ChatGPT ໄດ້ເພີ່ມປລັກອິນ DefiLlama ເພື່ອຊ່ວຍໃຫ້ຜູ້ໃຊ້ສາມາດຊອກຫາ ແລະ ສະຫຼຸບມູນຂໍ້ກ່ຽວກັບ Crypto ໄດ້ຢ່າງງ່າຍດາຍ


ໃນຕົ້ນເດືອນທີ່ຜ່ານມາ, DeFiLlama ໄດ້ປະກາດທົດສອບປລັກອິນເວີຊັນເບຕ້າຂອງ ChatGPT ເຊິ່ງຖືກສ້າງຂຶ້ນໂດຍ Kofi ເຊິ່ງເປັນກູຣູດ້ານຂໍ້ມູນກ່ຽວກັບ Crypto ແລະ ຜູ້ຊ່ວຍຂອງ DeFiLlama ເພື່ອໃຫ້ນັກລົງທຶນສາມາດເຂົ້າເຖິງຂໍ້ມູນທີ່ກ່ຽວຂ້ອງກັບ Crypto ໄດ້ຫຼາຍຂຶ້ນ.

ຫຼ້າສຸດ, ໃນວັນທີ 25 ມິຖຸນາທີ່ຜ່ານມາ ChatGPT ກໍໄດ້ສຳເລັດການເພີ່ມປລັກອິນ DefiLlama ເປັນທີ່ຮຽບຮ້ອຍແລ້ວ. ໂດຍ ChatGPT ຈະເຂົ້າໄປຊ່ວຍໃຫ້ນັກລົງທຶນສາມາດສະຫຼຸບຂໍ້ມູນ  TVL, Volume, Fees/revenue ຫຼື Stablecoin inflows ໄດ້ຢ່າງວ່ອງໄວທັນໃຈ.

ເຮົາຈະມາເບິ່ງວ່າຫຼັງຈາກທີ່ປລັກອິນ DefiLlama ແລ້ວຄວາມສາມາດຂອງ ChatGPT ຈະມີດ້ານໃດແດ່ທີ່ເພີ່ມຂຶ້ນ

  1. ສະຖິຕິຄ່າທຳນຽມ (Fees stats)

ພວກເຮົາສາມາດໃຊ້ປລັກອິນ DeFiLlama ເພື່ອໃຫ້ ChatGPT ຊ່ວຍກວດສອບ ແລະ ຈັດລຽງລຳດັບຄ່າທຳນຽມຂອງໂຄງການຕ່າງໆ

ຕົວຢ່າງ Prompt :

  • Rank Project by generated fees in the last 24h.
  • Display the results in tables.
  • Filter by chain $ARB, $OP
  1. Stablecoin inflows

ພວກເຮົາສາມາດໃຊ້ປລັກອິນ DeFiLlama ເພື່ອໃຫ້ ChatGPT ຊ່ວຍຈັດອັນດັບເຄືອຂ່າຍຕາມກະແສສຸດທິຂອງ stabilitycoin inflows, ເຊິ່ງຈະຊ່ວຍໃຫ້ພວກເຮົາກໍານົດໄດ້ງ່າຍວ່າເຄືອຂ່າຍໃດທີ່ສູນເສຍ stablecoin ໄປ

ຕົວຢ່າງ Prompt:

  • Summarize what’s happening with stablecoin inflows into chains in the past day.
  • Rank by biggest inflows
  • Display the results in tables
  1. ພາບລວມຂອງເຄືອຂ່າຍ (On-chain overviews)

ພວກເຮົາສາມາດໃຊ້ປລັກອິນ DeFiLlama ເພື່ອໃຫ້ ChatGPT ຊ່ວຍສະແດງໃຫ້ເຫັນວ່າເຄືອຂ່າຍ ແລະ ໂຄງການໃດທີ່ມີ TVL ຫຼາຍທີ່ສຸດ ແລະ ຍັງສະແດງຜົນຕອບແທນສູງສຸດໃນເຄືອຂ່າຍຕ່າງໆໄດ້ອີກດ້ວຍ

ຕົວຢ່າງ Prompt:

  • Summarize what’s happening on chain over the past day
  • Display the results in tables
  1. ສະຖິຕິປະລິມານ (Volume stats)

ພວກເຮົາສາມາດໃຊ້ປລັກອິນ DeFiLlama ເພື່ອໃຫ້ ChatGPT ຊ່ວຍສະແດງຕາຕະລາງລຽງລຳດັບປະລິມານລາຍອາທິດຂອງເຄືອຂ່າຍຕ່າງໆຈາກໜ້ອຍໄປຫຼາຍໄດ້ຢ່າງງ່າຍດາຍ

ຕົວຢ່າງ Prompt:

  • Summarize volume stats among chains
  • Rank by 7d volume change
  • Display the results in tables
  1. ສະຖິຕິປະລິມານລະຫວ່າງໂຄງການ (Volume stats among projects)

ພວກເຮົາສາມາດໃຊ້ປລັກອິນ DeFiLlama ເພື່ອໃຫ້ ChatGPT ຊ່ວຍສະແດງໃຫ້ເຫັນບາງໂຄງການທີ່ບໍ່ມີໃຜສັງເກດເຫັນ ແຕ່ມີປະລິມານເທຣດທີ່ສູງໃນໄລຍະ 7 ມື້ທີ່ຜ່ານມາ

ຕົວຢ່າງ Prompt:

  • Summarize volume stats among projects. Rank by biggest weekly change
  • Display the results in tables
  1. ຜົນຕອບແທນສູງສຸດຈາກ Stablecoin

ພວກເຮົາສາມາດໃຊ້ປລັກອິນ DeFiLlama ເພື່ອໃຫ້ ChatGPT ຊ່ວຍສະແດງໃຫ້ເຫັນວ່າເຮົາສາມາດຟາມຫຼຽນ Stablecoin ໄດ້ຈາກໃສແດ່

ຕົວຢ່າງ Prompt:

  • What are the best single-sided stablecoin yields on Arbitrum

ໃນການໃຊ້ປລັກອິນ DeFiLlama ນັ້ນ ຈຳເປັນຈະຕ້ອງເປັນສະມາຊິກ ChatGPT PLUS ທີ່ມີຄ່າບໍລິການ 20 ໂດລາຕໍ່ເດືອນ, ສຳລັບໃຜທີ່ເປັນສະມາຊິກ ChatGPT PLUS ຢູ່ແລ້ວສາມາດເຂົ້າໄປທີ່ “ຕັ້ງຄ່າ” ແລະ ຕິດຕັ້ງປລັກອິນ DefiLlama ໄດ້ເລີຍ

ທີ່ມາ:

https://cutt.ly/7wyd37f1

https://cutt.ly/Gwyd8rYK

https://cutt.ly/jwyd8pGm

https://cutt.ly/1wyd84gA

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/