UN ເຕືອນຊາວອາຊີ ກຳລັງພົບກັບວິກິດຄື້ນຄວາມຮ້ອນທີ່ຮຸນແຮງຫຼາຍຂຶ້ນ!


ອົງການອຸຕຸນິຍົມວິທະຍາໂລກ (WMO) ໄດ້ອອກມາເຕືອນເຖິງອັນຕະລາຍທີ່ອາຊີ ກຳລັງປະເຊີນກັບການເພີ່ມຂຶ້ນຂອງຄື້ນຄວາມຮ້ອນ ທີ່ເພີ່ມຄວາມຖີ່ ແລະ ຄວາມຮຸນແຮງຂຶ້ນ ໂດຍທ່ານ ເຊເລດ ເຊົາໂລ ເລຂາທິການ WMO ໄດ້ລະບຸວ່າ “ຫຼາຍປະເທດໃນເຂດອາຊີຕ້ອງພົບກັບປີທີ່ຮ້ອນທີ່ສຸດເປັນປະຫວັດສາດໃນປີ 2023 ພ້ອມຄວບຄູ່ໄປກັບສະພາວະທີ່ຮຸນແຮງ”.

ໃນສ່ວນປະເທດບັງກະລາເທດ ກຳລັງພົບກັບຄື້ນຄວາມຮ້ອນທີ່ຮຸນແຮງມາດົນນານນັບເປັນອາທິດເຮັດໃຫ້ອຸນຫະພູມຮ້ອນສູງຮອດ 43 ອົງສາ ເຮັດໃຫ້ຫຼ້າສຸດທາງການຕ້ອງປະກາດເຕືອນໄພ ແລະ ສັ່ງໃຫ້ໂຮງໝໍທຸກແຫ່ງກຽມຮັບມື ທາງດ້ານອາຊຽນເຂດໃກ້ຄຽງຢ່າງປະເທດຟິລິບປິນ ກໍພົບວ່າຈຸດຄວາມຮ້ອນສູງສຸດຢູ່ທີ່ 42-46 ອົງສາ ຈົນເຮັດໃຫ້ທາງການສັ່ງປິດໂຮງຮຽນຫຼາຍແຫ່ງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/