ອົບອຸ່ນຫົວໃຈ ເມື່ອຄົ້ນຫາບ້ານຕົນເອງໃນ Google Earth ແລ້ວເຫັນພໍ່ທີ່ເສຍໄປຢືນຖ້າແມ່ກັບບ້ານໃນອະດີດ


ກຳລັງເປັນກະແສໃນໂຊຊຽວມີເດຍຍີ່ປຸ່ນ ເມື່ອມີຊາວ Twitter ຄົນໜຶ່ງຄົ້ນຫາບ້ານຂອງຕົນເອງໃນ Google Earth ພາບທີ່ປາກົດແມ່ນຮູບບ້ານຂອງຕົນເອງ ແລະ ເຫັນພໍ່ທີ່ເສຍຊີວິດໄປເມື່ອ 7 ປີກ່ອນຢືນຢູ່ໜ້າບ້ານ.

ພາບທີ່ Google Earth ໄດ້ບັນທຶກໄວ້ ແມ່ນພໍ່ທີ່ຢືນຢູ່ໜ້າບ້ານ ເມື່ອເລື່ອນພາບໄປອີກໜ້ອຍໜຶ່ງກໍພົບກັບແມ່ທີ່ຢືນຢູ່ຫ່າງອອກໄປໃກ້ກັບພໍ່ ນັ້ນເປັນ “ຊ່ວງເວລາທີ່ພໍ່ລໍຖ້າແມ່ກັບມາບ້ານ” ນັ້ນເອງ.

ເຈົ້າຂອງທະວິດເລົ່າວ່າ ຊ່ວງໂຄວິດຢູ່ບ້ານບໍ່ມີຫຍັງເຮັດ ກໍເລີຍລອງຄົ້ນຫາບ້ານຕົນເອງເບິ່ງ ເຫັນແລ້ວຄິດຮອດພໍ່ທີ່ເປັນຄົນງຽບໆ ບໍ່ຄ່ອຍເວົ້າ ແຕ່ໃຈດີສະເໝີ.

ຫຼັງຈາກນັ້ນກໍມີຄົນມາຄອມເມັ້ນຢ່າງຫຼວງຫຼາຍ ປາກົດວ່າ Google Earth ໄດ້ກາຍເປັນຄັງແຫ່ງຄວາມຊົງຈຳ ທີ່ມີຄົນເຂົ້າໄປຄົ້ນຫາເມື່ອຄິດເຖິງອະດີດ.

ທີ່ມາ: https://twitter.com/TeacherUfo/status/1346091387138105344?fbclid=IwAR3bwPI7ljyTk1NkSvOgqrDl_vGmALOkfO_nWZ0gZ6P4XjCDRmjqhdI9kWs

https://www.facebook.com/wajapan.th/photos/a.592044157546476/3582952498455612/