ອຸດສາຫະກຳ EV ຫວຽດນາມ ມາແຮງ ອາດຂັດຂວາງອິດທິພົນຂອງຈີນ


ຫວຽດນາມ ເປັນໜຶ່ງປະເທດທີ່ຊົນຊັ້ນກາງເຕີບໂຕຢ່າງວ່ອງໄວທີ່ສຸດໃນອາຊຽນ ໂດຍ McKinsey ຄາດວ່າຈະມີປະຊາກອນຫຼາຍກວ່າ 36 ລ້ານຄົນ ເຂົ້າສູ່ຊົນຊັ້ນກາງພາຍໃນປີ 2030 ແລະ ດ້ວຍເຫດຜົນນີ້ ປະກອບກັບຄວາມສາມາດໃນການບໍລິໂພກທີ່ເພີ່ມຂຶ້ນຕາມມາ ຈະກາຍເປັນອີກປັດໄຈທີ່ຊ່ວຍຊຸກຍູ້ໃຫ້ການຂະຫຍາຍຕົວເສດຖະກິດເຂັ້ມແຂງ.

ໜຶ່ງໃນພາກອຸດສາຫະກຳຂອງຫວຽດນາມທີ່ກຳລັງເຕີບໂຕ ຄື ອຸດສາຫະກຳ EV ເຊິ່ງບົດບາດທັງດ້ານການຜະລິດ ແລະ ບໍລິໂພກ ທີ່ເພີ່ມຂຶ້ນຂອງຫວຽດນາມ ຈະເຮັດໃຫ້ຫວຽດນາມກາຍເປັນໜຶ່ງໃນຕະຫຼາດ EV ທີ່ເຂັ້ມແຂງທີ່ສຸດໃນໂລກໄວໆນີ້ ແລະ ອາດມີສັກກະຍະພາບຫຼາຍພໍທີ່ຈະຂັດຂວາງອິດທິພົນຂອງຈີນໃນລະບົບນເວດ EV ທັງດ້ານການຜະລິດ ແລະ ການບໍລິໂພກໄດ້.

ເຖິງຢ່າງໃດກໍຕາມ ການຜະລິດນັບເປັນສ່ວນສຳຄັນຕໍ່ການເຕີບໂຕທາງເສດຖະກິດຂອງຫວຽດນາມໃນປັດຈຸບັນ ຄິດເປັນສັດສ່ວນເກືອບ 25% ຂອງ GDP ໃນປີ 2022. ດ້ວຍເຫດຜົນນີ້ ເຮັດໃຫ້ຄວາມສົນໃຈໃນການຜະລິດລົດໄຟຟ້າ ແລະ ແບດເຕີຣີໄຟຟ້າໃນຫວຽດນາມເພີ່ມສູງຂຶ້ນຢ່າງຫຼວງຫຼາຍ ເຊິ່ງເມື່ອເດືອນກ່ອນຜູ້ຜະລິດລົດໄຟຟ້າລາຍໃຫຍ່ຂອງຈີນຢ່າງ BYD ໄດ້ມີແຜນທີ່ຈະເຂົ້າໄປຜະລິດໃນຫວຽດນາມເຊັ່ນດຽວກັນ.

ນອກຈາກນີ້ VinFast ແບຣນລົດແບຣນທໍາອິດຂອງຫວຽດນາມໄດ້ສ້າງຄວາມກ້າວໜ້າທີ່ສໍາຄັນທີ່ບໍ່ແມ່ນພຽງແຕ່ຜະລິດລົດໄຟຟ້າຂອງຕົນເອງ ແຕ່ໄດ້ປະກາດຈັດຕັ້ງໂຮງງານປະກອບລົດໄຟຟ້າ ໃນສະຫະລັດອາເມຣິກາ ໃນເດືອນມີນາ 2022 ທີ່ຜ່ານມາ ແລະ ຍັງສ້າງໂຮງງານຜະລິດແບດເຕີຣີ ແຫ່ງທຳອິດໃນຫວຽດນາມ ມູນຄ່າ 175 ລ້ານໂດລາສະຫະລັດ.

ສຳລັບອຸປະສົງ EV ໃນຫວຽດນາມກໍເພີ່ມຂຶ້ນເຊັ່ນດຽວກັນ ເດືອນກຸມພາທີ່ຜ່ານມາ Volvo Car Malaysia ໄດ້ປະກາດວ່າຈະເລີ່ມສົ່ງອອກລົດໄຟຟ້າໄປຍັງຫວຽດນາມເຊັ່ນດຽວກັບ Nissan ທີ່ປະກາດໄປກ່ອນໜ້ານີ້ໃນເດືອນພະຈິກ 2022 ທີ່ຜ່ານມາ ແລະ ຈາກສະຖານະການເປັນຜູ້ຜະລິດລົດໄຟຟ້າທີ່ເຂັ້ມແຂງຂອງຫວຽດນາມ ຈົນອາດຈະສາມາດຂັດຂວາງອິດທິພົນຂອງຈີນໃນຕະຫຼາດ EV ໄດ້.

ຂໍ້ມູນຈາກ:

ABC Connect

THE DIPLOMAT

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/