One Piece ສະຫຼອງຄົບຮອບ 1000 ຕອນ ເປີດໃຫ້ແຟນທົ່ວໂລກຮ່ວມໂຫວດຕົວລະຄອນທີ່ມັກ ແບບອອນລາຍໃນກິດຈະກຳ World Top 100


ເປັນເວລາເຖິງ 24 ປີແລ້ວ ທີ່ເລື່ອງລາວຂອງ One Piece ມັງງະຍອດນິຍົມຈາກປາຍບິກ ຂອງອາຈານເອອິຈິໂຣະ ໂອດະ ໄດ້ສ້າງຄວາມສະໜຸກສະໜານ ແລະ ຄວາມຊົງຈຳອັນລຳ້ຄ່າໃຫ້ກັບແຟນໆທົ່ວໂລກ ແລະ ໃນທີ່ສຸດການເດີນທາງສູ່ທ້ອງທະເລຂອງລູຟີ້ ແລະ ກຸ່ມໂຈນສະຫຼັດໝວກຟາງກໍເດີນທາງມາຮອດຕອນທີ 1.000 ເປັນທີ່ຮຽບຮ້ອຍ.

ເພື່ອສະເຫຼີມສະຫຼອງຄົບຮອບ 1.000 ຕອນ One Piece ຈຶ່ງໄດ້ຈັດກິດຈະກຳ World Top 100 (WT100) ໃຫ້ແຟນໆທົ່ວໂລກຮ່ວມໂຫວດຕົວລະຄອນທີ່ທ່ານມັກທີ່ສຸດ ຈາກຕົວລະຄອນພາຍໃນເລື່ອງກວ່າ 1.174 ຕົວ ເພື່ອຄົ້ນຫາ 100 ອັນດັບຕົວລະຄອນທີ່ໄດ້ຮັບຄວາມນິຍົມສູງທີ່ສຸດໃນໂລກ.

ແຟນໆ ສາມາດຮ່ວມໂຫວດຕົວລະຄອນທີ່ມັກໄດ້ວັນລະ 1 ຄັ້ງຕໍ່ 1 ຄະແນນໂຫວດ ຈາກນັ້ນເມື່ອຄົບ 24 ຊົ່ວໂມງຈະສາມາດກັບມາໂຫວດໃໝ່ໄດ້ອີກຄັ້ງ ໂດຍສາມາດຮ່ວມໂຫວດໄດ້ຕັ້ງແຕ່ມື້ນີ້ໄປ ຈົນເຖິງວັນທີ 28 ກຸມພາ 2021 ເວລາ 23.56 ນາທີ ຕາມເວລາປະເທດຍີ່ປຸ່ນ ຜ່ານທາງເວັບໄຊ: https://onepiecewt100.com/en/vote

ນອກຈາກນີ້ແຟນໆ ຍັງສາມາດໂຫວດຜ່ານການສົ່ງ postcard ທີ່ໄດ້ຮັບຈາກວາລະສານ Weekly Shonen Jump ຕັ້ງແຕ່ສະບັບທີ 5 ເຖິງສະບັບທີ 12 ແລະ ໜັງສືລວມເຫຼັ້ມສະບັບທີ 99 ໄປທີ່ສຳນັກພິມຊູເອສະ ປະເທດຍີ່ປຸ່ນ (ສຳລັບສິນຄ້າທີ່ອອກວາງຈຳໜ່າຍໃນປະເທດຍີ່ປຸ່ນເທົ່ານັ້ນ) ໂດຍ 1 postcard ມີຄ່າເທົ່າກັບ 10 ຄະແນນໂຫວດ.

ທາງສຳນັກພິມຈະປະກາດຜົນຄະແນນໂຫວດໃນຊ່ວງເດືອນພຶດສະພາ 2021 ໂດຍລະຫວ່າງນີ້ ແຟນໆສາມາດເຂົ້າໄປຕິດຕາມຜົນໂຫວດສູງສຸດ 3 ອັນດັບທຳອິດໃນແຕ່ລະພູມີພາກໄດ້ທີ່: https://onepiecewt100.com/en/world-hot-characters

ທີ່ມາ: