Kung Fu Panda 4 ສົ່ງແຟຣນໄຊຄອງອັນດັບ 7 ອະນິເມຊັນທີ່ເຮັດເງິນໄດ້ສູງສຸດຕະຫຼອດການ!


Deadline ໄດ້ລາຍງານວ່າ Kung Fu Panda 4 ສາມາດເຮັດລາຍໄດ້ໄປທົ່ວໂລກຜ່ານຫຼັກ 500 ລ້ານໂດລາເປັນທີ່ຮຽບຮ້ອຍແລ້ວ ຫຼັງຈາກການເຂົ້າສາຍພຽງ 8 ອາທິດເທົ່ານັ້ນ ພ້ອມຍັງສົ່ງຜົນໃຫ້ແຟຣນໄຊ Kung Fu Panda ມີລາຍໄດ້ທົ່ວໂລກລວມກັນຮອດ 2,000 ລ້ານໂດລາ ແລະ ຍັງກາຍເປັນອະນິເມຊັນລຳດັບທີ 7 ໃນປະຫວັດສາດທີ່ເຮັດລາຍໄດ້ສູງສຸດ.

ນອກຈາກນີ້ເຮັດໃຫ້ຄ້າຍ DreamWorks Animation ຍັງຖືຄອງສະຖິຕິແຟຣນໄຊອະນິເມຊັນທີ່ເຮັດລາຍໄດ້ຫຼັກ 2,000 ລ້ານໂດລາ ຫຼາຍທີ່ສຸດໂດຍມີຈຳນວນຮອດ 3 ແຟຣນໄຊ ນັ້ນກໍຄື ແຟຣນໄຊ ‘Shrek’ ຈຳນວນ 6 ເລື່ອງ ລາຍໄດ້ລວມ 4,031.5 ລ້ານໂດລາ, ແຟຣນໄຊ ‘Madagascar’ ຈຳນວນ 4 ເລື່ອງ ລາຍໄດ້ລວມ 2,270.1 ລ້ານໂດລາ ແລະ Kung Fu Panda ຈຳນວນ 4 ເລື່ອງ ລາຍໄດ້ລວມ 2,306.4 ລ້ານໂດລາ.

ຂອບໃຈຂໍ້ມູນຈາກ:

Beartai

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/