ລັດຖະສະພາຝຣັ່ງ ຮັບຮອງເສລີພາບຂອງແມ່ຍິງໃນການຍຸຕິການຖືພາ ດ້ວຍຄະແນນສຽງ 780 ຕໍ່ 72 ສຽງ ທ່າມກາງສຽງຕົບມືຍິນດີໃນສະພາ.
ປະທານາທິບໍດີ ເອັມມານູເອລ ມາຄຣົງ ກ່າວວ່າ ຄວາມກ້າວໜ້າໃນຄັ້ງນີ້ ເປັນຄວາມພາກພູມໃຈຂອງຝຣັ່ງທີ່ສົ່ງສານໄປທົ່ວໂລກ ພ້ອມຍັງກ່າວວ່າ ເຮົາກຳລັງສົ່ງສານໄປຍັງແມ່ຍິງທຸກຄົນ ຮ່າງກາຍຂອງເຈົ້າເປັນຂອງເຈົ້າ ແລະ ບໍ່ມີໃຜມາຕັດສິນໃຈແທນເຈົ້າໄດ້.
ຝຣັ່ງບັນຍັດໃຫ້ການຍຸຕິການຖືພາຖືກກົດໝາຍຕັ້ງແຕ່ປີ 1975 ແຕ່ຜົນສຳຫຼວດຊີ້ວ່າ ມີປະຊາຊົນປະມານ 85% ທີ່ສະໜັບສະໜູນການແກ້ໄຂລັດຖະທຳມະນູນ ເພື່ອປົກປ້ອງສິດໃນການຍຸຕິການຖືພາ.
ນີ້ເປັນການແກ້ໄຂລັດຖະທຳມະນູນຄັ້ງທຳອິດຂອງຝຣັ່ງ ນັບແຕ່ປີ 2008 ເປັນການແກ້ໄຂກົດໝາຍສູງສຸດຂອງປະເທດ ເປັນຄັ້ງທີ 25.
ຫຼັງຈາກລັດຖະສະພາໂຫວດຜ່ານແລ້ວ ຫໍໄອເຟລກໍໄດ້ຂຶ້ນປ້າຍຂໍ້ຄວາມສະເຫຼີມສະຫຼອງວ່າ My Body My Choice ຫຼື ຮ່າງກາຍຂອງຂ້ອຍ ທາງເລືອກຂອງຂ້ອຍ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/