອ​ກະ​ຕຸ້ນ​ການ​ລົງ​ທຶນ​ໃນ​ພື້ນ​ຖານ​ໂຄງ​ລ່າງ.

ນອກຈາກນີ້ ສະຖານະ ແລະ ຈຸດຢືນທາງດ້ານການເມືອງລະຫວ່າງປະເທດຂອງ ອິນເດຍ ທີ່ດຳເນີນນະໂຍບານເປັນກາງມາຕະຫຼອດ ທ່າມກາງຄວາມຂັດແຍ້ງ ລະຫວ່າງໂລກຕາເວັນຕົກ ແລະ ຕາເວັນອອກ ທີ່ເຄັ່ງຕຶງຂຶ້ນທຸກມື້ ກໍເປັນອີກໜຶ່ງສິ່ງທີ່ເປັນທ່າແຮງສຳຄັນໃນການຊຸກຍູ້ໃຫ້ເສດຖະກິດອິນເດຍມີການຈະເລີນເຕີບໂຕຢູ່ຕະຫຼອດ.

ດ້ວຍສະຖານະທາງການເມືອງລະຫວ່າງປະເທດ-ພາຍໃນ ແລະ ນະໂຍບາຍຕ່າງໆ ຂອງທາງລັດຖະບານອິນເດຍ ແລະ ຄວາມຮູ້ຄວາມສາມາດຂອງຄົນອິນເດຍ ເຮັດໃຫ້ບໍລິສັດຜູ້ນຳດ້ານເທັກໂນໂລຢີຫຼາຍໆບໍລິສັດຍັກໃຫຍ່ຂອງໂລກ ຕ່າງຫັນມາລົງທຶນໃນອິນເດຍ ເຊັ່ນ: Microsoft, Apple, IBM, Google, Amazon ແລະ ອື່ນໆອີກຫຼາຍບໍລິສັດ ຈຶ່ງບໍ່ແປກທີ່ອິນເດຍຈະກ້າວຂຶ້ນມາເປັນຜູ້ນຳດ້ານເທັກໂນໂລຢີ ແລະ ເສດຖະກິດໂລກ ໃນອະນາຄົດ.

ຂອບໃຈຂໍ້ມູນຈາກ: thestandard, cnbc, goldmansachs, stepupstudent

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/