ທກສ ຮ່ວມກັບ LCRC ພັດທະນາລະບົບຊຳລະຄ່າປີ້ລົດໄຟຜ່ານແອັບ Mepom ສະດວກ, ວ່ອງໄວ ແລະ ປະຢັດເວລາ


ທະນາຄານ ສົ່ງເສີມກະສິກຳ ຈຳກັດ (ທ.ກ.ສ) ໄດ້ລົງນາມໃນບົດບັນທຶກຂໍ້ຕົກລົງຮ່ວມມື (MOU) ກັບບໍລິສັດລົດໄຟລາວ-ຈີນ ຈຳກັດ (LCRC) ເພື່ອພັດທະນາລະບົບການຊຳລະຄ່າປີ້ລົດໄຟຜ່ານແອັບພລິເຄຊັ່ນ Mepom (ມີພ້ອມ) ຂອງ ທ.ກ.ສ ໂດຍມີເປົ້າໝາຍເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຄ້າທັງສອງຝ່າຍ. ທັງ​ສອງ​ຝ່າຍ​ໃນ​ການ​ຈ່າຍ​ຄ່າ​ປີ້​ລົດ​ໄຟ​ໂດຍ​ຜ່ານເເອັບ Mepom ໃນ​ຮູບ​ແບບ​ທີ່​ທັນ​ສະ​ໄໝ, ສະ​ດວກ​, ວ່ອງໄວ ​ແລະ ​ປະ​ຢັດ​ເວ​ລາ​.

ພິທີລົງນາມ MOU ໄດ້ຖືກຈັດຂຶ້ນໃນວັນທີ 28 ເມສາ 2024 ທີ່ໂຮງແຮມຄຣາວພລາຊາ (Crowne Plaza Hotel), ໂດຍມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເປັນປະທານໃນພິທີ.

ທ່ານ ພົງ​ສະ​ຫວັດ ເສນາ​ພວນ ປະທານ​ສະພາ​ບໍລິຫານ ທະນາຄານ ສົ່ງເສີມກະສິກຳ ຈຳກັດ ​ກ່າວ​ວ່າ “ການ​ຮ່ວມ​ມື​ກັນໃນຄັ້ງນີ້, ທ,ກ.ສ ມຸ່ງ​ຫວັງທີ່ຈະ​​ພັດທະນາ​ລະບົບ​ຊຳລະ​ເງິນ​ໃຫ້​ທັນ​ສະ​ໄໝ. ຕອບໂຈດຄວາມຕ້ອງການຂອງລູກຄ້າໃນຍຸກດິຈິຕອນ ແລະ ຫຼຸດຂັ້ນຕອນໃນການຊຳລະເງິນໂດຍການນຳໃຊ້ແອັບພລິເຄຊັນ Mepom, ແອັບພລິເຄຊັນທະນາຄານໃນໂທລະສັບ ທີ່ໃຊ້ງານງ່າຍ, ສະດວກ, ວ່ອງໄວປະຢັດເວລາ ແລະ ປອດໄພ, ມາເປັນຊ່ອງທາງໃນການຊຳລະຄ່າປີ້ລົດໄຟ. ພ້ອມ​ທັງ​ຊຸກຍູ້​ການ​ທ່ອງ​ທ່ຽວ ​ແລະ ​ເສດຖະກິດ​ໃນປະເທດ​ອີກ​ດ້ວຍ”

ທ່ານ LIU HONG, ຜູ້ອຳນວຍການໃຫຍ່ ບໍລິສັດ ລົດໄຟ ລາວ-ຈີນ ຈຳກັດ ກ່າວວ່າ “ບໍລິສັດ ມຸ່ງໝັ້ນພັດທະນາການບໍລິການລົດໄຟໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທັນສະໄໝ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ. ການຮ່ວມມືກັບ ທ.ກ,ສ ໃນຄັ້ງນີ້, ບໍລິສັດເຊື່ອໝັ້ນວ່າ ຈະຂະຫຍາຍຊ່ອງທາງການຊຳລະຄ່າປີ້ລົດໄຟໃຫ້ມີຄວາມສະດວກສະບາຍ ແລະ ວ່ອງໄວຍິ່ງຂຶ້ນ. ພ້ອມກັບກະຕຸ້ນການທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດຂອງປະເທດທັງສອງຝ່າຍ”

ໃນປັດຈຸບັນ, ການຈອງຊື້ ແລະ ຊໍາລະຄ່າປີ້ລົດໄຟໄດ້ເພີ່ມຊ່ອງທາງໃຫ້ຫຼາຍຂຶ້ນ ໂດຍລູກຄ້າຜູ້ທີ່ປະສົງຈະເດີນທາງດ້ວຍລົດໄຟ ແມ່ນສາມາດຈອງຊື້ປີ້ລົດໄຟຜ່ານແອັບ LCR Ticket ແລະ ພາຍຫຼັງທີ່ຈອງຊື້ສຳເລັດ. ໃນຂັ້ນຕອນການຊໍາລະແມ່ນລະບົບຈະເຊື່ອມຕໍ່ຫາແອັບ Mepom ໂດຍຈະໃຫ້ລູກຄ້າພຽງແຕ່ກົດຢືນຢັນ, ລະບົບກໍຈະຕັດເງິນຈາກບັນຊີຂອງລູກຄ້າເພື່ອຊໍາລະຄ່າປີ້ລົດໄຟໄດ້ທັນທີ ແລະ ລະບົບກໍຈະຢັ້ງຢືນບິນອອນລາຍໃຫ້, ສຳລັບຜູ້ໂດຍສານທີ່ຈະເດີນທາງສາມາດນໍາໃຊ້ບິນອອນລາຍຈາກລະບົບພ້ອມກັບເອກະສານຢັ້ງຢືນຕົວຕົນກໍສາມາດຂຶ້ນລົດໄຟໄດ້ເລີຍ.

ພິເສດສຳລັບລູກຄ້າທີ່ຈ່າຍຄ່າປີ້ລົດໄຟຜ່ານແອັບພລິເຄຊັນ Mepom ຈະໄດ້ຮັບເງິນຄືນ 10% ສູງສຸດ 50,000 ກີບ/ບັນຊີ/ມື້. ນັບຕັ້ງແຕ່ວັນທີ 29 ເມສາ 2024 ເປັນຕົ້ນໄປ.

ລິ້ງດາວໂຫຼດແອັບ Mepom: https://www.apb.com.la/apps/

ທີ່ມາ:

facebook

facebook2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/