Huawei ກ້າວຂຶ້ນສູ່ອັນດັບ 1 ໃນຈີນ ແຊງ Apple ທີ່ມີຍອດຂາຍຫຼຸດລົງຢ່າງຮຸນແຮງຕົກລົງສູ່ອັນດັບ 5


ອີງຕາມລາຍງານຫຼ້າສຸດຈາກ Canalys ບໍລິສັດວິເຄາະຕະຫຼາດ ໄດ້ລະບຸວ່າ Apple ຕົກລົງຈາກອັນດັບ 1 ມາເປັນອັນດັບ 5 ໃນຕະຫຼາດສະມາດໂຟນຂອງຈີນໃນໄຕມາດທີ 1 ປີ 2024, ສົ່ງຜົນກະທົບຕໍ່ຍັກໃຫຍ່ດ້ານເຕັກໂນໂລຊີລາຍນີ້ໃນຕະຫຼາດເສດຖະກິດທີ່ໃຫຍ່ທີ່ສຸດຂອງອາຊີ.

ຫຼັງ​ຈາກທີ່ຜ່ານ 13 ໄຕ​ມາດມາ​, Huawei ກໍກັບມາຄອງ​ຕໍາ​ແໜ່ງ​ອັນ​ດັບ​ໜຶ່ງ​ໃນ​ຕະ​ຫຼາດ​ສະມາດໂຟນ​ຂອງ​ຈີນອີກຄັ້ງ​, ດ້ວຍສ່ວນແບ່ງຕະຫຼາດ 17%. ໂດຍຄວາມສຳເລັດໃນຄັ້ງນີ້ແມ່ນໄດ້ຮັບແຮງໜຸນມາຈາກ Mate ແລະ Nova Serie.

ໃນໄຕມາດນີ້ Huawei ໄດ້ຈັດສົ່ງສະມາດໂຟນ 11.7 ລ້ານເຄື່ອງ, ເຊິ່ງເພີ່ມຂຶ້ນ 70% ຈາກປີກ່ອນໜ້ານີ້. ການຟື້ນຕົວໃນຄັ້ງນີ້ຖືວ່າໂດດເດັ່ນຫຼາຍ ທ່າມກາງສິ່ງທ້າທາຍທີ່ບໍລິສັດຕ້ອງປະເຊີນກັບການຂວ້ຳບາດຂອງສະຫະລັດ, ເຊິ່ງນີ້ໄດ້ນໍາໄປສູ່ການປັບໂຄງສ້າງທີ່ສໍາຄັນຂອງທຸລະກິດໂທລະສັບມືຖືຄັ້ງໃຫຍ່, ໂດຍຮຸ່ນ Mate 60 Pro ທີ່ໃຊ້ຊິບ 7nm ທີ່ຜະລິດໃນປະເທດຈີນ ໄດ້ເຂົ້າມາມີບົດບາດສໍາຄັນໃນການຟື້ນຕົວຂອງບໍລິສັດ.

ໃນສ່ວນຂອງ Oppo ນັ້ນກໍໄດ້ກ້າວຂຶ້ນມາເປັນອັນດັບ 2, ດ້ວຍສ່ວນແບ່ງຕະຫຼາດ 16%. ຫຼັງຈາກຈັດສົ່ງເຄື່ອງ 10.9 ລ້ານເຄື່ອງ, ໂດຍຄວາມສຳເລັດໃນຄັ້ງນີ້ ສ່ວນໃຫຍ່ແມ່ນມາຈາກ Reno 11 series.

ສຳລັບ Honor ແລະ Vivo ກໍໄດ້ຂຶ້ນຄອງອັນດັບ 3 – 4, ໂດຍມີສ່ວນແບ່ງການຕະຫຼາດ 10.6% ເພີ່ມ 9% ຈາກປີກ່ອນ ແລະ 10.3% ແຕ່ຍອດຂາຍຫຼຸດລົງ 9% ຕາມລຳດັບ.

ໃນບົດລາຍງານຍັງໄດ້ເນັ້ນຢ້ຳວ່າ ການຫຼຸດລົງຂອງຍອດຂາຍ Apple ນັ້ນທີ່ສໍາຄັນທີ່ສຸດ ໂດຍຫຼຸດລົງຈາກອັນດັບ 1 ມາຢູ່ອັນດັບ 5, ດ້ວຍຍອດການຈັດສົ່ງ 10 ລ້ານເຄື່ອງ, ເຊິ່ງຫຼຸດລົງ 25% ຈາກປີກ່ອນ. ການຫຼຸດລົງໃນຄັ້ງນີ້ແມ່ນເກີດຂື້ນໃນຊ່ວງເວລາທີ່ທ້າທາຍສໍາລັບ Apple, ເຖິງແມ່ນວ່າ CEO Tim Cook ຈະໄດ້ເດີນທາງໄປປະເທດຈີນເມື່ອບໍ່ດົນມານີ້, ເພື່ອເປີດຮ້ານເຮືອທຸງໃໝ່ໃນ Shanghai ແລະ ເຂົ້າຮ່ວມງານ China Development Forum ໃນປັກກິ່ງ.

Lucas Zhong ນັກວິເຄາະ Canalys ກ່າວວ່າ ສະມາດໂຟນທີ່ມີ Generative AIຈະເປັນຈຸດຂາຍສໍາລັບຮຸ່ນທີ່ນິຍົມໃນປະເທດຈີນປີນີ້. ນີ້ເຮັດໃຫ້ Apple ມີຄວາມທ້າທາຍດ້ານການຕະຫຼາດອັນໃຫຍ່ຫຼວງ. ສະມາດໂຟນທີ່ມີຄຸນສົມບັດ AI ຈະກວມເອົາ 12% ຂອງສ່ວນແບ່ງຕະຫຼາດທັງໝົດໃນປີນີ້. ໃນປັດຈຸບັນ, ຍີ່ຫໍ້ສະມາດໂຟນທີ່ສໍາຄັນໃນປະເທດຈີນຕ່າງກໍຄ່ອຍໆເປີດຕົວຄວາມສາມາດນີ້.

  • ຄວາມສໍາພັນອັນເລິກເຊິ່ງຂອງ Apple ກັບຈີນ

ຈີນກວມເອົາປະມານ 17% ຂອງຍອດຂາຍສຸດທິຂອງ Apple ຈາກເດືອນຕຸລາຫາເດືອນທັນວາ 2023, ເຊິ່ງນີ້ໄດ້ຕອກຢ້ຳເຖິງຄວາມສໍາຄັນຂອງ Apple ຕໍ່ຫ່ວງໂສ້ອຸປະທານຂອງ ບໍລິສັດ. ຢ່າງໃດກໍຕາມ, Apple ກໍາລັງປະເຊີນກັບການຕໍ່ສູ້ທີ່ຍາກລຳບາກຂຶ້ນເພີ່ມຂຶ້ນຕໍ່ກັບການຫຼຸດລົງຂອງການຂາຍ iPhone ໃນປະເທດຈີນ, ໂດຍຄາດວ່າຈະຫຼຸດລົງ 24% ເມື່ອທຽບໃສ່ປີ. ໃນປີ 2023 ແລະ ຄາດວ່າຈະສືບຕໍ່ໄປຮອດປີ 2024.

  • ການຂະຫຍາຍຕົວຢ່າງຕໍ່ເນື່ອງຂອງ Huawei

ການຂະຫຍາຍຕົວຢ່າງຕໍ່ເນື່ອງຂອງ Huawei, ທີ່ໄດ້ຮັບແຮງຂັບເຄື່ອນໂດຍລະບົບນິເວດ HarmonyOS ແລະ ສະມາດໂຟນເຮືອທຸງຮຸ່ນໃໝ່ Pure, ເປັນສິ່ງທ້າທາຍອັນໃຫຍ່ຫຼວງຕໍ່ Apple ໃນຕະຫຼາດທີ່ເຄີຍຖືກຄອບງຳໂດຍ Android ແລະ iOS ໃນເມື່ອກ່ອນ.

ຕະຫຼາດສະມາດໂຟນຂອງຈີນມີການແຂ່ງຂັນທີ່ສູງ, ດັ່ງນັ້ນ Apple ຕ້ອງຊອກຫາວິທີທີ່ຈະດຶງດູດລູກຄ້າໃໝ່ ແລະ ຮັກສາຖານລູກຄ້າໃນປະຈຸບັນ ເພື່ອໃຫ້ກັບຄືນມາ ແລະ ຢືນຢູ່ອັນດັບ 1 ໃນຕະຫຼາດອີກຄັ້ງ.

ທີ່ມາ

livemint

facebook

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/