ເກີດເປັນຄົນລາວຕ້ອງສູ້ກັບແດດ! ມາເບິ່ງຄວາມສຳຄັນຂອງຄຣີມກັນແດດ ເປັນຫຍັງທຸກຄົນຈຶ່ງຄວນໃຊ້


ການຢູ່ປະເທດລາວ ເຮັດໃຫ້ເຮົາຄຸ້ນເຄີຍກັບແສງແດດທີ່ແຮງ, ການດຳລົງຊີວິດຂອງຄົນລາວຕິດພັນກັບການອອກແດດກາງແຈ້ງຈົນຄິດວ່ານີ້ເປັນເລື່ອງປົກກະຕິ ອາດເຮັດໃຫ້ເຮົາລືມຄິດເຖິງຜົນເສຍຂອງການຮັບແສງແດດຫຼາຍເກີນໄປ ລວມໄປເຖິງການໃຊ້ຄຣີມກັນແດດປ້ອງກັນເມື່ອຕ້ອງອອກໄປພົບກັບແສງແດດ.

ໃນຍຸກນີ້ ຄຣີມກັນແດດ ຖືວ່າເປັນໄອເທັມທີ່ແຕ່ລະຄົນຂາດບໍ່ໄດ້ ໂດຍສະເພາະຜູ້ທີ່ບໍ່ຢາກມີຜິວໜ້າທີ່ແກ່ກ່ອນໄວ ເພາະແສງແດດ ເປັນສາເຫດຫຼັກທີ່ເຮັດໃຫ້ເກີດຄວາມເສຍຫາຍແກ່ຜິວໜັງ, ເຮັດໃຫ້ເກີດອະນຸມູນອິດສະຫຼະ, ຜິວໜັງອັກເສບ, ສູນເສຍຄໍລາເຈນໃຕ້ຜິວໜັງ, ຜິວໄໝ້ ເກີດຝ້າ ແລະ ເພີ່ມໂອກາດທີ່ເຮັດໃຫ້ເກີດມະເຮັງໃນຊັ້ນຜິວໜັງໄດ້. ເພາະວ່າໃນແສງແດດປະກອບໄປດ້ວຍແສງອິນຟາເຣດ ແສງທີ່ເບິ່ງເຫັນ ແລະ ແສງທີ່ເບິ່ງບໍ່ເຫັນ ນັ້ນແມ່ນແສງອັລຕຣາໄວໂອເລັດ ຫຼື ແສງ UV ນັ້ນເອງ. ເພາະສະນັ້ນການອອກຈາກເຮືອນໂດຍບໍ່ທາຄຣີມກັນແດດ ຈຶ່ງສ່ຽງກັບສິ່ງທີ່ກ່າວມາໄດ້.

ໃນເວັບໄຊຂອງ Independent ໄດ້ເຜີຍຮູບພາບຂອງຊາຍມີອາຍຸຄົນໜຶ່ງທີ່ມີຜິວໜ້າເບື້ອງຊ້າຍ ແກ່ກວ່າໃບໜ້າເບື້ອງຂວາ ເນື່ອງຈາກຖືກແສງແດດເປັນເວລາດົນ, ຊາຍດັ່ງກ່າວມີອາຊີບເປັນຄົນຂັບລົດບັນທຸກດົນເຖິງ 28 ປີ ເຮັດໃຫ້ໃບໜ້າເບື້ອງຊາຍຂອງລາວຕ້ອງຖືກແດດເປັນເວລາຍາວນານ ແລະ ຕົກຢູ່ໃນພາວະ Unilateral Dermaheliosis ຫຼື ພາວະແກ່ແດດຂ້າງດຽວ.

ແລ້ວຖ້າເຮົາບໍ່ໄດ້ອອກໄປທາງນອກ ຢູ່ແຕ່ເຮືອນ ຈຳເປັນບໍ່ຕ້ອງທາຄຣີມກັນແດດຫຼືບໍ່?

ບາງຄົນອາດຄິດວ່າ ເມື່ອບໍ່ໄດ້ຖືກແດດກໍບໍ່ຈຳເປັນຕ້ອງທາ ແຕ່ແສງຣັງສີ UVA ສາມາດລອດຜ່ານປ່ອງຢ້ຽມຂອງເຮົາເຂົ້າມາໄດ້ ຍິ່ງເປັນປ່ອງຢ້ຽມແບບແກ້ວ ຍິ່ງທະລຸມາໄດ້ເຖິງ 75%, ສ່ວນແວ່ນແບບສະທ້ອນແສງ UVA ກໍຍັງທະລຸເຂົ້າມາໄດ້ 25-50%.

ແພດແນະນຳວ່າຖ້າເປັນຕອນກາງເວັນ ກໍຄວນທາຄຣີມກັນແດດຕະຫຼອດ ຕໍ່ໃຫ້ຢູ່ແຕ່ໃນເຮືອນ ແລະ ຕ້ອງເປັນຄຣີມກັນແດດທີ່ມີຄ່າ SPF30 ແລະ ມີ PA3+ ຂຶ້ນໄປ ພ້ອມກັບປິດຜ້າກັ້ງ ພະຍາຍາມນັ່ງໃຫ້ຫ່າງຈາກປ່ອງຢ້ຽມ ຫຼີກເວັ້ນໃນຈຸດທີ່ແສງແດດສ່ອງເຖິງ ຈະຊ່ວຍປ້ອງກັນ UVA ໄດ້.

ທີ່ມາ:

samitivejhospitals

thestandard

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/