Xiaomi ໂດດຂຶ້ນມາຢູ່ອັນດັບ 3 ແບຣນທີ່ຂາຍ Smart Phone ຫຼາຍທີ່ສຸດໃນໂລກ


ເບິ່ງຄືວ່າ ທີ່ Xiaomi ເຄີຍປະກາດເອົາໄວ້ເມື່ອຕົ້ນປີທີ່ຜ່ານມາວ່າໃນປີ 2015 ຈະເຮັດຍອດຂາຍ Smart Phone ໃຫ້ໄດ້ 100 ລ້ານເຄື່ອງ ຈະບໍ່ແມ່ນເລື່ອງທີ່ເກີນຝັນ ຫຼື ເພີ້ຝັນອີກຕໍ່ໄປ ເມື່ອມີການເປີດເຜີຍຕົວເລກຂອງຍອດການຈັດສົ່ງມືຖືໃນໄຕມາດທີ 3 ແລະ Xiaomi ໄດ້ໄຕ່ອັນດັບຂຶ້ນມາເປັນອັນດັບ 3 ເພີ່ມຂຶ້ນຫຼາຍຈາກປີ 2013 ໃນໄຕມາດດຽວກັນເກືອບ 200% ເຮັດໃຫ້ປັດຈຸບັນເປັນຮອງພຽງ Samsung ແລະ Apple ໄປຮຽບຮ້ອຍ.

ໂດຍຕົວເລກທີ່ເປີດເຜີຍອອກມານີ້ເປັນຂອງ IDC ແລະ Strategy Analytics ຜູ່ຈັດເຮັດລາຍງານເຈົ້າປະຈຳ ເຊິ່ງເກັບຍອດມາໄດ້ໃກ້ຄຽງກັນວ່າຍອດຂາຍຂອງ Xiaomi ຂຶ້ນອັນດັບ 3 ຂາຍໄປໄດ້ຮວມແລ້ວເກືອບໆ 17.3 – 18 ລ້ານເຄື່ອງ ເຮັດໃຫ້  LG, Lenovo ແລະ Huawei  ຍາດຊີງເອົາທີ 4 – 5 ແບບອີລຸງຕຸງນັງ ລົງໄປໄດ້ແບບບໍ່ຕ້ອງມາລຸ້ນຫຍັງຫຼາຍ. ປັດຈຸບັນ Xiaomi ຍັງຄົງມີຕະຫຼາດໃຫຍ່ທີ່ສຸດທີ່ເມືອງຈີນຕ່າງຈາກແບຣນອື່ນໆ ທີ່ໄປເຕີບໃຫຍ່ຢູ່ຕາມແຖບອາຊີ, ເອີຣົບ, ອາເມຣິກາ ເຊິ່ງຖ້າໃນປີໜ້າ Xiaomi ສາມາດຂະຫຍາຍປີກອອກນອກປະເທດຈີນໄດ້ເຕັມໆຕົວ ເຮົາກໍໜ້າຈະໄດ້ເຫັນຍອດທີ່ເພີ່ມຂຶ້ນແບບກ້າວກະໂດດຕໍ່ໄປເຊັ່ນກັນ.

ສະຖິຕິຈາກ Strategy Analytics.

ສະຖິຕິຈາກ IDC

ແລະ ຄວາມໜ້າສົນໃຈອີກຢ່າງຂອງລາຍງານສະບັບນີ້ຄື Samsung ມີຍອດຂາຍຕົກເກືອບ 10% ລົດລົງຢ່າງເຫັນໄດ້ຊັດ ທັ້ງທີ່ຕະຫຼາດໂດຍລວມຍັງມີການເຕິບໂຕຂຶ້ນເຖິງ 25.2%  ຕ້ອງລໍຖ້າເບິ່ງວ່າການມາຂອງ Galaxy Note4 ຈະປະຄອງຕະຫຼາດ ແລະ ຍອດຂອງ Samsung ໃຫ້ດີຂຶ້ນໄດ້ ຫຼື ບໍ່ໃນໄຕມາດທີ່ 4 ນີ້.

Xiaomi ຖ້າອັບເດດຫຼ້າສຸດ ຈະຕົກລົງໄປສູ່ອັນດັບ 4 ໄປແລ້ວ ເນື່ອງຈາກ Lenovo ຫາກໍເຮັດການຊື້ຂາຍ Motorola ສຳເລັດແລ້ວຮຽບຮ້ອຍ ແລະ ເມື່ອນຳເອົາຍອດຂອງ 2 ແບຣນນີ້ມາຮວມກັນ ຈະສູງເຖິງ 25.6 ລ້ານເຄື່ອງ (16.9 Lenovo + 8.7 Motorola) ເໜືອ Xiaomi ແລະ ໄລ່ກວດຕາມ Apple ຂຶ້ນໄປອີກກ້າວໜຶ່ງແລ້ວ.

ທີ່ມາ: https://droidsans.com/xiaomi-tops-3-18m-units-sold/