ໃນຕົ້ນເດືອນທີ່ຜ່ານມາ, DeFiLlama ໄດ້ປະກາດທົດສອບປລັກອິນເວີຊັນເບຕ້າຂອງ ChatGPT ເຊິ່ງຖືກສ້າງຂຶ້ນໂດຍ Kofi ເຊິ່ງເປັນກູຣູດ້ານຂໍ້ມູນກ່ຽວກັບ Crypto ແລະ ຜູ້ຊ່ວຍຂອງ DeFiLlama ເພື່ອໃຫ້ນັກລົງທຶນສາມາດເຂົ້າເຖິງຂໍ້ມູນທີ່ກ່ຽວຂ້ອງກັບ Crypto ໄດ້ຫຼາຍຂຶ້ນ.
ຫຼ້າສຸດ, ໃນວັນທີ 25 ມິຖຸນາທີ່ຜ່ານມາ ChatGPT ກໍໄດ້ສຳເລັດການເພີ່ມປລັກອິນ DefiLlama ເປັນທີ່ຮຽບຮ້ອຍແລ້ວ. ໂດຍ ChatGPT ຈະເຂົ້າໄປຊ່ວຍໃຫ້ນັກລົງທຶນສາມາດສະຫຼຸບຂໍ້ມູນ TVL, Volume, Fees/revenue ຫຼື Stablecoin inflows ໄດ້ຢ່າງວ່ອງໄວທັນໃຈ.
ເຮົາຈະມາເບິ່ງວ່າຫຼັງຈາກທີ່ປລັກອິນ DefiLlama ແລ້ວຄວາມສາມາດຂອງ ChatGPT ຈະມີດ້ານໃດແດ່ທີ່ເພີ່ມຂຶ້ນ
- ສະຖິຕິຄ່າທຳນຽມ (Fees stats)
ພວກເຮົາສາມາດໃຊ້ປລັກອິນ DeFiLlama ເພື່ອໃຫ້ ChatGPT ຊ່ວຍກວດສອບ ແລະ ຈັດລຽງລຳດັບຄ່າທຳນຽມຂອງໂຄງການຕ່າງໆ
ຕົວຢ່າງ Prompt :
- Rank Project by generated fees in the last 24h.
- Display the results in tables.
- Filter by chain $ARB, $OP
- Stablecoin inflows
ພວກເຮົາສາມາດໃຊ້ປລັກອິນ DeFiLlama ເພື່ອໃຫ້ ChatGPT ຊ່ວຍຈັດອັນດັບເຄືອຂ່າຍຕາມກະແສສຸດທິຂອງ stabilitycoin inflows, ເຊິ່ງຈະຊ່ວຍໃຫ້ພວກເຮົາກໍານົດໄດ້ງ່າຍວ່າເຄືອຂ່າຍໃດທີ່ສູນເສຍ stablecoin ໄປ
ຕົວຢ່າງ Prompt:
- Summarize what’s happening with stablecoin inflows into chains in the past day.
- Rank by biggest inflows
- Display the results in tables
- ພາບລວມຂອງເຄືອຂ່າຍ (On-chain overviews)
ພວກເຮົາສາມາດໃຊ້ປລັກອິນ DeFiLlama ເພື່ອໃຫ້ ChatGPT ຊ່ວຍສະແດງໃຫ້ເຫັນວ່າເຄືອຂ່າຍ ແລະ ໂຄງການໃດທີ່ມີ TVL ຫຼາຍທີ່ສຸດ ແລະ ຍັງສະແດງຜົນຕອບແທນສູງສຸດໃນເຄືອຂ່າຍຕ່າງໆໄດ້ອີກດ້ວຍ
ຕົວຢ່າງ Prompt:
- Summarize what’s happening on chain over the past day
- Display the results in tables
- ສະຖິຕິປະລິມານ (Volume stats)
ພວກເຮົາສາມາດໃຊ້ປລັກອິນ DeFiLlama ເພື່ອໃຫ້ ChatGPT ຊ່ວຍສະແດງຕາຕະລາງລຽງລຳດັບປະລິມານລາຍອາທິດຂອງເຄືອຂ່າຍຕ່າງໆຈາກໜ້ອຍໄປຫຼາຍໄດ້ຢ່າງງ່າຍດາຍ
ຕົວຢ່າງ Prompt:
- Summarize volume stats among chains
- Rank by 7d volume change
- Display the results in tables
- ສະຖິຕິປະລິມານລະຫວ່າງໂຄງການ (Volume stats among projects)
ພວກເຮົາສາມາດໃຊ້ປລັກອິນ DeFiLlama ເພື່ອໃຫ້ ChatGPT ຊ່ວຍສະແດງໃຫ້ເຫັນບາງໂຄງການທີ່ບໍ່ມີໃຜສັງເກດເຫັນ ແຕ່ມີປະລິມານເທຣດທີ່ສູງໃນໄລຍະ 7 ມື້ທີ່ຜ່ານມາ
ຕົວຢ່າງ Prompt:
- Summarize volume stats among projects. Rank by biggest weekly change
- Display the results in tables
- ຜົນຕອບແທນສູງສຸດຈາກ Stablecoin
ພວກເຮົາສາມາດໃຊ້ປລັກອິນ DeFiLlama ເພື່ອໃຫ້ ChatGPT ຊ່ວຍສະແດງໃຫ້ເຫັນວ່າເຮົາສາມາດຟາມຫຼຽນ Stablecoin ໄດ້ຈາກໃສແດ່
ຕົວຢ່າງ Prompt:
- What are the best single-sided stablecoin yields on Arbitrum
ໃນການໃຊ້ປລັກອິນ DeFiLlama ນັ້ນ ຈຳເປັນຈະຕ້ອງເປັນສະມາຊິກ ChatGPT PLUS ທີ່ມີຄ່າບໍລິການ 20 ໂດລາຕໍ່ເດືອນ, ສຳລັບໃຜທີ່ເປັນສະມາຊິກ ChatGPT PLUS ຢູ່ແລ້ວສາມາດເຂົ້າໄປທີ່ “ຕັ້ງຄ່າ” ແລະ ຕິດຕັ້ງປລັກອິນ DefiLlama ໄດ້ເລີຍ
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/