2024 ສະຫວັນນະເຂດ ຕັ້ງເປົ້າ ໄດ້ດຸນການຄ້າ 700 ລ້ານໂດລາ ຈາກທ່າແຮງ ການສົ່ງອອກ ເຍື່ອເຈ້ຍ


ອຳນາດການປົກຄອງ ແຂວງ ສະຫວັນນະເຂດ ຕັ້ງເປົ້າ ປີ 2024 ຈະສູ້ຊົນ ໃຫ້ໄດ້ດຸນການຄ້າຕ່າງປະເທດ 700 ລ້ານໂດລາ ຈາກທ່າແຮງ ການສົ່ງອອກ ເຍື່ອເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ.

ທ່ານ ສີຫັດຖະ ພອນສະຫວັນ ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດກັບ ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ໃນປີ 2024 ແຂວງສະຫວັນນະເຂດ ຕັ້ງເປົ້າມຸນຄ່າການຄ້າຕ່າງປະເທດ ໃຫ້ບັນລຸ 3.592​ ລ້ານໂດລາ ໃນນີ້ ການສົ່ງອອກໃຫ້ບັນລຸ 2.149 ລ້ານໂດລາ ແລະ ການນໍາເຂົ້າໃຫ້ບັນລຸ 1.442 ລ້ານໂດລາ ເຊິ່ງຈະເຮັດໃຫ້ ແຂວງ ສະຫວັນນະເຂດ ໄດ້ດຸນການຄ້າຢູ່ປະມານ 700 ລ້ານໂດລາ.

ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ຍັງໃຫ້ຂໍ້ມູນອີກວ່າ ສຳລັບສິນຄ້າສົ່ງອອກທີ່ເປັນທ່າແຮງສຳຄັນ ແລະ ມີມູນຄ່າສູງ ຂອງແຂວງສະຫວັນນະເຂດ ແມ່ນ ເຍື່ອເຈ້ຍ ແລະ ວັດຖຸທີ່ເຮັດດ້ວຍເຈ້ຍ ເຊິ່ງກວມເອົາເຖິງ 70% ຂອງມູນຄ່າການສົ່ງອອກທັງໝົດຂອງແຂວງ ສະຫວັນນະເຂດ, ຮອງລົງມາແມ່ນອຸດສາຫະກຳ ການກໍ່ສ້າງ ເຊັ່ນພວກເຫຼັກເສັ້ນ ຊີມັງ, ນອກຈາກນີ້ ດ້ານກະສິກຳ ກໍຍັງມີ ມັນຕົ້ນ ແລະ ແປງມັນຕົ້ນ ທີ່ມີທ່າແຮງໃນການສົ່ງອອກສູງສົມຄວນ. ໂດຍມີບັນປະເທດໃນອາຊຽນ ແລະ ສປ ຈີນ ເປັນຕະຫຼາດສົ່ງອອກຫຼັກຂອງແຂວງສະຫວັນນະເຂດ.

ສຳລັບ ການສິນຄ້າສົ່ງອອກ ທົ່ວປະເທດໃນປີ 2023 ທີ່ຜ່ານມາແມ່ນ ສາມາດບັນລຸໄດ້ທັງໝົດ 8.370 ລ້ານໂດລາ ສິນຄ້າສົ່ງອອກຫຼັກ 10 ອັນດັບ ປະກອບມີ: ໄຟຟ້າ 2.382 ລ້ານໂດລາ, ຄຳປະສົມ-ຄຳແທ່ງ 703 ລ້ານໂດລາ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 467 ລ້ານໂດລາ, ແຮ່ທອງ 425 ລ້ານໂດລາ, ແຮ່ເຫຼັກ 411 ລ້ານໂດລາ, ເກືອກາລີ 401 ລ້ານໂດລາ,  ມັນຕົ້ນ 333 ລ້ານໂດລາ, ຢາງພາລາ 310 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍ 284 ລ້ານໂດລາ ແລະ ນ້ຳຕານ 265 ລ້ານໂດລາ.

ໃນປີ 2024 ແຂວງສະຫວັນນະເຂດ ໄດ້ວາງເປົ້າໝາຍການພັດທະນາເສດຖະກິດ ໂດຍໃຫ້ຍອດລວມຜະລິດຕະພັນພາຍໃນ ຫຼື GDP ຂະຫຍາຍຕົວໃນລະດັບ 7,8% ໃນນີ້ ຂະແໜງກະສິກຳໃຫ້ຂະຫຍາຍຕົວໃນລະດັບ 3,9%; ຂະແໜງການອຸດສາຫະກຳ 9,7% ແລະ ຂະແໜງການ ບໍລິການ ໃຫ້ຂະຫຍາຍຕົວໃນລະດັບ 8,30%.

ທີ່ມາ: https://www.facebook.com/Laoedaily/videos/1107756893808905

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/