ທີມງານ WHO ຕິດບັນຫາ VISA ບໍ່ສາມາດເຂົ້າໄປກວດຫາຕົ້ນຕໍໂຄວິດ-19 ໃນ Wuhan ໄດ້


ນັກວິທະຍາສາດຈາກນານາຊາດປະສົບບັນຫາເລື່ອງຂັ້ນຕອນການເຂົ້າເມືອງໃນພາລະກິດກວດຫາທີ່ມາຂອງເຊື້ອໂຄວິດ-19 ເຖິງແມ່ນວ່າທາງການຈີນຈະຮັບປາກໄວ້ແລ້ວກ່ອນໜ້ານີ້ ວ່າຈະໃຫ້ເຂົ້າໄປກວດສອບກໍຕາມ.

ໃນວັນທີ 6 ມັງກອນ ທີ່ຜ່ານມາ ສຳນັກຂ່າວ AP ລາຍງານການຖະແຫຼງຂ່າວຂອງ ເທດຣອສ ອາດານອມ ເກເບຣເຍຊັດ ຜູ່ອຳນວຍການໃຫຍ່ອົງການອະນາໄມໂລກ ຫຼື WHO ທີ່ອອກມາລະບຸວ່າ ຮູ້ສຶກຜິດຫວັງກັບທາງການຈີນທີ່ຍັງບໍ່ອະນຸມັດຂັ້ນຕອນທີ່ຈຳເປັນ ໃນການສົ່ງທີມຜູ່ຊ່ຽວຊານເຂົ້າໄປສຶກສາຕົ້ນຕໍຂອງເຊື້ອໄວຣັດໂຄວິດ-19 ໃນປະເທດຈີນ.

ທີ່ຜ່ານມາ ນັບຕັ້ງແຕ່ເກີດໂຣກລະບາດ ຜູ່ອຳນວຍການໃຫຍ່  WHO ເກືອບຈະບໍ່ໄດ້ວິຈານການເຮັດວຽກຂອງລັດຖະບານຈີນມາກ່ອນ ແຕ່ຄັ້ງນີ້ໄດ້ສະແດງຄວາມຜິດຫວັງອອກມາຢ່າງຊັດເຈນ ໂດຍເປີດເຜີຍວ່າທີມວິທະຍາສາດນານາຊາດເລີ່ມອອກເດີນທາງໄປຍັງປະເທດຈີນແລ້ວໃນວັນທີ 5 ທີ່່ຜ່ານມາ ຕາມຂໍ້ຕົກລົງທີ່ WHO ແລະ ລັດຖະບານຈີນໄດ້ເຈລະຈາກັນໄປແລ້ວກ່ອນໜ້ານີ້.

ນັກວິທະຍາສາດ 2 ຄົນໄດ້ເດີນທາງອອກຈາກປະເທດຕົ້ນທາງແລ້ວ ແຕ່ພົບວ່າວີຊ້າເຂົ້າປະເທດຈີນຂອງພວກເຂົາຍັງບໍ່ໄດ້ຮັບການອະນຸມັດ ເຮັດໃຫ້ບໍ່ສາມາດເຂົ້າໄປໃນປະເທດໄດ້ ໂດຍ 1 ຄົນໄດ້ຕັດສິນໃຈເດີນທາງກັບປະເທດຕົນເອງ ສ່ວນອີກຄົນນັ້ນຕິດຢູ່ໃນປະເທດທີສາມລະຫວ່າງທີ່ຖ້າຕໍ່ຖ້ຽວບິນ.

ຂະນະທີ່ ດຣ. ໄມ ໄຣອັນ ຜູ່ອຳນວຍການດ້ານສະຖານະການສຸກເສີນຂອງ WHO ກ່າວວ່າ ທາງທີມງານຫວັງວ່າຈະເປັນພຽງບັນຫາດ້ານການຂົນສົ່ງແລະລະບົບລັດຖະການ ຖ້າຫາກໄດ້ຮັບອະນຸມັດໃນຂັ້ນສຸດທ້າຍຈາກຈີນເມື່ອໃດ ຈະດຳເນີນສົ່ງທີມງານເຂົ້າໄປທັນທີ.

ຕາມລາຍງານລະບຸວ່າ ທີ່ຜ່ານມາລັດຖະບານຈີນໄດ້ຄວບຄຸມການວິໄຈໃຫ້ຢູ່ພາຍໃນປະເທດເທົ່ານັ້ນ ແລະ ສື່ຂອງລັດກໍພະຍາຍາມຊີ້ວ່າເຊື້ອໄວຣັດອາດຈະມີຕົ້ນຕໍກຳເນີດມາຈາກບ່ອນອື່ນ.

ພາບ: National Geopgraphic

ທີ່ມາ: