Tom Lee ຄາດການລ່ວງໜ້າ ລາຄາ Bitcoin ຈະສູງຂຶ້ນອີກ 4 ເທົ່າໃນປີ 2021 ນີ້


ເຂົ້າສູ່ປີ 2021 ຍັງບໍ່ທັນໃດ ກໍເກີດເຫດການສຳຄັນຂອງກຸ່ມຜູ່ລົງທຶນບິດຄອຍໃນປະເທດເພື່ອນບ້ານ ປະເທດໄທ ຫຼັງຈາກເມື່ອວັນທີ 3 ມັງກອນ 2021 ທີ່ຜ່ານມາ ລາຄາຊື້ຂາຍຂອງບິດຄອຍທະຍານຂຶ້ນສູງເຖິງ 1 ລ້ານບາດຕໍ່ 1 ບິດຄອຍ ເຊິ່ງນັບເປັນຄັ້ງທຳອິດຕັ້ງແຕ່ທີ່ໂລກນີ້້ເຄີຍມີບິດຄອຍ.

ທອມ ລີ ຜູ່ຮ່ວມກໍ່ຕັ້ງ Fundstrat Global Advisors ບໍລິສັດວິໄຈຕະຫຼາດໃຫ້ຄວາມເຫັນວ່າ ປີ 2021 ບິດຄອຍຈະມີມູນຄ່າເພີ່ມຢ່າງໜ້ອຍ 300% ຢ່າງແນ່ນອນ.

ປັດຈຸບັນ ລາຄາຂອງບິດຄອຍຢູ່ທີ່ 32,780.50 ໂດລາສະຫະລັດ ທອມ ລີ ຄາດການວ່າ ພາຍໃນສິ້ນປີ 2021 ບິດຄອຍຈະກາຍເປັນສິນຊັບສະກຸນເງິນດິຈິຕອນມູນຄ່າສູງເຖິງ 100,000 ໂດລາສະຫະລັດ ຫຼື ອາດຈະສູງສຸດທີ່ 116,000 ໂດລາສະຫະລັດ.

ລີໃຫ້ເຫດຜົນວ່າ ການທີ່ເງິນໂດລາສະຫະລັດອ່ອນລົງ ແລະ ບິດຄອຍແຂງຄ່າຂຶ້ນນັ້ນ ເປັນສັນຍານທີ່ບອກວ່າຜູ່ຄົນຍຸກໃໝ່ກຳລັງເບິ່ງວ່າບິດຄອຍເປັນທາງເລືອກໃໝ່ຂອງການລົງທຶນໃນການເກັບຊື້ທອງຄຳ ເນື່ອງຈາກບິດຄອຍນັ້ນອອກແບບຂຶ້ນມາເພື່ອສະກັດກັ້ນທະນາຄານທຸກແຫ່ງໃນໂລກທີ່ພິມເງິນອອກມາເລື້ອຍໆ ລີ ຍັງບອກອີກວ່າໃນປີ 2021 ນັ້ນ ການຂຶ້ນລົງຂອງລາຄາບິດຄອຍມີຄວາມໃກ້ຄຽງກັບປີ 2017 ທີ່ມີການເພີ່ມຂຶ້ນແບບກຣາຟພາຣາໂບລາ (Parabola)

ເດວິດ ກຣິເດີ ນັກກົນລະຍຸດສິນຊັບດິຈິຕອນຂອງ Fundstrat ໄດ້ໃຫ້ຄວາມເຫັນວ່າ ມີປັດໄຈຫຼາຍຢ່າງທີ່ຈະສົ່ງຜົນໃຫ້ມູນຄ່າຂອງບິດຄອຍເພີ່ມສູງໃນອີກ 6-12 ເດືອນຂ້າງໜ້າ ເນື່ອງຈາກການຊື້ຂອງສະຖາບັນແລະອົງກອນຕ່າງໆ ຕະຫຼອດຈົນການລົດຄວາມສ່ຽງທາງດ້ານກົດລະບຽບ ແລະ ຄວາມຕ້ອງການກະຕຸ້ນການຄ້າຍ່ອຍ ຈະເປັນແຮງຊຸກຍູ້ທາງບວກໃຫ້ແກ່ມູນຄ່າຂອງບິດຄອຍ.

ແນວໃດກໍຕາມ ຖ້າຕະຫຼາດຫຸ້ນໃນປີໜ້າມີແນວໂນ້ມທີ່ຈະລົດລົງ ອາດຈະສົ່ງຜົນໃຫ້ມູນຄ່າຂອງບິດຄອຍລົດລົງຕາມ ເນື່ອງຈາກຂະນະນີ້ບິດຄອຍຍັງຄົງເປັນສິນຊັບທີ່ອ່ອນຢູ່ ແລະ ມີຈຳນວນຄົນຖືຄອງບໍ່ເຖິງໜຶ່ງລ້ານຄົນທົ່ວໂລກ.

ທີ່ມາ:

https://web.facebook.com/themomentumco/photos/a.1636533129971718/2609440242680997/