ອິນໂດເນເຊຍ ເລີ່ມແຈກຢາຍວັກຊີນໂຄວິດ-19 ຈາກຈີນ ໄປທົ່ວປະເທດ ກຽມພ້ອມທັນທີຖ້າອະນຸມັດ


ເມື່ອວັນທີ 3 ມັງກອນ 2021 ທີ່ຜ່ານມາ ເວັບໄຊ Bloomberg ລາຍງານອ້າງສື່ທ້ອງຖິ່ນຂອງອິນໂດເນເຊຍວ່າ ທາງການອິນໂດເນເຊຍໄດ້ເລີ່ມໂຄງການແຈກຈ່າຍວັກຊີນໂຄວິດ-19 ໄປຍັງ 34 ແຂວງທົ່ວປະເທດ ເພື່ອກຽມໃຊ້ງານທັນທີທີ່ໜ່ວຍງານດ້ານອາຫານແລະຢາ ອະນຸມັດໃຫ້ໃຊ້ວັກຊີນໂຄວິດ-19 ໄດ້ໃນກໍລະນີສຸກເສີນ.

ສຳລັບວັກຊີນທີ່ແຈກຈ່າຍໃນອິນໂດເນເຊຍຕອນນີ້ ເປັນວັກຊີນໂຄວິດ-19 ທີ່ພັດທະນາໂດຍບໍລິສັດຊິໂນແວກ (Sinovac) ບໍລິສັດເວດຊະພັນສັນຊາດຈີນ ເຊິ່ງເລີ່ມສົ່ງວັກຊີນລັອດທຳອິດຈຳນວນ 1.2 ລ້ານໂດສເຖິງອິນໂດເນເຊຍຕັ້ງແຕ່ຕົ້ນເດືອນທັນວາທີ່ຜ່ານມາ ແລະ ອິນໂດເນເຊຍມີກຳນົດໄດ້ຮັບເພີ່ມອີກ 1.8 ລ້ານໂດສໃນເດືອນມັງກອນ 2021 ນີ້ ນອກຈາກນີ້ອິນໂດເນເຊຍຍັງມີແຜນຈະໄດ້ຮັບວັດຖຸດິບໃນການຜະລິດວັກຊີນເອງອີກບໍ່ຕຳ່ກວ່າ 45 ລ້ານໂດສອີກດ້ວຍ.

ລັດຖະບານອິນໂດເນເຊຍປະເມີນວ່າ ການສັກວັກຊີນໂຄວິດ-19 ໃຫ້ປະຊາຊົນທົ່ວປະເທດ ໜ້າຈະໃຊ້ເວລາປະມານ 15 ເດືອນ ໂດຍຈະເລີ່ມຈາກບຸກຄະລາກອນທາງການແພດປະເມີນ 1.3 ລ້ານຄົນທົ່ວປະເທດເປັນກຸ່ມທຳອິດທີ່ຈະໄດ້ຮັບວັກຊີນໂຄວິດ-19 ພ້ອມຕັ້ງເປົ້າວ່າ ຈະສັກວັກຊີນດັ່ງກ່າວໃຫ້ກັບປະຊາຊົນໃຫ້ໄດ້ 181.5 ລ້ານຄົນ ພາຍໃນເດືອນມີນາ ປີ 2022.

ນອກຈາກວັກຊີນໂຄວິດ-19 ສັນຊາດຈີນແລ້ວ ລັດຖະບານອິນໂດເນເຊຍຜ່ານໜ່ວຍງານລັດວິສາຫະກິດຍັງລົງນາມຈອງວັກຊີນຂອງມະຫາວິທະຍາໄລອອກຟອດ (Oxford University) ແລະ ບໍລິສັດແອສທາເຊເນກາ (AstraZeneca) ແລະ ກຳລັງລົງນາມຈອງວັກຊີນໂຄວິດ-19 ຂອງບໍລິສັດໄຟເຊີ (Pfizer) ຮ່ວມກັບບໍລິສັດໄບໂອເທັກ (BioTech) ອີກ 50 ລ້ານໂດສພາຍໃນອາທິດທຳອິດຂອງເດືອນມັງກອນນີ້ ເພື່ອໃຫ້ພຽງພໍກັບປະຊາກອນຂອງອິນໂດເນເຊຍທັງປະເທດທີ່ມີຢູ່ 268 ລ້ານຄົນ.

ປັດຈຸບັນອິນໂດເນເຊຍພົບຜູ່ປ່ວຍໂຄວິດ-19 ສະສົມຢູ່ທີ່ກວ່າ 758.000 ຄົນ ຫຼາຍເປັນອັນດັບທີ 20 ຂອງໂລກ ແລະ ເປັນອັນດັບທີ 1 ຂອງ ASEAN ໂດຍມີຜູ່ເສຍຊີວິດແລ້ວ 22.555 ຄົນ ແນວໃດກໍຕາມ, ຫຼາຍຝ່າຍຊີ້ວ່າ ອິນໂດເນເຊຍປະສົບບັນຫາການກວດເຊື້ອທີ່ບໍ່ທົ່ວເຖິງ ເຮັດໃຫ້ຈຳນວນຜູ່ຕິດເຊື້ອອາດຈະມີຫຼາຍກວ່ານີ້ຈາກການຕິດເຊື້ອແຝງໃນຊຸມຊົນ ແລະ ອາດຈະເຮັດໃຫ້ການຄວບຄຸມໂຣກເຮັດໄດ້ຍາກຍິ່ງຂຶ້ນ.

ທີ່ມາ: